ປັບປຸງສິ່ງອຳນວຍຄວາມສະດວກ ຢູ່ 3 ສະຖານທີ່ທ່ອງທ່ຽວສຳຄັນຂອງ ນວ

    ທ່ານ ຄໍາຄູນ ໃບລາຕຣີ ຮອງຫົວໜ້າພະແນກຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ນະຄອນຫຼວງວຽງຈັນ (ຖວທ.ນວ) ໄດ້ໃຫ້ສຳພາດຕໍ່ສື່ມວນຊົນໃນວັນທີ 20 ພຶດສະພາ 2022 ກ່ຽວກັບການປັບປຸງສິ່ງອຳນວຍຄວາມສະດວກຢູ່ 3 ສະຖານທີ່ທ່ອງທ່ຽວສຳຄັນຂອງ ນວ ຄື: ພິພິທະພັນວັດສີສະເກດ ພິພິທະພັນຫໍພະແກ້ວ ແລະ ພິພິທະພັນພະທາດຫຼວງວຽງຈັນ ທີ່ໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19 ໃນໄລຍະຜ່ານມາ.

    ທ່ານ ຄໍາຄູນ ໃບລາຕຣີ ກ່າວວ່າ: ການແຜ່ລະບາດຂອງພະຍາດໂຄວິດ-19 ເລີ່ມແຕ່ຕົ້ນປີ 2020 ເປັນຕົ້ນມາ ເປັນເຫດການທີ່ບໍ່ມີປະເທດໃດໃນໂລກຄາດຄະເນ ແລະ ກະກຽມຮັບມືມາກ່ອນ ໃນນັ້ນ ໜຶ່ງໃນຂະແໜງ ການທີ່ໄດ້ຮັບຜົນກະທົບຫຼາຍທີ່ສຸດ ແມ່ນຂະແໜງການທ່ອງທ່ຽວທົ່ວລະບົບຕ່ອງໂສ້ຂອງທຸລະກິດບໍລິການທ່ອງທ່ຽວ ແມ່ນໄດ້ຮັບຜົນກະທົບ ເປັນຕົ້ນ: ການຂົນສົ່ງ ສະຖານທີ່ພັກແຮມ ຮ້ານອາຫານ ເຄື່ອງດື່ມ ສະຖານທີ່ທ່ອງທ່ຽວ ບໍລິສັດທ່ອງທ່ຽວ ພະນັກງານນຳທ່ຽວ ຮ້ານຂາຍເຄື່ອງທີ່ລະນຶກ ຕະຫຼອດຮອດເຄືອຂ່າຍຜູ້ຜະລິດ ຈຳນວນສະຖິຕິນັກທ່ອງທ່ຽວສາກົນມາທ່ຽວ ສປປ ລາວ ແມ່ນມີແຕ່ໄລຍະ 3 ເດືອນຕົ້ນປີ ເຮັດໃຫ້ຕົວເລກນັກທ່ອງທ່ຽວສາກົນໝົດປີຫຼຸດລົງລົບ 74%  ຂາດລາຍຮັບ  70-80%  ຂອງລາຍຮັບທັງໝົດ  ແຮງງານໃນຂະແໜງການທ່ອງທ່ຽວ ກໍໄດ້ຮັບຜົນກະທົບເຊັ່ນ: ຖືກພັກວຽກ ຫຼື ຫຼຸດຄ່າຈ້າງແຮງງານ ເຊິ່ງບັນຫາດັ່ງກ່າວ ໄດ້ສົ່ງຜົນໃຫ້ສະພາບເສດຖະກິດ ແລະ ການດໍາລົງຊີວິດຂອງຄອບຄົວຕົກຢູ່ໃນສະພາບທີ່ຫຍຸ້ງຍາກ ຍິ່ງໄປກວ່ານັ້ນ ໃນປີ 2021 ທີ່ຜ່ານມາ ນະຄອນຫຼວງວຽງຈັນ ກໍຄື ສປປ ລາວ ພວກເຮົາບໍ່ມີນັກທ່ອງທ່ຽວສາກົນເຂົ້າມາເລີຍ.

