ຊຸກຍູ້ຄວາມພ້ອມ ສ້າງບ້ານດອນຊີງຊູ້ໃຫ້ກາຍເປັນບ້ານວັດທະນະທໍາ

    ອີງຕາມທິດຊີ້ນໍາຂອງພະແນກຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ນະຄອນຫຼວງວຽງຈັນ (ຖວທ ນວ) ແລະ ແຜນວຽກຂອງຂະແໜງວັດທະນະທໍາ ທີ່ຕ້ອງໄດ້ຈັດຕັ້ງປະຕິບັດໃຫ້ສໍາເລັດຕາມແຜນການທີ່ວາງໄວ້ ເພື່ອເຮັດໃຫ້ວຽກງານການສ້າງຄອບຄົວ ແລະ ບ້ານວັດທະນະທໍາ ໄດ້ຮັບການຈັດຕັ້ງຜັນຂະຫຍາຍຖືກຕ້ອງສອດຄ່ອງຕາມລະບຽບຫຼັກການ ວັນທີ 19 ພຶດສະພາ 2022 ພະແນກ ຖວທ ນວ ຮ່ວມກັບກົມວັດທະນະທໍາ ມະຫາຊົນ ກະຊວງ ຖວທ ແລະ ຫ້ອງການ ຖວທ ເມືອງສີໂຄດຕະບອງ ນວ ລົງຊຸກຍູ້ຄວາມພ້ອມໃນການສ້າງບ້ານດອນຊີງຊູ້ ເມືອງສີໂຄດຕະບອງ ໃຫ້ເປັນບ້ານວັດທະທໍາໃໝ່ໃນຕໍ່ໜ້າ ນໍາໂດຍທ່ານ ຄໍາຄູນ ໃບລາຕຣີ ຮອງຫົວໜ້າພະແນກ ຖວທ ນວ ແລະ ທ່ານ ນາງ ມະນີວັນ ລິດສົມພານ ຮອງຫົວໜ້າກົມວັດທະນະທໍາ ກໍາມາທິການວັດທະນະທໍາ-ສັງຄົມ ສະພາແຫ່ງຊາດ ທ່ານ ພັນທະນາສອນ ພິນພັກດີ ຮອງຫົວໜ້າກົມວັດທະນະທໍາມະຫາຊົນ ກະຊວງ ຖວທ ມີຫົວໜ້າຫ້ອງການ ຂະແໜງການ ອໍານາດການປົກຄອງບ້ານ ແລະ ພໍ່ແມ່ປະຊາຊົນພາຍໃນບ້ານເຂົ້າຮ່ວມ. 

    ການລົງຊຸກຍູ້ຄັ້ງນີ້ ທ່ານ ສຸນັນ ເຮືອງປະເສີດ ນາຍບ້ານດອນຊີງຊູ້ ລາຍງານສະພາບລວວມຂອງບ້ານ ຈາກນັ້ນ ທາງຄະນະໄດ້ຮ່ວມກັນປຶກສາຫາລືການສ້າງແຜນ ພ້ອມທັງເກັບກໍາຂໍ້ມູນຕາມມາດຖານການສ້າງຄອບຄົວ ແລະ ບ້ານວັດທະນະທໍາ ເພື່ອສ້າງບ້ານດອນຊີງຊູ້ໃຫ້ກາຍເປັນບ້ານວັດທະນະທໍາໃນຕໍ່ໜ້າ ແລະ ເປັນແຫຼ່ງທ່ອງທ່ຽວທາງດ້ານວັດທະນະທໍາ ເນື່ອງຈາກວ່າບ້ານນີ້ໄດ້ມີມູນເຊື້ອ ແລະ ທ່າແຮງທາງດ້ານການຜະລິດກະສິກໍາ ຕິດພັນກັບການປົກປັກຮັກສາວັດທະນະທໍາ ຮີດຄອງປະເພນີອັນດີງາມຂອງຊາດ ແລະ ເປັນບ້ານທີ່ຮັກສາໄດ້ຄວາມສະຫງົບປອດໄພ ສະແດງອອກຈາກການໄດ້ຮັບນາມມະຍົດເປັນບ້ານປອດຄະດີ ເຊິ່ງການຈັດຕັ້ງປະຕິບັດສ້າງຄອບຄົວ ແລະ ບ້ານວັດທະນະທໍາພາຍໃນບ້ານໃນໄລຍະຜ່ານມາ ທາງເມືອງສີໂຄດຕະບອງ ແລະ ຂະແໜງການກ່ຽວຂ້ອງກໍໄດ້ມີການລົງຕິດຕາມຊຸກຍູ້ຢ່າງເປັນປະຈໍາ ໂດຍໄດ້ລົງຕິດຕັ້ງໂທລະໂຄ່ງປະຈໍາບ້ານ ແລະ ນໍາອຸປະກອນຄອມພິວເຕີ ພ້ອມເຄື່ອງອໍານວຍຄວາມສະດວກຕ່າງໆມອບໃຫ້ບ້ານ ເພື່ອເປັນການຊຸກຍູ້ສົ່ງເສີມໃນການຜັນຂະຫຍາຍວຽກງານດັ່ງກ່າວໃຫ້ມີປະສິດທິຜົນ ແຕ່ກໍຍັງມີຂໍ້ຫຍຸ້ງຍາກທາງດ້ານງົບປະມານໃນການຕິດຕາມກວດກາ ແລະ ການຈັດຕັ້ງປະຕິບັດຕົວຈິງ ແຕ່ແນວໃດກໍຕາມ ເພື່ອໃຫ້ບ້ານໄດ້ປະກາດເປັນບ້ານວັດທະນະທໍາໃນຕໍ່ໜ້າ ທັງພາກສ່ວນກ່ຽວຂ້ອງຍັງຈະໄດ້ສືບຕໍ່ຊຸກຍູ້ສົ່ງເສີມໃຫ້ມີຜົນສໍາເລັດໂດຍໄວ.

# ຂ່າວ – ພາບ : ຂັນທະວີ

error: Content is protected !!