ວິທະຍາຄານກົມມະດຳ ສ້າງຂະບວນການປູກຕົ້ນໄມ້ເພີ່ມພື້ນທີ່ສີຂຽວ

    ຫ້ອງເຕັກນິກວິທະຍາຄານກົມມະດຳ ສ້າງກິດຈະກຳປູກຕົ້ນເພື່ອຄໍານັບຮັບຕ້ອນວັນປູກຕົ້ນໄມ້ແຫ່ງຊາດ ແລະ ວັນເດັກນ້ອຍສາກົນ 1 ມິຖຸນາ ປະຈຳປີ 2022 ຂຶ້ນວັນທີ 27 ພຶດສະພາ 2022  ຢູ່ວິທະຍາຄານດັ່ງກ່າວ ມີທ່ານ ພັນເອກ ສັງມະນີ ຈິດລະວົງ ຫົວໜ້າຫ້ອງເຕັກນິກ ວິທະຍາຄານກົມມະດຳ ພ້ອມດ້ວຍຄະນະນຳ ພະແນກການ ແລະ  ພະນັກງານ-ນັກຮົບເຂົ້າຮ່ວມ.

    ຕົ້ນໄມ້ທີ່ນຳມາປູກຄັ້ງນີ້ ມີກ້ວຍ ຕົ້ນໝາກມ່ວງ ໄຜ່ລຽ້ງນ້ອງ ໜໍ່ຫວານ ຕົ້ນໝາກຂຽບ ທັນຕາລົດ ລຳໄຍ ຕະລິງປິງ ໝາກສີດາ ລວມທັງໝົດ 100 ກວ່າຕົ້ນ ເຊິ່ງປູກໃນເນື້ອທີ່ດິນ 1 ໄລ່ ທັງນີ້ກໍເພື່ອເປັນການປູກຈິດສຳນຶກ ແລະ ສະຕິຕື່ນຕົວຂອງພະນັກງານນັກ-ຮົບ ໃຫ້ຮູ້ໃນການປົກປັກຮັກສາປ່າໄມ້ ແລະ ຊັບພະຍາກອນທຳມະຊາດ ເພື່ອສ້າງສິ່ງແວດລ້ອມໃຫ້ເປັນສີຂຽວ ພາຍໃນຫ້ອງການ ວິທະຍາຄານ ແລະ ຮູ້ສົ່ງເສີມຄຸນນະພາບສິ່ງແວດ ລ້ອມພາຍໃນປະເທດ ຕາມຄຳຂວັນທີ່ວ່າ ຂຽວສະອາດງາມຕາ ແລະ ອີກດ້ານຫນຶ່ງ ກໍເພື່ອຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຂອງພັກ ໄດ້ກຳນົດຮ່າງວິໄສທັດວ່າດ້ວຍຊັບພະຍາກອນ ແລະ ສິ່ງແວດລ້ອມ.

    ໂອກາດນີ້ ທ່ານ ພັນເອກ ສັງມະນີ ຈິດລະວົງ ຫົວໜ້າຫ້ອງ ຍັງໄດ້​ໂອ້ລົມສະແດງຄວາມຍ້ອງຍໍມາຍັງ ຊົມເຊີຍພະນັກງານ-ນັກຮົບພາຍໃນຫ້ອງທີ່ໄດ້ພ້ອມກັນເອົາໃຈໃສ່ໃນການສ້າງກິດຈະກຳປູກຕົ້ນໄມ້ຄັ້ງນີ້ຈົນສຳເລັດ ພ້ອມທັງຮຽກຮ້ອງເຖິງບັນດາພະນັກງານ-ນັກຮົບ ຈົ່ງຊ່ວຍກັນບົວລະບັດ ແລະ ປົກປັກຮັກສາຕົ້ນໄມ້ທີ່ນຳມາປູກໃຫ້ເຕີບໃຫຍ່ ແລະ ຂຽວງາມ ເພື່ອປະກອບສ່ວນເຂົ້າໃນການເພີ່ມພື້ນທີ່ສີຂຽວຢູ່ວິທະຍາຄານກົມມະດຳໃຫ້ນັບມື້ເພີ່ມຂຶ້ນ.

(ຂ່າວ-ພາບ:ວິທະຍາຄານກົມມະດຳ)

error: Content is protected !!