ວັນທີ 27 ພຶດສະພາ 2022 ທີ່ກະຊວງເຕັກໂນໂລຊີ ແລະ ການສື່ສານ ທ່ານ ບັນດິດ ສາດສະດາຈານ ບໍ່ວຽງຄໍາ ວົງດາລາ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຄໍານັບຂອງທ່ານຮອງສາດສະດາຈານ ດຣ ເລືອງມິງກື່ ຜູ້ອໍານວຍການມະຫາວິທະຍາໄລກິ່ວລອງ ສສ ຫວຽດນາມ ພ້ອມດ້ວຍຄະນະ ທີ່ໄດ້ເດີນທາງມາເຄື່ອນໄຫວເຮັດວຽກຢູ່ ສປປ ລາວ ໃນວັນທີ 25-27 ພຶດສະພາ 2022 ນີ້.


ໃນໂອກາດນີ້ ທ່ານ ລັດຖະມົນຕີ ໄດ້ສະແດງຄວາມຕ້ອນຮັບ ແລະ ຊົມເຊີຍ ພ້ອມທັງຕີລາຄາສູງຕໍ່ທ່ານ ຜູ້ອໍານວຍການມະຫາໄລກິ່ວລອງ ສສ ຫວຽດນາມ ພ້ອມດ້ວຍຄະນະ ທີ່ໄດ້ເດີນທາງມາຢ້ຽມຢາມ ແລະ ເຄື່ອນໄຫວເຮັດວຽກໃນຄັ້ງນີ້ ເຊິ່ງເປັນການປະກອບສ່ວນສໍາຄັນ ເພື່ອເສີມສ້າງຄວາມເຂົ້າໃຈ ແລະ ການຮ່ວມມື ລາວ-ສສ ຫວຽດນາມ ໃຫ້ນັບມື້ໜັກແໜ້ນເຂັ້ມແຂງຍິ່ງຂຶ້ນ ນັ້ນກໍຄື ກົມເຕັກໂນໂລຊີ ແລະ ນະວັດຕະກໍາ ແລະ ມາຫາວິທະຍາໄລກິ່ວລອງ ສສ ຫວຽດນາມ ໂດຍສະເພາະແມ່ນວຽກງານຮ່ວມມືສອງຝ່າຍ ເປັນຕົ້ນ ການຍົກລະດັບບຸຄະລາກອນ ການແລກປ່ຽນດ້ານວິຊາສະເພາະຮ່ວມກັນ ແລະ ອື່ນໆ ເພື່ອຍົກສູງຂີດຄວາມສາມາດວຽກງານກົມເຕັກໂນໂລຊີສອງປະເທດ ໃຫ້ມີຄວາມເຂັ້ມແຂງຍິ່ງຂຶ້ນ.

ທ່ານ ຮອງສາດສະດາຈານ ດຣ ເລືອງມິງກື່ ກໍໄດ້ສະແດງຄວາມຂອບໃຈຕໍ່ທ່ານລັດຖະມົນຕີ ທີ່ໄດ້ໃຫ້ການຕ້ອນຮັບ ແລະ ໃຫ້ການຮ່ວມມືພົວພັນວຽກງານລະຫວ່າງສອງພາກສ່ວນອັນອົບອຸ່ນໃນຄັ້ງນີ້ ພ້ອມທັງລາຍງານຈຸດປະສົງຂອງການເດີນທາງມາເຮັດວຽກໃຫ້ຊາບ ຈາກນັ້ນສອງຝ່າຍໄດ້ຮ່ວມກັນປຶກສາຫາລືການພົວພັນຮ່ວມມືຊ່ວຍເຫຼືອເຊິ່ງກັນ ແລະ ກັນໃນຕໍ່ໜ້າໃຫ້ນັບມື້ນັບຂະຫຍາຍຕົວຍິ່ງຂຶ້ນ.

# ວຽງມາ