ຕີລາຄາຫຼາຍຂົງເຂດວຽກງານທີ່ພົ້ນເດັ່ນ ການນໍາພາຈັດຕັ້ງປະຕິບັດວຽກງານຢູ່ເມືອງສັງທອ

ຕີລາຄາຫຼາຍຂ

    ກອງປະຊຸມອົງການປົກຄອງ ເມືອງສັງທອງ ນະຄອນຫຼວງວຽງຈັນ ປະຈໍາເດືອນເມສາ-ພຶດສະພາ ປີ 2022 ແລະ ວາງທິດທາງແຜນການປະຈໍາເດືອນມິຖຸນາ ປີ 2022 ໄດ້ຈັດຂຶ້ນໃນວັນທີີ 18 ພຶດສະພາ 2022 ພາຍໃຕ້ການເປັນປະທານຂອງສະຫາຍ ພົງສະຫວັນ ສີລິພັກ ເລຂາພັກເມືອງ ເຈົ້າເມືອງສັງທອງ ມີບັນດາຮອງເລຂາພັກ ຮອງເຈົ້າເມືອງ ຄະນະປະຈໍາພັກ ຄະນະພັກ ຫົວໜ້າຫ້ອງການອ້ອມຂ້າງເມືອງເຂົ້າຮ່ວມ.

    ສະຫາຍ ຄໍາປະເສີດ ບຸດດາວົງ ກໍາມະການພັກ ຫົວໜ້າຫ້ອງວ່າການເມືອງສັງທອງ ໄດ້ຕີລາຄາໃນການນໍາພາຈັດຕັ້ງປະຕິບັດວຽກງານອົງການປົກຄອງເມືອງໃນໄລຍະ 2 ເດືອນທີ່ຜ່ານມາ ໄດ້ມີຫຼາຍຂົງເຂດວຽກງານທີ່ພົ້ນເດັ່ນ ໂດຍສະເພາະ ແມ່ນຂົງເຂດວຽກງານເສດຖະກິດ ໄດ້ສັງລວມບົດສະເໜີໂຄງການລົງທຶນຂອງລັດໄດ້ 18 ໂຄງການ ໃນໄລຍະ 2 ເດືອນຜ່ານມາ ສາມາດຈັດຕັ້ງປະຕິບັດຈັດເກັບລາຍຮັບເຂົ້າໃນງົບປະມານໄດ້ 623.191.696 ກີບ ໄດ້ສຸມໃສ່ລົງຕິດຕາມປໍ້ານໍ້າມັນ ປະຕິບັດຕາມແຈ້ງການເລກທີ 0506/ອຄ ເພື່ອບໍ່ໃຫ້ສວຍໂອກາດປິດປໍ້າກ່ອນໂມງ ກັກຕຸນນໍ້າມັນ ແລະ ໄດ້ກວດກາຫົວໜ່ວຍທຸລະກິດບໍ່ມີທະບຽນວິສາຫະກິດໄດ້ 3 ຫົວໜ່ວຍ ຂຶ້ນທະບຽນວິສາຫະກິດໄດ້ 4 ຫົວໜ່ວຍ  ອອກອະນຸຍາດໂຮງງານອັດບອັກໄດ້ 1 ຫົວໜ່ວຍ ຕໍ່ອະນຸຍາດດໍາເນີນວິສາຫະກິດໄດ້ 3 ຫົວໜ່ວຍ ໄດ້ລົງຕິດຕາມການສ້ອມແປງທາງດິນແດງແຕ່ບ້ານນາປໍຫາບ້ານວັງມ້າ ອອກອະນຸຍາດປ້າຍໂຄສະນາໄດ້ 2 ປ້າຍ ອອກອະນຸຍາດຖົມດິນໄດ້ 2 ສະບັບ ໃນສົກປີ 2021-2022 ມີເນື້ອທີ່ການປູກເຂົ້ານາແຊງທັງໝົດ 451 ເຮັກຕາ ພຶດຜັກລະດູແລ້ງ 440 ເຮັກຕາ ພຶດອຸດສາຫະກໍາ 240 ເຮັກຕາ ອອກເອກກະສານເຄື່ອນຍ້າຍສັດ 31 ສະບັບ ຢັ້ງຢືນສຸຂະພາບສັດເຄື່ອນຍ້າຍໄປຕ່າງແຂວງ ງົວ 19 ໂຕ ໝູໃຫ່ຍ 87 ໂຕ ນອກຈາກນັ້ນ ຍັງໄດ້ລົງສັກຢາຂ້າພະຍາດກາຝາກ ວັກຊິນເຕົ້າໂຮມເລືອດງົວ-ຄວາຍ ວັກຊິນກັນພະຍາດອັບເສບໝາ ແລະ ຢາກັນພະຍາດວໍ້ໝາ ໄລຍະ 2 ເດືອນຜ່ານມາ ສາມາດອອກໃບຕາດິນເປັນລະບົບໄດ້ 253 ຕອນ ລົງວັດແທກດິນແຈກຢາຍໃບຕາດິນສະເພາະຕອນໄດ້ 19 ຕອນ ເກັບກໍາຫົວໜ່ວຍທຸລະກິດອອກອະນຸຍາດຄຸ້ມຄອງ ຢັ້ງຢືນສິ່ງແວດລ້ອມທົ່ວເມືອງ ມີ 242 ຫົວໜ່ວຍ ຕິດຕາມກວດກາການປິດບໍ່ແຮ່ຢູ່ພາກສະໜາມຂອງບໍລິສັດລາວພັດທະນາ ຂຸດຄົ້ນບໍ່.

.

   #  ຂ່າວ – ພາບ : ວຽງມາ

error: Content is protected !!