ພະຈຳນວນ 34 ອົງ ທີ່ປະຊາຊົນພົບເຫັນ ໄດ້ຮັບການຂື້ນທະບຽນແລ້ວ

   ລະຫວ່າງວັນທີ 11-12 ພຶດສະພາ 2022 ຜ່ານມາ ເຈົ້າຂອງສວນ ຊືີ່ທ່ານ ເງິນທອງ ສີວິໄລ ຢູ່ບ້ານໂພນງາມ ເມືອງປາກລາຍ ແຂວງໄຊຍະບູລີ ໄດ້ໄປໄຖສວນຂອງຕົນເອງຢູ່ເຂດແກ້ງຕ້ອງ ລ້ອງນໍ້າພູນ ແລ້ວພົບເຫັນພະພຸດທະຮູບຈຳຫຼາຍທີ່ຝັງຢູ່ດິນສວນ ຕໍ່ມາ ໄດ້ມາແຈ້ງຕໍ່ອົງການປົກຄອງບ້ານໂພນງາມໄປກວດກາຕົວຈິງ ພົບພະທີ່ຫຼອມດ້ວຍສີເງິນ ຈຳນວນ 34 ອົງ ແລ້ວເອີ້ນເຊີນມາປະດິດສະຖານໄວ້ຢູ່ທີ່ວັດບ້ານໂພນງາມ ເມືອງປາກລາຍ ເພື່ອກາບໄຫວ້ບູຊາ

    ດັ່ງນັ້ນ ມາໃນວັນທີ 18 ພຶດສະພາ 2022 ຜ່ານມາ ທາງພະແນກຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທຽ່ວແຂວງໄຊຍະບູລີ (ຖວທ) ນໍາໂດຍທ່ານ ບຸນທະວີ ບຸນຊູຮັກ ຮອງຫົວໜ້າພະແນກ ຖວທ ແຂວງ ພ້ອມດວ້ຍວິຊາການຈາກພະແນກ ວິຊາການຫ້ອງການ ຖວທ ເມືອງ ຮ່ວມກັບອົງການປົກຄອງບ້ານໂພນງາມລົງກວດກາຕົວຈິງ ພ້ອມທັງຂື້ນທະບຽນເປັນມໍລະດົກຂອງຊາດ ແລະ ພ້ອມທັງມອບໃຫ້ບ້ານເປັນຜູ້ຄຸ້ມຄອງປົກປັກຮັກສາ ເພື່ອເປັນບ່ອນກາບໄຫວ້ບູຊາຂອງປະຊາຊົນໃນທົ່ວສັງຄົມ.

# ຂ່າວ – ພາບ :  ຊີລິການດາ

error: Content is protected !!