ກອງປະຊຸມສະຫຼຸບວຽກງານໂຄສະນາອົບຮົມ ນວ ປະຈໍາປີ 2021 ແລະ ທິດທາງແຜນການປີ 2022

    ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ (ນວ) ຈັດກອງປະຊຸມສະຫຼຸບວຽກງານໂຄສະນາອົບຮົມ ນວ ປະຈໍາປີ 2021 ແລະ ທິດທາງແຜນການປີ 2022 ວັນທີ 30 ພຶດສະພາ 2022 ທີ່ຫ້ອງວ່າການ ນວ ເປັນປະທານຂອງທ່ານ ຊົງເລົາ ຢົງນູ ຫົວໜ້າຄະນະໂຄສະນາອົບຮົມ ນວ ມີທ່ານ ອານຸພາບ ຕຸນາລົມ ເລຂາທິການສູນກາງພັກ ເລຂາຄະນະພັກ ປະທານສະພາປະຊາຊົນ ນວ ທ່ານ ຄໍາພັນ ເຜີຍຍະວົງ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ບັນດາຮອງເຈົ້າຄອງ ກໍາມະການປະຈໍາພັກ ກໍາມະການພັກ  ເລຂາຄະນະພັກຮາກຖານ  ໜ່ວຍພັກຮາກຖານ ຫົວໜ້າພະແນກການ-ອົງການທຽບເທົ່າອ້ອມຂ້າງ ແລະ ຜູ້ທີ່ເຮັດວຽກການເມືອງແນວຄິດຂອງພະແນກການອ້ອມຂ້າງ ນວ ຫົວໜ້າຄະນະໂຄສະນາອົບຮົມ 9 ຕົວເມືອງ ແລະ ພະນັກງານຫຼັກແຫຼງຄະນະໂຄສະນາອົບຮົມ ນວ ເຂົ້າຮ່ວມ.

    ກອງປະຊຸມໄດ້ສະຫຼຸບຕີລາຄາຄືນ ດ້ານດີ ດ້ານອ່ອນ ແລະ ຖອດຖອນບົດຮຽນການເຄື່ອນໄຫວວຽກງານໂຄສະນາອົບຮົມທົ່ວ ນວ ໃນປີ 2021 ເຊິ່ງເປັນໄລຍະເລີ່ມຕົ້ນສະໄໝກອງປະຊຸມໃຫຍ່ທີ່ຜ່ານມາ ພ້ອມທັງວາງທິດທາງແຜນການ ຄາດໝາຍສູ້ຊົນ ວຽກຈຸດສຸມສໍາລັບປີ 2022 ແລະ ວາງແຜນເຄື່ອນໄຫວວຽກງານໂຄສະນາອົບຮົມໄລຍະ 5 ປີ (2021-2025) ຕິດພັນໄປກັບການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ມະຕິກອງປະຊຸມໃຫຍ່ ຄັ້ງທີ VII ຂອງອົງຄະນະພັກ ນວ ຕາມທິດຫັນປ່ຽນໃໝ່ ເຜີຍແຜ່ເຊື່ອມຊຶມມະຕິ 206/ກມສພ ວ່າດ້ວຍການຍົກສູງຄຸນນະພາບວຽກງານການເມືອງ-ແນວຄິດໃນໄລຍະໃໝ່ ພ້ອມນັ້ນ ໄດ້ຮັບຟັງການປະກອບຄໍາເຫັນຂອງບັນດາສະຫາຍຄະນະພັກ ຄະນະໂຄສະນາອົບຮົມຂັ້ນຮາກຖານທີ່ມີຜົນງານພົ້ນເດັ່ນໃນການເຄື່ອນໄຫວວຽກງານໂຄສະນາອົບຮົມໄລຍະ 1 ປີຜ່ານມາ ພ້ອມນັ້ນ ບັນດາສະຫາຍທັງໝົດຈະໄດ້ພ້ອມກັນຕື່ນຕົວການເມືອງສູງປະກອບຄໍາເຫັນເພີ່ມຕື່ມ ກ່ຽວກັບສະພາບການເຄື່ອໄຫວວຽກງານໂຄສະນາອົບຮົມຕໍ່ອັນລວມ ແລະ ອັນສະເພາະຕາມເງື່ອນໄຂຕົວຈິງ.

    ນອກນີ້ ກອງປະຊຸມຈະໄດ້ຮັບຟັງການໂອ້ລົມແນະນໍາ ແລະ ໃຫ້ທິດຕໍ່ການເຄື່ອນໄຫວວຽກງານການເມືອງ-ແນວຄິດ ເວົ້າລວມ ເວົ້າສະເພາະແມ່ນວຽກງານໂຄສະນາອົບຮົມທົ່ວ ນວ ໃຫ້ຫັນໄປສູ່ຄຸນນະພາບໃໝ່ ຕາມມະຕິຂອງກົມການເມືອງສູນກາງພັກ ສະບັບເລກທີ 206/ກມສພ ແລະ ຮັບປະກັນໃຫ້ເກີດການຫັນປ່ຽນໃນການພັດທະນາ ນວ ໄລຍະໃໝ່ ຈາກສະຫາຍຄະນະເລາຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ແລະ ສະຫາຍເລຂາຄະນະພັກ ນວ.

     # ຂ່າວ – ພາບ :  ຂັນທະວີ

error: Content is protected !!