    ຈາກຜົນກະທົບດັ່ງກ່າວ ກົມພັດທະນາການທ່ອງທ່ຽວ ກະຊວງ ຖວທ ສົມທົບກັບອົງການສະຫະປະຊາຊາດເພື່ອການພັດທະນາ UNDP ໄດ້ເຫັນບັນຫາຄວາມສໍາຄັນຕໍ່ຜົນກະທົບດັ່ງກ່າວ ໃນຂະແໜງທ່ອງທ່ຽວ ຈຶ່ງໄດ້ໃຫ້ການສະໜັບສະໜູນໃນການສ້າງແຜນແນວທາງການຟື້ນຟູການທ່ອງທ່ຽວຂອງ ສປປ ລາວ ຈາກການແຜ່ລະບາດຂອງພະຍາດໂຄວິດ-19 ສໍາລັບ ປີ 2021-2025 ເຊິ່ງໄດ້ເລີ່ມຈັດຕັ້ງປະຕິບັດ ໄລຍະທີ 1 ນັບແຕ່ວັນທີ 11 ທັນວາ 2020 ແລະ ໄດ້ຮັບຮອງຈາກກະຊວງ ຖວທ ໃນວັນທີ່ 21 ກໍລະກົດ 2021 ເພື່ອສືບຕໍ່ຜັນຂະຫຍາຍແຜນແນວທາງການຟື້ນຟູການທ່ອງທ່ຽວຂອງ ສປປ ລາວ ດັ່ງກ່າວ ທາງອົງການສະຫະປະຊາຊາດ ເພື່ອການພັດທະນາ UNDP ຈຶ່ງໄດ້ໃຫ້ການສະໜັບສະໜູນໄລຍະທີ 2 ຕື່ມ ມູນຄ່າ 8.200 ໂດລາ ຫຼື ປະມານ 100 ກວ່າລ້ານກີບ ໃນການປັບປຸງສິ່ງອຳນວຍຄວາມສະດວກ ຢູ່ສະຖານທີ່ທ່ອງທ່ຽວທີ່ໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19 ພະແນກ ຖວທ.ນວ ໄດ້ສົມທົບກັບກົມພັດທະນາການທ່ອງທ່ຽວ ໄດ້ຮ່ວມກັນສຳຫຼວດ ແລະ ກຳນົດຈຸດສະຖານທີ່ທ່ອງທ່ຽວໃນການປັບປຸງ ເຊິ່ງນະຄອນຫຼວງວຽງຈັນ ກໍໄດ້ຄັດເລືອກການປັບປຸງສິ່ງອຳນວຍຄວາມສະດວກຢູ່ສະຖານທີ່ທ່ອງທ່ຽວ 3 ຈຸດເຊັ່ນ: ພິພິທະພັນວັດສີສະເກດ ພິພິທະພັນຫໍພະແກ້ວ ແລະ ພິພິທະພັນພະທາດຫຼວງວຽງຈັນ ກິດຈະກໍາຕົ້ນຕໍ ແມ່ນເພື່ອເປັນການຕອບສະໜອງຕາມນະໂຍບາຍຕ່າງໆເຊັ່ນ: ປັບປຸງສິ່ງອໍານວຍຄວາມສະດວກໃຫ້ມີຄວາມສະອາດ ປອດໄພ ສ້າງຄວາມໝັ້ນໃຈໃຫ້ແກ່ນັກທ່ອງທ່ຽວ ແລະ ເປັນການກະກຽມຄວາມພ້ອມ ເພື່ອຮອງຮັບເປີດຕ້ອນຮັບນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດ ທີ່ເຂົ້າມາທ່ອງທ່ຽວ ແລະ ຢ້ຽມຢາມ ນວ.

    ມາເຖິງປັດຈຸບັນ ພະແນກ ຖວທ.ນວ ແລະ ກົມພັດທະນາການທ່ອງທ່ຽວ ໄດ້ຈັດຕັ້ງກິດຈະກໍາດັ່ງກ່າວນີ້ ເຊິ່ງມີຄວາມຄືບໜ້າ ແລະ ໄດ້ສຳເລັດເຊັ່ນ: ປັບປຸງສິ່ງອຳນວຍຄວາມສະດວກຢູ່ພິພິທະພັນຫໍພະແກ້ວ ປັບປຸງສິ່ງອຳນວຍຄວາມສະດວກຢູ່ພິພິດຕະພັນວັດສີສະເກດ ແລະ ປັບປຸງສິ່ງອຳນວຍຄວາມສະດວກຢູ່ພິພິທະພັນພະທາດຫຼວງວຽງຈັນ ສຳເລັດ 100%.

    ໃນໂອກາດນີ້ ທ່ານ ຄໍາຄູນ ໃບລາຕຣີ ໄດ້ຮຽກຮອງມາຍັງຜູ້ປະກອບການທຸລະກິດການທ່ອງທ່ຽວ ແລະ ຜູ້ສະໜອງການບໍລິການທ່ອງທ່ຽວ ຈົ່ງໄດ້ເອົາໃຈໃສ່ສືບຕໍ່ປັບປຸງສະຖານທີ່ຂອງຕົນ ພ້ອມທັງການບໍລິການໃຫ້ຮັບປະກັນຄຸນນະພາບ ເພື່ອໃຫ້ມີຄວາມພ້ອມສໍາລັບບໍລິການ ແລະ ສ້າງຄວາມປະທັບໃຈແກ່ນັກທ່ອງທ່ຽວ ພ້ອມທັງໂຄສະນາຢ່າງກວ້າງຂວາງສູ່ກຸ່ມຕະຫຼາດເປົ້າໝາຍ ໃນນາມຕາງໜ້າພະແນກ ຖວທ.ນວ ຂໍຮຽກຮ້ອງມາຍັງທຸກພາກສ່ວນໃນທົ່ວສັງຄົມ ຈົ່ງຮ່ວມແຮງຮ່ວມໃຈກັນເປັນເຈົ້າການຢ່າງຕັ້ງໜ້າໃນການຕ້ອນຮັບນັກທ່ອງທ່ຽວໃຫ້ມີຄວາມປະທັບໃຈ ປອດໄພ ແລະ ທ່ອງທ່ຽວຢ້ຽມຢາມ ນວ ດ້ວຍ ຄວາມເບີກບານມ່ວນຊື່ນ.

# ຂ່າວ – ພາບ :  ຊີລິການດາ

error: Content is protected !!