ໂຮງຮຽນນານາຊາດລາວ ມອບໃບຢັ້ງຢຶນການສຶກສາຈົບຂັ້ນອະນຸບານ ແລະ ມ7

    ໂຮງຮຽນ ນານາຊາດລາວ ຕັ້ງຢູ່ບ້ານໜອງບອນ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເປັນໂຮງຮຽນສາມັນສຶກສາທີ່ໃຊ້ຫຼັກສູດການຮຽນການສອນປະສົມປະສານ ລະຫ່ວາງຫຼັກສູດແຫ່ງຊາດຂອງກະຊວງ ສສກ ແລະ ນໍາໃຊ້ຫຼັກສູດນານາຊາດ ເຊິ່ງເປັນຫຼັກສູດແຄັມບຣິດ (Cambridge ) ຈາກປະເທດອັງກິດ ລະດັບການສຶກສາປະກອບມີ: ຊັ້ນອະນຸບານ ປະຖົມສົມບູນ ແລະ ມັດທະຍົມສົມບູນ ຄູ-ອາຈານສ່ວນຫຼາຍ ຈະແມ່ນຄົນຕ່າງປະເທດ ນໍາໃຊ້ວິທີແບບລະບົບທັນສະໄໝ ນໍາໃຊ້ໂປຣແກຣມຈາກຕ່າງປະເທດ ອຸປະກອນໃນການສິດສອນແມ່ນນໍາໃຊ້ເຕັກນິກທີ່ທັນສະໄໝຂຶ້ນກ່ວາເກົ່າ ເພື່ອໃຫ້ນັກຮຽນໄດ້ຮຽນຮູ້ເອົາຄວາມຮູ້ຄວາມສາມາດ ແລະ ປະສົບການໃໝ່ໆຈາກບົດຮຽນໃນລະດັບນານາຊາດ ກໍຄືໃນບ້ານເຮົາໃຫ້ໄດ້ຫຼາຍຂຶ້ນ.

    ສົກຮຽນປີ 2021-2022 ຊັ້ນອະນຸບານມີພະນັກງານທັງໝົດ 26 ຄົນ 24 ຍິງ ໃນນັ້ນຜູ້ຈັດການ 1 ຄົນ ຄູສອນມີ 15 ຍິງ 14 ຄົນ ຄູຕ່າງປະເທດ 5 ຄົນ ຍິງ 4 ຄົນ ມີນັກຮຽນຈໍານວນ 69 ຄົນ ໃນສົກຮຽນນີ້ ມີນັກຮຽນຊັ້ນອະນຸບານ 3 ຈົບການສຶກສາ ແລະ ໄດ້ຮັບໃບຢັ້ງຢືນຈໍານວນ 29 ຄົນ ຍິງ 19 ຄົນ ຊັ້ນປະຖົມສຶກສາມີພະນັກງານທັງໝົດ 37 ຄົນ ຍິງ 32 ໃນນັ້ນຜູ້ຈັດການມີ 1 ຄົນ ຄູສອນມີ 21 ຍິງ 20 ຄົນ ຕ່າງປະເທດ 12 ຄົນ ຍິງ 10 ຄົນ ມີນັກຮຽນຊັ້ນປະຖົມສຶກສາທັງໝົດ 208 ຄົນ ຍິງ 87 ຄົນ ມີນັກຮຽນຊັ້ນປະຖົມປີທີ 5 ຈົບການສຶກສາ ແລະ ໄດ້ຮັບໃບຢັ້ງຢືນແມ່ນມີຈໍານວນ 37 ຄົນ ຍິງ 18 ຄົນ ແລະ ຊັ້ນມັດທະຍົມສຶກສາມີພະນັກງານທັງໝົດ 55 ຄົນ ຍິງ 31 ໃນນັ້ນ ຜູ້ອໍານວຍການມີ 2 ຄົນ ຮອງຜູ້ອໍານວຍການ 2 ຄົນ ຄູສອນມີ 36 ຄົນ ຍິງ 16 ຄົນ ຕ່າງປະເທດ 25 ຄົນ ຍິງ 6 ຄົນ ມີນັກຮຽນທັງໝົດ 277 ຄົນ ຍິງ 135 ຄົນ ນັກຮຽນຕ່າງປະເທດທັງໝົດ 27 ຄົນ ຍິງ 9 ຄົນ ໃນສົກຮຽນນີ້ ນັກຮຽນຊັ້ນມັດທະຍົມປີທີ 4 ທີ່ໄດ້ສອບເສັງຈົບຊັ້ນ ແລະ ໄດ້ຮັບໃບຢັ້ງຢືນແມ່ນມີຈໍານວນ 37 ຄົນ ຍິງ 15 ຄົນ ສ່ວນນັກຮຽນຊັ້ນມັດທະຍົມປີທີ 7 ທີ່ໄດ້ສອບເສັງຈົບຊັ້ນ ແລະ ໄດ້ຮັບໃບຢັ້ງຢືນແມ່ນມີຈໍານວນ ຄົນ 42 ຄົນ ຍິງ 19 ຄົນ.

    ພິທີສະຫຼຸບຜົນງານສົກຮຽນ 2021-2022 ແລະ ມອບໃບຢັ້ງຢືນການສຶກສາຄັ້ງນີ້ ຈັດຂຶ້ນທີ່ໂຮງແຮມ ແລນມາກແມ່ຂອງລີເວີໄຊ ໃນຄໍ່າຄືນວັນທີ 28 ພຶດສະພາ 2022 ໂດຍມີທ່ານ ນາງ ຄຳປະເສີດ ກິຕິຍະວົງ ຫົວໜ້າກົມສາມັນສຶກສາ ກະຊວງສຶກສາທິການ ແລະ ກີລາ ທ່ານ ນາງ ລີປາ ເອ້ຍ ບົວປາວ ຮອງຫົວໜ້າພະ ແນກສຶກສາທິການ ແລະ ກີລາ ນະຄອນຫຼວງວຽງຈັນ ທ່ານ ULvi Shirinov ຜູ້ອຳນວຍ ການໂຮງຮຽນ ພ້ອມດ້ວຍຄະນະຜູ້ບໍລິຫານໂຮງຮຽນ ພະນັກງານຄູ-ອາຈານ ແຂກຖືກເຊີ ນຜູ້ປົກຄອງ ແລະ ນັກຮຽນເຂົ້າ ຮ່ວມ.

error: Content is protected !!