ທີມງານ PK RiDer ແລະ 2 ລໍ້ທົ່ວນະຄອນຫຼວງວຽງຈັນ ປະກອບສ່ວນຊ່ວຍເຫຼືອສັງຄົມ

    ເພື່ອເປັນການປະກອບສ່ວນຊ່ວຍເຫຼືອສັງຄົມ ໂດຍສະເພາະວຽກງານການສຶກສາທິການ ແລະ ກິລາ ໃນວັນທີ 28 ພຶດສະພາ 2022 ຜ່ານມາ ທີມງານ PK RiDer ຮ່ວມກັບທີມ 2 ລໍ້ທົ່ວນະຄອນຫຼວງວຽງຈັນ ຈັດກິດຈະກຳໂຄງການ “ອ້າຍນ້ອງ 2 ລໍ້ຮ່ວມໃຈ ສາມັກຄີແບ່ງປັນນ້ຳໃຈສົມທົບທຶນຊ່ວຍເຫຼືອໂຮງຮຽນປະຖົມສົມບູນນາລ້ອງ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ”.

    ສຳລັບເຄື່ອງທີ່ນຳຊ່ວຍເຫຼືອຄັ້ງນີ້ ປະກອບມີຈັກພິມ 1 ໜ່ວຍ ປື້ມຂຽນ ບິກ ສໍດຳ ກະຕໍ້ ບານເຕະ ພ້ອມຫີນ ແລະ ຊາຍ ເພື່ອສ້າງຫ້ອງນ້ຳຈຳນວນ 2 ຫ້ອງໃຫ້ແກ່ໂຮງຮຽນ ລວມມູນຄ່າທັງໝົດ 15.900.000 ກີບ ກ່າວມອບໂດຍທ່ານ ສົມພາວັນ ປັນຍາສັບ ປະທານ PK RiDer ແລະ ກ່າວຮັບຂອງທ່ານນາງ ບຸນຍົມ ລັງສຸມີໄຊ ຮອງຫົວໜ້າຫ້ອງການສຶກສາທິການ ແລະ ກີລາເມືອງຫາດຊາຍຟອງ ມີທ່ານ ສົມບັດ ຈຳປານະຄອນ ອຳນວຍການໂຮງຮຽນປະຖົມສົມບູນນາລ້ອງ ພ້ອມບັນດາຄູ-ອາຈານ ແລະ ນ້ອງນັກຮຽນເຂົ້າຮ່ວມ.

    ໂອກາດນີ້ ທ່ານນາງ ບຸນຍົມ ລັງສຸມີໄຊ ໄດ້ຕາງໜ້າແກ່ໂຮງຮຽນ ຄູ-ອານ ແລະ ນ້ອງນັກຮຽນ ສະແດງຄວາມຂອບໃຈຕໍ່ທີມງານ PK RiDer ຕະຫຼອດເຖິງທີມ 2 ລໍ້ທົ່ວນະຄອນຫຼວງວຽງຈັນ ແລະ ບໍລິສັດ ຫ້າງຮ້ານຕ່າງໆທີ່ໄດ້ປະກອບສ່ວນສົມທົບທຶນໃຫ້ການຊ່ວຍເຫຼືອໂຮງຮຽນປະຖົມສົມບູນນາລ້ອງໃນຄັ້ງນີ້ ໂດຍເຄື່ອງທີ່ນຳມາມອບໃຫ້ນີ້ ສ່ວນໜຶ່ງແມ່ນຈະນຳໄປແຈກຢາຍແກ່ນ້ອງນັກຮຽນໃຫ້ທົ່ວເຖິງ ແລະ ຈະຮັບໃຊ້ໃນວຽກງານຂອງຫ້ອງການໂຮງຮຽນ.

# ຂ່າວ – ພາບ :   ຊິລິການດາ

error: Content is protected !!