ທຫລ ຄົ້ນຄວ້າພິຈາລະນາ ແລະ ປະກອບຄຳເຫັນໃສ່ເອກະສານ 4 ສະບັບ

    ກອງປະຊຸມສະພາບໍລິຫານທະນາຄານແຫ່ງສປປ ລາວ (ທຫລ)  ຄັ້ງທີ I ປະຈຳປີ 2022 ຈັດຂຶ້ນວັນທີ 17 ພຶດສະພາ 2022 ທີ່ທະນາຄານແຫ່ງ ສປປ ລາວ ນະຄອນຫຼວງວຽງຈັນ ເປັນປະທານຂອງທ່ານ ສອນໄຊ ສິດພະໄຊ ຜູ້ວ່າການທະນາຄານແຫ່ງ ສປປ ລາວ ມີທ່ານຮອງລັດຖະມົນຕີ ກຳມະການສະພາບໍ ລິຫານ ຮອງຜູ້ວ່າການ ທຫລ ແລະ ບັນດາຫົວໜ້າກົມພາຍໃນ ທຫລ ເຂົ້າຮ່ວມ.

    ທ່ານ ສອນໄຊ ສິດພະໄຊ ກ່າວວ່າ: ກອງປະຊຸມຄັ້ງນີ້ ພວກເຮົາຈະໄດ້ສະຫຼຸບຕີລາຄາໝາກຜົນແຫ່ງການເຄື່ອນໄຫວວຽກງານຂອງ ທຫລ ໄລຍະຜ່ານມາ ແລະ ກຳນົດທິດທາງໃນການເຄື່ອນໄຫວວຽກງານຂອງ ທຫລ ເພື່ອໃຫ້ຜູ້ເຂົ້າຮ່ວມກອງປະຊຸມໄດ້ປະກອບຄຳຄິດຄຳເຫັນ ເພື່ອໃຫ້ວຽກງານທະນາຄານມີການຫັນປ່ຽນ ສໍາລັບກອງປະຊຸມໃນຄັ້ງນີ້ ພວກເຮົາຈະໄດ້ສະຫຼຸບການຈັດຕັ້ງປະຕິບັດວຽກງານໄລຍະ 3 ເດືອນຕົ້ນປີ ແລະ ທິດທາງແຜນການປີ 2022 ພ້ອມນີ້ ກໍມີບາງບັນຫາວຽກງານທີ່ປິ່ນອ້ອມອື່ນໆຈຳນວນໜຶ່ງ ເພື່ອໃຫ້ສະພາບໍລິຫານພິຈາລະນາຮັບຮອງ.

    ນັບແຕ່ກອງປະຊຸມສະພາບໍລິຫານທະນາຄານແຫ່ງ ສປປ ລາວ ຄັ້ງຜ່ານມາ ທຫລ ເອົາໃຈໃສ່ຈັດຕັ້ງປະຕິບັດບັນດານະໂຍບາຍ ແລະ ມາດຕະການຕ່າງໆ ເພື່ອຮັກສາສະເຖຍລະພາບເງິນຕາແຫ່ງຊາດ ຮັກ ສາສະເຖຍສະພາບທາງດ້ານການເງິນ ລະບົບຊຳລະສະສາງທີ່ຕິດພັນກັບວາລະແຫ່ງຊາດ ໃນການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ແລະ ຈັດຕັ້ງປະຕິບັດວຽກງານອື່ນໆຕາມມະຕິຂອງສະ ພາບໍລິຫານ ທຫລ ດ້ວຍຄວາມເປັນເຈົ້າການ ແລະ ຮັບຜິດຊອບສູງ ເປັນຕົ້ນ ຄົ້ນຄວ້າປັບປຸງກົດໝາຍວ່າດ້ວຍການຄຸ້ມຄອງເງິນຕາຕ່າງປະເທດ ປັບປຸງກົນໄກການຄຸ້ມຄອງກະແສເງິນຕາຕ່າງປະເທດເຂົ້າ-ອອກ ແລະ ປັບປຸງລະບົບການແລກປ່ຽນຂໍ້ມູນ ແລະ ເຮັດວຽກກັບພາກສ່ວນກ່ຽວຂ້ອງໃຫ້ມີປະສິດທິຜົນຫຼາຍຂຶ້ນ.

    ເພື່ອສະຫຼຸບ ແລະ ສືບຕໍ່ໜ້າທີ່ການເມືອງຂອງຂະແໜງທະນາຄານ ກອງປະຊຸມຂອງພວກເຮົາມື້ນີ້ ຈະໄດ້ຮັບຟັງການລາຍງານ ແລະ ຄົ້ນຄວ້າພິຈາລະນາປະກອບຄຳເຫັນໃສ່ເອກະສານທີ່ສຳຄັນ 4 ສະບັບ ຄື:

  1. ການຈັດຕັ້ງປະຕິບັດການເຄື່ອນໄຫວວຽກງານຂອງ ທຫລ ທຫລ 3 ເດືອນຕົ້ນປີ ແລະ ທິດທາງແຜນການປີ 2022
  2. ການຈັດຕັ້ງປະຕິບັດແຜນເງິນຕາ 3 ເດືອນຕົ້ນປີ ແລະ ທິດທາງແຜນການປີ 2022
  3. ສະພາບພົ້ນເດັ່ນຂອງອັດຕາແລກປ່ຽນ ອັດຕາເງິນເຟີ້ ແລະ ມາດຕະການແກ້ໄຂ
  4. ຊຸກຍູ້ການພັດທະນະລະບົບການລະງົບປະມານດີຈີຕອລແບບລວມສູນຜ່ານລະບົບທະນາຄານ.

.

   #  ຂ່າວ – ພາບ : ຊີລິການດາ

error: Content is protected !!