ຕິດຕາມໂຄງການໃຫ້ເງິນສົດອຸດໜູນແກ່ແມ່ຍິງຖືພາ ແລະ ເດັກກ່ອນໄວຮຽນ

    ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ກະຊວງ ຮສສ) ສະຖານທູດອົດສະຕຣາລີ ແລະ ອົງການອຸຍນິເຊັບ ໃນວັນທີ 17 ພຶດສະພາ 2022 ໄດ້ລົງຢ້ຽມຢາມຕິດຕາມໂຄງການໃຫ້ເງິນສົດອຸດໜູນແກ່ແມ່ຍິງຖືພາ ແລະ ເດັກກ່ອນໄວຮຽນ ຢູ່ເມືອງນອງ ແຂວງສະຫວັນນະເຂດ ເຊີ່ງເປັນໂຄງການທົດລອງການຈັດຕັ້ງປະຕິບັດຍຸດທະສາດການປົກປ້ອງສັງຄົມແຫ່ງຊາດ ທີ່ລັດຖະບານໄດ້ຮັບຮອງໃນປີ 2020 ຜ່ານມາ ດ້ວຍການຊ່ວຍເຫຼືອເງິນສົດໂດຍບໍ່ມີເງື່ອນໄຂ ແນໃສ່ການສົ່ງເສີມສຸຂະພາບທີ່ດີສຳລັບແມ່ຍິງ ແລະ ເດັກ ໃນເມືອງທຸກຍາກ ໃນ ສປປ ລາວ.

    ຄະນະຜູ້ແທນທີ່ໄດ້ລົງຢ້ຽມຢາມໃນຄັ້ງນີ້ ປະກອບມີທ່ານ ລີປາວ ຢ່າງ ຮອງລັດຖະມົນຕີກະຊວງ ຮສສ ທ່ານ ດຣ. ບຸນລ້ອມ ແກ້ວບົວໂຮມ ຮອງປະທານກຳມາທິການວັດທະນະທຳ-ສັງຄົມສະພາແຫ່ງຊາດ ທ່ານ ນາງ ເຟລິຊິຕີ ວີເວີ ຫົວໜ້າແຜນງານສາກົນ ອົງການສະຫະປະຊາຊາດສຳລັບເດັກ ປະຈຳປະເທດອົດສະຕຣາລີ ແລະ ທ່ານນາງ ດຣ ເພຍ ເຣເບລໂລ ບຣິດໂຕ ຜູ້ຕາງໜ້າອົງການສະຫະປະຊາຊາດສຳລັບເດັກ ປະຈໍາ ສປປ ລາວ ພ້ອມດ້ວຍວິຊາການທີ່ກ່ຽວຂ້ອງຈຳນວນໜຶ່ງ ເຊິ່ງຄະນະຜູ້ແທນດັ່ງກ່າວ ໄດ້ລົງເຄື່ອນໄຫວຢ້ຽມຢາມການເບີກຈ່າຍເງິນສົດ ແລະ ການບໍລິການກວດສຸຂະພາບໃຫ້ແມ່ມານຢູ່ສຸກສາລາບ້ານຕັງອາໄລ ແລະ ບ້ານດົງນາສານ ພ້ອມທັງຮັບຟັງການລາຍງານສະພາບການບໍລິການວຽກສຸຂະພາບແມ່ ແລະ ເດັກ ທີ່ຕິດພັນກັບໂຄງການຈາກພະນັກງານແພດຢູ່ສຸກສາລາດັ່ງກ່າວ ພ້ອມນັ້ນ ທາງຄະນະຜູ້ແທນຍັງໄດ້ພົບປະກັບກຸ່ມຜູ້ໄດ້ຮັບຜົນປະໂຫຍດຈາກໂຄງການດັ່ງກ່າວ ກ່ຽວກັບວິທີການບໍລິຫານເງິນສົດທີ່ໄດ້ຮັບຊ່ວຍເຫຼືອຄັ້ງນີ້ ໂດຍຜູ້ທີ່ໄດ້ຮັບຜົນປະໂຫຍດ ກໍຈະນຳເງິນຊ່ວຍເຫຼືອເຫຼົ່ານີ້ໄປນຳໃຊ້ຊື້ອາຫານທີ່ເປັນປະໂຫຍດ ເພື່ອບຳລຸງສຸຂະພາບແມ່ຍິງຖືພາ ແລະ ເດັກເກີດໃໝ່ໃຫ້ຖືຕາມຫຼັກໂພຊະນາການຂອງຂະແໜງສາທາລະນະສຸກກຳນົດໄວ້.

    # ຂ່າວ – ພາບ : ເພັດສະໝອນ

error: Content is protected !!