ເຊີນຮ່ວມງານ “ວັນຍອດຊາລາວ” ເພື່ອສະເຫຼີມສະຫຼອງວັນຊາສາກົນ

    ຂໍເຊີນບັນດາທ່ານ ເຂົ້າຮ່ວມງານ “ວັນຍອດຊາລາວ” ເພື່ອສະເຫຼີມສະຫຼອງ ວັນຊາສາກົນ ຫຼື International Tea Day ໂດຍງານ ຈະໄດ້ຈັດຂຶ້ນໃນວັນທີ 4-5 ມິຖຸນາ 2022 ຕັ້ງແຕ່ເວລາ 09:00 ໂມງເຊົ້າ ເຖິງ 18:00 ແລງ ທີ່ສູນການຄ້າລາວ-ໄອເຕັກ ຕຶກເກົ່າ.

   ພາຍໃນງານ ທ່ານຈະໄດ້ພົບກັບການສະເໜີປະຫວັດຄວາມເປັນມາຂອງຊາ ຮັບຊົມການສາທິດ ວິທີການຊົງຊາຈາກຜູ້ຊ່ຽວຊານຊາລາວ ແລະ ຕ່າງປະເທດ ການສົນທະນາກ່ຽວກັບວຽກພັດທະນາຂະແໜງຊາ ການວາງສະແດງ ແລະ ການຈັດຈໍາໜ່າຍສິນຄ້າບໍລິການກ່ຽວກັບຊາ ແລະ ອື່ນໆ ເຊິ່ງເຂົ້າຮ່ວມງານໂດຍບໍ່ໄດ້ເສຍຄ່າ.

    ງານດັ່ງກ່າວຈັດໂດຍ: ໂຄງການຊາແມ່ນໍ້າຂອງ ກົມປູກຝັງ ກະຊວງກະສິກໍາ ແລະ ປ່າໄມ້ ແລະ ຄູ່ຮ່ວມພັດທະນາຕ່າງໆ ລວມມີ: ໂຄງການ 3T/CCL ໂຄງການ GI regional ໂຄງການ Luras, Biotrade/Helvetas ແລະ ການເຂົ້າຮ່ວມຂອງນັກທຸລະກິດຊາທັງພາຍໃນ ແລະ ຕ່າງປະເທດ ຢ່າລືມ ຢ່າພາດ ມາຮ່ວມຊົມ ຮ່ວມຊີມຊາ ແລະ ສົ່ງເສີມຜະລິດຕະພັນຊາຂອງລາວ ນໍາກັນ.

.

# ຂ່າວ: ໄຊັບນດິດ

error: Content is protected !!