ສະຖານີນາໝໍ້ ຈະເປີດດໍາເນີນທຸລະກໍາຂົນສົ່ງຜູ້ໂດຍສານ

    ເພື່ອຕອບສະໜອງຄວາມຕ້ອງການໃນການເດີນທາງຂອງຜູ້ໂດຍສານ ສະຖານີນາໝໍ້ຈະດຳເນີນທຸລະກໍາຂົນສົ່ງຜູ້ໂດຍສານ ເລີ່ມແຕ່ວັນທີ 1 ມີຖຸນາ 2022 ເປັນຕົ້ນໄປ ເຊິ່ງຈະມີລົດໄຟທຳມະດາຖ້ຽວ K 12/1 ລົງຈອດຢູ່ສະຖານີດັ່ງກ່າວ.

    ຜູ້ໂດຍສານທີ່ມີຄວາມຕ້ອງການເດີນທາງໄປນາໝໍ້ ແຂວງອຸດົມໄຊ ແມ່ນສາມາດເລີ່ມຊື້ປີ້ລົດໄຟໄດ້ແລ້ວໃນວັນທີ 30 ພຶດສະພາ ແລະ ອອກເດີນທາງໃນວັນທີ 1 ມີຖຸນາທີ່ຈະມາເຖິງນີ້ ກ່ອນໜ້ານີ້ ແມ່ນໄດ້ເປີດໃຫ້ລົດໄຟທຳມະດາຖ້ຽວ K12/11 ລົງຈອດຢູ່ສະຖານີກາສີ ແລະ ສະຖານີເມືອງງາ ເຊິ່ງກໍເຮັດໃຫ້ປັດຈຸບັນ ລົດໄຟທຳມະດາລົງຈອດຢູ່ 10 ສະຖານີຂອງເສັ້ນທາງລົດໄຟລາວ-ຈີນ ຄື: ສະຖານີນະຄອນຫຼວງວຽງຈັນ ສະຖານີໂພນໂຮງ ສະຖານີວັງວຽງ ສະຖານີກາສີ ສະຖານີຫຼວງພະບາງ ສະຖານີເມືອງງາ ສະຖານີເມືອງໄຊ ສະຖານີນາໝໍ້ ສະຖານີນາເຕີຍ ແລະ ສະຖານີບໍ່ເຕ່ນ ເພື່ອອຳນວຍຄວາມສະດວກສະບາຍໃນການເດີນທາງໃຫ້ແກ່ປະຊາຊົນ. ສະຖານີນາໝໍ້ ຕັ້ງຢູ່ເມືອງໄຊ ແຂວງອຸດົມໄຊ ທາງພາກເໜືອຂອງລາວ ຫ່າງຈາກຊາຍແດນລະຫວ່າງລາວ-ຈີນ ປະມານ 30 ກິໂລແມັດ ແລະ ຫ່າງຈາກສະຖານີນາເຕີຍປະມານ 20 ກິໂລແມັດ ເຊິ່ງເປັນສະຖານີທີ່ສຳຄັນທາງພາກເໜືອຂອງເສັ້ນທາງລົດໄຟລາວ-ຈີນ ລຽບຕາມແລວທາງມີທິວທັດທີ່ສວຍງາມ ສະຖານີນາໝໍ້ມີພື້ນທີ່ກໍ່ສ້າງ 1.500 ຕາແມັດ ສາມາດບັນຈຸຜູ້ໂດຍສານໄດ້ 150 ຄົນ ມີລາງລົດໄຟ 3 ເສັ້ນ 1 ຊານຊາລາ ແລະ ພື້ນທີ່ຂອງຊານຊາລາແມ່ນ 3.600 ຕາແມັດ.

    ນັບຕັ້ງແຕ່ການເປີດທາງລົດໄຟລາວ-ຈີນເປັນຕົ້ນມາ ບໍລິສັດທາງລົດໄຟລາວ-ຈີນ ໄດ້ສືບຕໍ່ປັບປຸງການການຂົນສົ່ງຜູ້ໂດຍສານ ແລະ ປັບປຸງຄຸນນະພາບການບໍລິການຢ່າງບໍ່ຢຸດຢັ້ງ ເຊັ່ນ: ໄດ້ສືບຕໍ່ປັບປຸງແຜນການແລ່ນລົດໄຟຜູ້ໂດຍສານໃຫ້ດີ ເພີ່ມຖ້ຽວລົດໄຟເພື່ອຮອງຮັບຜູ້ໂດຍສານ ໂດຍອີງຕາມປະລິມານການເດີນທາງຂອງຜູ້ໂດຍສານໃນໄລຍະວັນເສົາ-ທິດ ແລະ ວັນພັກເທດສະການຕ່າງໆ ໃນໄລຍະປີໃໝ່ລາວທີ່ຜ່ານມາ ກໍໄດ້ເປີດນຳໃຊ້ລົດໄຟທຳມະດາຄວາມໄວ 120 km/h ພ້ອມດຽວກັນນັ້ນ ກໍເພີ່ມຖ້ຽວລົດໄຟ EMU ນະຄອນຫຼວງວຽງຈັນ-ຫຼວງພະບາງ ແລະ ເມືອງໄຊ ໃນດ້ານການບໍລິການຂາຍປີ້ ກໍເປີດໃຫ້ມີຈຸດຂາຍປີ້ລົດໄຟໃນນະຄອນຫຼວງວຽງຈັນ ແລະ ຫຼວງພະບາງ ເພີ່ມການບໍລິການຕ່າງໆເຊັ່ນ: ຂະຫຍາຍເວລາໃນການຊື້ປີ້ອອກໄປ ເພີ່ມບ່ອນນັ່ງຮັບຮອງໃຫ້ມີບ່ອນນັ່ງທີ່ພຽງພໍແກ່ຜູ້ໂດຍສານ ຕັ້ງໜ້າຄົ້ນຄວ້າ ແລະ ພັດທະນາລະບົບຊື້ປີ້ອອນລາຍ ສາມາດຊື້ປີ້ດ້ວຍສະກຸນເງິນອື່ນ ຄົ້ນຄ້ວາການຈັດຊື້ອຸປະກອນ ແລະ ຕິດຕັ້ງເຄື່ອງຊື້ປີ້ດ້ວຍຕົນເອງ ແລະ ລະບົບການບໍລິການລູກຄ້າ.

# ຂ່າວ – ພາບ :  ຂັນທະວີ

error: Content is protected !!