2 ສາວນັກກີລາໂວວີນາມ ຄວ້າຫຼຽນຄຳທຳອິດໃຫ້ທັບນັກກີລາລາວ

    ນາງ ມາລາ ຈັນທະລັກສາ ແລະ ນາງ ພິກສະໄໝ ອິນສຸມັງ ສອງສາວນັກກີລາໂວວີນາມທີມຊາດລາວ ປະເພດຟ້ອນປະກອບອຸປະກອນຄູ່ຍິງ ສ້າງຜົນງານໄດ້ຢ່າງໂດດເດັ່ນ ດ້ວຍການຄວ້າຫຼຽນຄຳທຳອິດໃຫ້ກັບທັບນັກກີລາລາວ ໃນງານມະຫະກຳກີລາຊີເກມ ຄັ້ງທີ 31 ໄດ້ສຳເລັດ.

    ສຳລັບການແຂ່ງຂັນກີລາໂວວີນາມ ປະເພດຟ້ອນປະກອບອຸປະກອນຄູ່ຍິງ ຮອບຊີງຫຼຽນຄຳ ໄດ້ມີຂຶ້ນໃນຕອນບ່າຍວັນທີ 19 ພຶດສະພາ 2022 ໂດຍມີນັກກີລາຈາກ 5 ຊາດ ລົງທຳການແຂ່ງຂັນ ປະກອບມີ: ສປປ ລາວ ມຽນມາ ໄທ ກຳປູເຈຍ ແລະ ຫວຽດນາມ ເຈົ້າພາບ ຜ່ານການແຂ່ງຂັນຜົນປາກົດວ່າ ສອງນັກກີລາໂວວີນາມສາວລາວ ເຮັດຄະແນນລວມໄດ້ 269 ຄະແນນ ເປັນອັນດັບ 1 ຄວ້າຫຼຽນຄຳທຳອິດໃຫ້ກັບທັບນັກກີລາລາວໄດ້ສຳເລັດ ສ່ວນຫຼຽນເງິນ ນັກກີລາຫວຽດນາມ ແລະ ຫຼຽນທອງ ນັກກີລາກຳປູເຈຍ.

error: Content is protected !!