ສ້າງນິຕິກໍາເຂັ້ມແຂງ ຈະເພີ່ມທະວີການປົກປັກຮັກສາຊີວະນາໆພັນອັນອຸດົມສົມບູນ

    ກົມປ່າໄມ້ ກະຊວງກະສິກຳ ແລະ ປ່າໄມ້ ໄດ້ຈັດກອງປະຊຸມເປີດກວ້າງຮ່າງດຳລັດວ່າດ້ວຍປ່າສະຫງວນສະບັບປັບປຸງ ວັນທີ 18 ພຶດສະພາ 2022 ທີ່ໂຮງແຮມວຽງຈັນ ພລາຊາ ມີທ່ານທ່ານ ຊູຊາດ ໄຊຍະກຸມມານ ຫົວໜ້າກົມປ່າໄມ້ ພ້ອມດ້ວຍຕາງໜ້າຈາກຂະແໜງການກ່ຽວຂ້ອງ ຕົວແທນຈາກສະຖາບັນການສຶກສາພາກເອກະຊົນ ແລະ ອົງການຈັດຕັ້ງທີ່ບໍ່ຂຶ້ນກັບລັດຖະບານ ຄູ່ຮ່ວມພັດທະນາສາກົນ ແລະ ຜູ້ໃຫ້ທຶນເຂົ້າຮ່ວມ.

    ທ່ານ ຊູຊາດ ໄຊຍະກຸມມານ ກ່າວວ່າ ດຳລັດວ່າດ້ວຍປ່າສະຫງວນ ໄດ້ຖືກປັບປຸງໂດຍອີງໃສ່ກົດໝາຍວ່າດ້ວຍປ່າໄມ້ທີ່ຖືກປະກາດໃຊ້ໃນປີ 2019 ບູລິມະສິດຕ່າງໆທາງດ້ານການເຕີບໂຕແບບສີຂຽວ ແລະ ຍືນຍົງແຫ່ງຊາດ ບັນດາຄຳໝາຍໝັ້ນຕໍ່ສາກົນ ຮ່າງດຳລັດສະບັບສຸດທ້າຍ ໄດ້ພິຈາລະນາເອົາເອກະລັກ ແລະ ລັກສະນະສະເພາະຂອງປະເທດ ພ້ອມທັງຮັບປະກັນການວາງແຜນການຄຸ້ມຄອງປ່າສະຫງວນໃຫ້ສອດຄ່ອງກັບມາດຕະຖານສາກົນຕ່າງໆ ການອະນຸມັດດຳລັດວ່າດ້ວຍປ່າສະຫງວນ ຄາດວ່າຈະຖືກຮັບຮອງເອົາໃນເດືອນສິງຫາ 2022 ດໍາລັດດັ່ງກ່າວ ຈະຮັບປະກັນການພັດທະນາແບບຍືນຍົງ ແລະ ການຄຸ້ມຄອງຊີວະນາໆພັນໃນໄລຍະຍາວ ໂດຍຜ່ານວິທີການຄຸ້ມຄອງພູມີທັດແບບປະສົມປະສານ ວິທີການນີ້ ສະໜອງການວາງແຜນ ແລະ ການປະສານງານທີ່ດີກວ່າເກົ່າໃນທົ່ວຂະແໜງການ ແລະ ຊຸມຊົນເປົ້າໝາຍ ນອກນັ້ນ ຍັງແນໃສ່ສ້າງຄວາມເຂັ້ມແຂງໃຫ້ອົງການຄຸ້ມຄອງປ່າສະຫງວນ ດ້ວຍການປັບປຸງພາລະບົດບາດ ສິດ ແລະ ພັນທະຕ່າງໆຂອງບັນດາບ້ານອະນຸຮັກປ່າສະຫງວນໃຫ້ຈະແຈ້ງຂຶ້ນ ພ້ອມທັງສົ່ງເສີມການຮ່ວມມືກັບພາກສ່ວນຕ່າງໆ ເພື່ອສະໜອງທຶນແບບຍືນຍົງໃຫ້ແກ່ເຄືອຂ່າຍປ່າສະຫງວນໃນ ສປປ ລາວ.

    ການທົບທວນດຳລັດດັ່ງກ່າວ ໄດ້ຮັບການສະໜັບສະໜູນພາຍໃຕ້ການຮ່ວມມືທີ່ສ້າງຂຶ້ນລະຫວ່າງ ສະຫະພາບເອີຣົບ (EU) ອົງການພັດທະນາແຫ່ງປະເທດຝຣັ່ງ (AFD) ແລະ ອົງການອະນຸຮັກສັດປ່າ ປະຈໍາ ສປປ ລາວ ໃນຄວາມພະຍາຍາມຮ່ວມກັນເພື່ອປົກປ້ອງຊີວະນາໆພັນທີ່ເປັນເອກະລັກຂອງປະເທດ ແລະ ການນຳໃຊ້ຊັບພະຍາກອນທຳມະຊາດແບບຍືນຍົງ ໂຄງການ “ການອະນຸຮັກລະບົບນິເວດ ໂດຍການຄຸ້ມຄອງພູມີທັດແບບປະສົມປະສານຢູ່ ສປປ ລາວ (ECILL)” ເປັນໂຄງການທີ່ມີໄລຍະເວລາ 4 ປີ ທີ່ນໍາໃຊ້ວິທີການຄຸ້ມຄອງພູມີທັດແບບປະສົມປະສານ ແລະ ຕົວແບບການເຕີບໂຕສີຂຽວ ເພື່ອສະໜັບສະໜູນການປັບປຸງຂອບນິຕິກໍາຕ່າງໆ ເພື່ອຮັບປະກັນການຄົງຕົວ ແລະ ຂະຫຍາຍຕົວຂອງປ່າໄມ້ ແລະ ຊີວະນາໆພັນຂອງ ສປປ ລາວ ພ້ອມທັງຊ່ວຍເຫຼືອຊຸມຊົນຊົນນະບົດໃນການຄຸ້ມຄອງຊັບພະຍາກອນທຳມະຊາດຢ່າງຍືນຍົງ ໂຄງການດັ່ງກ່າວ ສົ່ງເສີມຕົວແບບການຄຸ້ມຄອງຮ່ວມກັນ ໂດຍທີ່ຊຸມຊົນ ໂຄງການດັ່ງກ່າວກວມເອົາ 3 ພື້ນທີ່ອຸດົມສົມບູນທາງດ້ານຊີວະນາໆພັນໃນ ສປປ ລາວຄື ອຸທິຍານແຫ່ງຊາດນໍ້າແອດ-ພູເລີຍ ພູມີທັດປ່າສະຫງວນແຂວງບໍລິຄໍາໄຊ ແລະ ເຂດພື້ນທີ່ດິນບໍລິເວນນໍ້າຣາມຊາເຊຈໍາພອນ ແຂວງສະຫວັນນະເຂດ.

.

   #  ຂ່າວ – ພາບ : ອົ່ນ ໄຟສົມທອງ

error: Content is protected !!