ທົດສອບສີມືແຮງງານ ສາຂາອາຊີບຊ່າງສ້ອມແປງ ແລະ ຕິດຕັ້ງຄອມພິວເຕີ

     ການຈັດທົດສອບສີມືແຮງງານ ແນໃສ່ປະເມີນຜົນ ແລະ ຊ່ວຍສ້າງຄວາມເຂັ້ມແຂງດ້ານຄວາມຮູ້ ຄວາມສາມາດ ແລະ ທັດສະນະຄະຕິໃນການອອກແຮງງານຂອງກຳລັງແຮງງານ ສົ່ງເສີມການມີວຽກເຮັດງານທຳ ການປະກອບອາຊີບອິດສະຫຼະ ຍົກລະດັບຜະລິດຕະພາບ ແລະ ສ້າງການແຂ່ງຂັນກັນໃນຕະຫຼາດແຮງງານ.

     ສະຖາບັນພັດທະນາສີມືແຮງງານ ລາວ-ເກົາຫຼີ ຈຶ່ງໄດ້ມີການເປີດການທົດສອບສີມືແຮງງານສາຂາອາຊີບຊ່າງສ້ອມແປງ ແລະ ຕິດຕັ້ງຄອມພິວເຕີ ລະດັບ 2 ຂຶ້ນໃນເມື່ອບໍ່ດົນມານີ້ ທີ່ສະຖາບັນດັ່ງກ່າວ ເປັນປະທານຂອງທ່ານ ພົງສະຫວັນ ສຸລິວັນ ຮອງຫົວໜ້າສະຖາບັນພັດທະນາສີມືແຮງງານ ໂດຍມີບັນດາສະຖານອາຊີວະສຶກສາ 3 ອົງການຈັດຕັ້ງມະຫາຊົນ ຫົວໜ່ວຍແຮງງານ ແລະ ພາກສ່ວນກ່ຽວຂ້ອງທັງພາກລັກ ແລະ ເອກະຊົນ ເຂົ້າຮວ່ມ.

     ໃນພີທີເປີດການທົດສອບ ປະທານກອງປະຊຸມ ໄດ້ຍົກໃຫ້ເຫັນຄວາມໝາຍ ແລະ ຄວາມສຳຄັນຂອງການທົດສອບສີມືແຮງງານ ເຊິ່ງເປັນອົງປະກອບໜຶ່ງຂອງການພັດທະນາສີມືແຮງງານ ທີ່ຈະນຳມາເຊິ່ງຜົນປະໂຫຍດໃຫ້ແກ່ທັງຜູ້ໃຊ້ແຮງງານ ແລະ ຜູ້ອອກແຮງງານ ການຈັດຕັ້ງທົດສອບສີມືແຮງງານໃນຄັ້ງນີ້ ເປັນແຜນການຮ່ວມມືລະຫວ່າງກົມພັດທະນາສີມືແຮງງານ ແລະ ຈັດຫາງານ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແລະ ແຜນງານຮ່ວມມືຂອງອົງການແຮງງານສາກົນ ແລະ ສປ ຈີນ ( ILO-China Partnership Programme) ໃນໂຄງການສ້າງຄວາມເຂັ້ມແຂງດ້ານການພັດທະນາສີມືແຮງງານໃນ ສປປ ລາວ  ມີເປົ້າໝາຍຜູ້ເຂົ້າຮ່ວມທົດສອບທັງໝົດ 35 ຄົນ ພາຍຫຼັງສຳເລັດການທົດສອບ ຜູ້ຜ່ານເກນການທົດສອບຈະໄດ້ຮັບໃບຢັ້ງຢືນສີມືແຮງງານ ລະດັບ 2 ວິຊາຊີບຊ່າງສ້ອມແປງ ແລະ ຕິດຕັ້ງຄອມພິວເຕີ ການທົດສອບຄັ້ງນີ້ ຈະດຳເນີນໄປຈົນເຖິງວັນທີ 16-20 ພຶກສະພານີ້.

    ທ່ານ ພົງສະຫວັນ ສຸລິວັນ ຍັງໄດ້ຮຽກຮ້ອງໃຫ້ຄະນະຮັບຜິດຊອບການທົດສອບ ເອົາໃຈໃສ່ໃນການດໍາເນີນການທົດສອບສີມືແຮງງານເປັນໄປຕາມຫຼັກການ ຂັ້ນຕອນ ລະບຽບຂອງການຈັດຕັ້ງປະຕິບັດ ໂດຍສະເພາະ ຂໍ້ຕົກລົງຂອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ວ່າດ້ວຍການທົດສອບສີມືແຮງງານ ສະບັບເລກທີ 2160/ຮສສ ລົງວັນທີ 17 ມິຖຸນາ 2021 ທັງສອດຄ່ອງກັບຄວາມຮຽກຮ້ອງຕ້ອງການຂອງສັງຄົມຕໍ່ກັບຄວາມອາດສາມາດຂອງກຳລັງແຮງງານທຽບກັບການປ່ຽນແປງຢ່າງໄວວາຂອງນະວັດຕະກຳ ແລະ ເຕັກໂນໂລຊີ ເວົ້າສະເພາະ ການທົດສອບຄັ້ງນີ້ ເປັນການຈັດຕັ້ງ ແລະ ຜັນຂະຫຍາຍທິດທາງ ນະໂຍບາຍ ແລະ ຄາດໝາຍສູ້ຊົນໃນວຽກງານແຮງງານ ແລະ ສະຫວັດດີການສັງຄົມ ທັງເປັນການສົ່ງເສີມການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ.

    # ຂ່າວ – ພາບ : ເພັດສະໝອນ

error: Content is protected !!