ເຊື່ອມຊຶມເອກະສານສໍາຄັນຕ່າງໆຂອງອົງຄະນະພັກ ສພຊ

    ກອງປະຊຸມເຜີຍແຜ່ເຊື່ອມຊຶມເອກະສານສໍາຄັນຕ່າງໆຂອງອົງຄະນະພັກ ສະພາແຫ່ງຊາດ (ສພຊ) ຈັດຂຶ້ນວັນທີ 30 ພຶດສະພາ 2022 ທີ່ຫໍປະຊຸມແຫ່ງຊາດ ເປັນປະທານຂອງສະຫາຍນາງ ສູນທອນ ໄຊຍະຈັກເລຂາທິການສູນກາງພັກ ຮອງເລຂາຄະນະບໍລິຫານງານພັກ ສພຊ ມີຄະນະບໍລິຫານງານພັກ ຄະນະພັກຮາກຖານ ໜ່ວຍພັກຮາກຖານ ໜ່ວຍພັກທີ່ຂຶ້ນກັບຄະນະພັກຮາກຖານ ສະມາຊິກພັກສົມບູນ ແລະ ສະມາຊິກພັກສໍາຮອງໃນທົ່ວອົງຄະນະພັກ ສພຊ ເຂົ້າຮ່ວມ.

    ເອກະສານສໍາຄັນທີ່ນໍາມາເຜີຍແຜ່ຄັ້ງນີ້ ປະກອບມີ ມະຕິວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງຄະນະບໍລິຫານງານພັກ ສພຊ ສະໄໝທີ IV ສະບັບເລກທີ 14/ຄພ.ສພຊ ແຜນພັດທະນາຂອງ ສພຊ ໄລຍະ 5 ປີ 2021-2025 ສະບັບເລກທີ 07/ຄພ.ສພຊ ພ້ອມນັ້ນ ກອງປະຊຸມດັ່ງກ່າວຍັງໄດ້ຜ່ານມະຕິຂອງຄະນະປະຈໍາ ສພຊ ວ່າດ້ວຍການອະນຸມັດໃຫ້ພະນັກງານອອກຮັບອຸດໝູນບໍານານ ມະຕິຂອງຄະນະປະຈໍາ ສພຊ ວ່າດ້ວຍການແຕ່ງຕັ້ງຕໍາແໜ່ງບໍລິຫານປະເພດ 2 ຂັ້ນຫົວໜ້າກົມ ຈໍານວນ 6 ທ່ານ ມະຕິຂອງຄະນະປະຈໍາ ສພຊ ວ່າດ້ວຍການສັບປ່ຽນໜ້າທີ່ ແລະ ບ່ອນປະຈໍາການຂອງພະນັກງານພາຍໃນ ສພຊ ຂັ້ນຫົວໜ້າກົມ 2 ທ່ານ ຜ່ານຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງຕໍາແໜ່ງບໍລິຫານປະເພດ 4 ຂັ້ນຫົວໜ້າພະແນກ 14 ທ່ານ ຜ່ານຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງຕໍາແໜ່ງບໍລິຫານປະເພດ 5 ຂັ້ນຮອງຫົວໜ້າພະແນກ 13 ທ່ານ ນອກນັ້ນ ຍັງໄດ້ຜ່ານບົດສະຫຼຸບຂໍ້ແຂ່ງຂັນຮັກຊາດ ແລະ ພັດທະນາປະຈໍາປີ 2021 ແລະ ທິດທາງແຜນການປີ 2022 ຜ່ານມະຕິຂອງຄະນະປະຈໍາ ແລະ ຄະນະເລຂາທິການ ສພຊ ວ່າດ້ວຍການຍ້ອງຍໍກົມກອງ ແລະ ບຸກຄົນປະຈໍາປີ 2021 ຜ່ານບົດສະຫຼຸບການຈັດຕັ້ງປະຕິບັດຂະບວນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 5 ເປັນເຈົ້າ ປະຈໍາປີ 2021 ແລະ ວາງທິດທາງແຜນການປີຕໍ່ໄປ ໂອກາດດຽວັນນີ້ ກໍໄດ້ມອບໃບຢັ້ງຢືນ 5 ເປັນເຈົ້າໃຫ້ແກ່ກໍາມະບານຮາກຖານພາຍໃນ ສພຊ ແລະ ໃນກອງປະຊຸມຍັງໄດ້ມີການຫວນຄືນມູນເຊື້ອວັນສ້າງຕັ້ງກໍາມະກອນຄົບຮອບ 136 ປີຕື່ມອີກ.

# ຂ່າວ – ພາບ : ຂັນທະວີ

error: Content is protected !!