ທັບນັກກີລາກະຕໍ້ທີມຊາດລາວ ປະເພດທີມຄູ່ຍິງ ລົງສະໜາມໃນນັດສຸດທ້າຍ ໄລ່ເອົາຊະນະ ກຳປູເຈຍ 2-0 ເຊັດ ໃນວັນທີ 19 ພຶດສະພາ 2022 ລວມ 3 ນັດ ຊະນະ 2 ແລະ ເສຍ 1 ໄດ້ອັນດັບທີ 2 ຫຼື ຫຼຽນເງິນ ການແຂ່ງຂັນກີລາກະຕໍ້ ປະເພດທີມຄູ່ຍິງ ເປັນຫຼຽນທຳອິດ ສ້າງຂວັນກຳລັງໃຈໃຫ້ທັບນັກກິລາກະຕໍ້ ປະເພດທີມ 4 ຄົນ ອີກ 2 ລາຍການ ໄລ່ລ່າ 2 ຫຼຽນຄຳ ໃນງານມະຫະກໍາກີລາຊີເກມ ຫຼື ຮ່າໂນ້ຍ ເກມ.

ທັບນັກກີລາກະຕໍ້ທີມຊາດລາວ ປະເພດທີມຄູ່ຍິງ ປະກອບມີ ຮ້ອຍຕີ ກ້ອຍ ໄຊຍະວົງ ສັງກັດຢູ່ກອງກີລາ ກະຊວງປ້ອງກັນປະເທດ ຫຼື ປກຊ ຮ້ອຍໂທ ນໍຄໍາ ວົງໄຊ ສັງກັດກົມກີລາກະຊວງປ້ອງກັນຄວາມສະຫງົບ (ປກສ) ແລະ ນາງ ສອນສະຫວັນ ແກ້ວສຸລີຍາ ໃນນັດທຳອິດ ຊະນະ ຫວຽດນາມ 2-1 ເຊັດ ນັດທີ 2 ເສຍ ມຽນມາ 0-2 ເຊັດ ແລະ ນັດສຸດທ້າຍ ຊະນະ ກຳປູເຈຍ 2-0 ເຊັດ ຄວ້າຫຼຽນເງິນ ສ່ວນຫຼຽນຄຳ ຕົກເປັນຂອງ ມຽນມາ ຊະນະ 3 ນັດລວດ ແລະ ຫວຽດນາມ ຊະນະ 1 ແລະ ເສຍ 2 ໄດ້ຫຼຽນທອງ.
