ເຜີຍແຜ່ ດໍາລັດ ວ່າດ້ວຍຈັນຍາບັນພະນັກງານ-ລັດຖະກອນ

      ຫ້ອງການພາຍໃນ ເມືອງນາຊາຍທອງ ຈັດກອງປະຊຸມເຜີຍແຜ່ ດໍາລັດ ວ່າດ້ວຍຈັນຍາບັນຂອງ ພະນັກງານ-ລັດຖະກອນ ແລະ ຄໍາແນະນໍາໃນການຈັດຕັ້ງປະຕິບັດ ວຽກງານຈັນຍາບັນຂອງ ພະນັກງານ-ລັດຖະກອນ ທົ່ວເມືອງນາຊາຍທອງ ຈັດຂຶ້ນວັນທີ 18 ພຶດສະພາ 2022 ທີ່ສະໂມສອນເມືອງນາຊາຍທອງ ນະຄອນຫຼວງວຽງຈັນ (ນວ) ພາຍໃຕ້ການເປັນປະທານຂອງທ່ານ ວຽງຄໍາ ສີຫາໂຄດ ເຈົ້າເມືອງນາຊາຍທອງ ມີທ່ານ ກາບແກ້ວ ນາມມະຈັກ ຮອງຫົວໜ້າພະແນກພາຍໃນ ນວ ບັນດາຫ້ອງການອ້ອມຂ້າງ ແລະ ພະນັກງານ-ລັດຖະກອນເຂົ້າຮ່ວມ.

      ທ່ານ ຄໍາໝູນ ບຸດຕະໂຄດ ຫົວໜ້າຫ້ອງການພາຍໃນເມືອງນາຊາຍທອງ ຂຶ້ນຜ່ານບົດລາຍງານສະພາບການຈັດຕັ້ງປະຕິບັດວຽກງານຄຸ້ມຄອງລັດຖະກອນ ໄລຍະ 1 ປີຜ່ານມາ ວ່າ: ທົ່ວເມືອງນາຊາຍທອງ ມີພະນັກງານ-ລັດຖະກອນ ທັງໝົດ 812 ຄົນ ຍິງ 499 ຄົນ ມີລັດຖະກອນສາຍຂວາງ 71 ຄົນ ຍິງ 39 ຄົນ ສາຍຕັ້ງ 741 ຄົນ ຍິງ 460 ຄົນ ໃນນັ້ນ ລັດຖະກອນຄູສອນ 476 ຄົນ ຍິງ 330 ຄົນ (ບໍ່ລວມກອງບັນຊາການ ປກຊ-ປກສ ເມືອງ ແລະ ສານປະຊາຊົນເຂດ 1 ນວ) ເຊິ່ງສະຫຼຸບຜົນການການຈັດຕັ້ງປະຕິບັດການປະເມີນຜົນລວມທົ່ວທົ່ວເມືອງນາຊາຍທອງສາມາດຕີລາຄາແຕ່ລະປະເພດຄື: ດີຫຼາຍ 154 ຄົນ ຍິງ 95 ຄົນ ດີ 134 ຄົນ ຍິງ 49 ຄົນ ກາງ 8 ຄົນ ຍິງ 5 ຄົນ ບໍ່ໄດ້ຮັບການປະເມີນຜົນ ມີເຫດຜົນ 24 ຄົນ  ຍິງ 13 ຄົນ ຍ້ອນມີການລາພັກປະຈໍາປີ ພະນັກງານຍົກລະດັບວິຊາສະເພາະຢູ່ພາຍໃນ ແລະ ຕ່າງປະເທດ ຍົກລະດັບທິດສິດີການເມືອງ ຍັງບໍ່ໄດ້ຮັບການປະເມີນບໍ່ມີເຫດຜົນ 9 ຄົນ ຍິງ 3 ຄົນ ຂອງຫ້ອງການຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ບໍ່ສະໜອງຂໍ້ມູນໃຫ້).

ໂອກາດດັ່ງກ່າວ ທ່ານ ກາບແກ້ວ ນາມມະຈັກ ໄດ້ເຜີຍແຜ່ ດໍາລັດວ່າດ້ວຍຈັນຍາບັນຂອງ ພະນັກງານ-ລັດຖະກອນ ເຊິ່ງໄດ້ຍົກໃຫ້ຮູ້ເຖິງ ຈຸດປະສົງ ວ່າ: ດໍາລັດສະບັບນີ້ ກໍານົດຫຼັກການ ລະບຽບການ ແລະ ມາດຕະການ ກ່ຽວກັບຈັນຍາບັນ ຂອງພະນັກງານລັດຖະກອນ ເພື່ອເປັນບ່ອນອີງໃຫ້ການຈັດຕັ້ງພັກ ລັດ ແນວລາວສ້າງຊາດ ສະຫະພັນນັກຮົບເກົ່າ ອົງການຈັດຕັ້ງມະຫາຊົນຂັ້ນສູນກາງ ແລະ ທ້ອງຖິ່ນ ໃນການຈັດຕັ້ງປະຕິບັດ ແນ່ໃສ່ຄຸ້ມຄອງ ແລະ ສຶກສາ ອົບຮົມ ໃຫ້ພະນັກງານ-ລັດຖະກອນ ມີຄຸນທາດການເມືອງ ຄຸນສົມບັດສິນທໍາປະຕິວັດໜັກແໜ້ນ ມີຄວາມຮັບຜິດຊອບສູງ ຕໍ່ໜ້າທີ່ວຽກງານຂອງຕົນ ມີສະຕິຕື່ນຕົວ ເຄົາລົບ ປະຕິບັດກົດໝາຍ ແລະ ລະບຽບການຢ່າງເຂັ້ມງວດ ມີປະສິດທິພາບ ປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ພັດທະນາປະເທດຊາດ ຈາກນັ້ນທ່ານ ຍັງໄດ້ເຜີຍແຜ່ຄໍາແນະນໍາໃນການຈັດຕັ້ງປະຕິບັດ ວຽກງານຈັນຍາບັນຂອງ ພະນັກງານ-ລັດຖະກອນ ຕື່ມອີກ.

ວຽງມາ 20.5.2022

error: Content is protected !!