ໂຮງແຮມເຝິກປະຕິບັດ ສ້າງບຸຄະລາກອນທີ່ມີຄຸນນະພາບຮັບໃຊ້ສັງຄົມນັບມື້ຫຼາຍຂຶ້ນ

    ທ່ານ ທອງຫຼໍ່ ວິໄລທອງ ຜູ້ອໍານວຍການວິທະຍາໄລເຕັກນິກແຂວງວຽງຈັນ ກ່າວໃນໂອກາດທີ່ບັນດາທູດຈາກສະຫະພາບເອີຣົບ (EU) ນໍາໂດຍທ່ານນາງ Ina Marciulionyte ເອກອັກຄະລັດຖະທູດEU ປະຈຳ ສປປ ລາວ ຢ້ຽມຢາມ​ໂຮງແຮມເຝິກປະຕິບັດ ສາຂາວັງວຽງ ແຂວງວຽງຈັນ ວັນທີ 16 ພຶດສະພາ 2022 ວ່າ: ວິທະຍາໄລເຕັກນິກແຂວງວຽງຈັນ ສ້າງຕັ້ງປີ 1986 ປັດຈຸບັນມີພະນັກງານ ຄູ-ອາຈານ 155 ຄົນ ສົກຮຽນ 2021-2022 ມີນັກຮຽນ 2.373 ຄົນ ເປີດຫຼັກສູດການຮຽນ-ການສອນ 23 ສາຂາວິ ຊາຮຽນ ຄື: ໄຟຟ້າເຕັກນິກ ໄຟຟ້າຄວບຄຸມ ໄຟຟ້າເຄື່ອງເຢັນ ລົດຍົນ ກົນຈັກກະສິກໍາ ເຕັກນິກອຸດສາຫະກໍາ ກໍ່ສ້າງເຄຫາສະຖານ ຊ່າງໄມ້ເຟີນີເຈີ ຊ່າງຕັດຫຍິບເສື້ອຜ້າ ຊ່າງເສີມຄວາມງາມ ປຸງແຕ່ງອາຫານ ແລະ ບໍລິການ ການທ່ອງທ່ຽວ ການໂຮງແຮມ ການບັນຊີ ການເງິນ ບໍລິຫານຫ້ອງການ ການຕະຫຼາດ ຄອມພິວເຕີ (IT) ປູກພືດ ລ້ຽງສັດ ລ້ຽງໝູ ປ່າໄມ້ ແລະ ສິ່ງແວດລ້ອມ.

    ວິທະຍາໄລເຕັກນິກແຂວງວຽງຈັນ ປະກອບມີ 1 ວິທະຍາເຂດ ຄື: ວິທະຍາເຂດວັງວຽງ ສ້າງຕັ້ງຂຶ້ນ ແລະ ເປີດການຮຽນ-ການສອນແຕ່ປີ 2011 ເປັນຕົ້ນມາ ປັດຈຸບັນ ມີພະນັກງານ ຄູ-ອາຈານ 16 ຄົນ ສົກຮຽນ 2021-2022 ມີນັກຮຽນ 208 ຄົນ ເປີດຫູັກສູດການຮຽນ-ການສອນ 5 ສາຂາວິຊາ ຄື: ການທ່ອງທ່ຽວ ການໂຮງແຮມ ປຸງແຕ່ງອາຫານ ແລະ ບໍລິການ ການບັນຊີ ຄອມພິວເຕີ (IT) ເປົ້າໝາຍການຈັດການຮຽນ-ການສອນຢູ່ວິທະຍາເຂດວັງວຽງ ສາຂາວິຊາການທ່ອງທ່ຽວ ການໂຮງແຮມ ປຸງແຕ່ງອາຫານ ແລະ ບໍລິການ ຍ້ອນວ່າເມືອງວັງວຽງ ເປັນເມືອງທ່ອງທ່ຽວຂອງແຂວງວຽງຈັນ ບັນດານັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດ ໄດ້ມາທ່ອງທ່ຽວຢູ່ສະຖານທີ່ແຫ່ງນີ້ເປັນຈໍານວນຫຼວງຫຼາຍ ບັນດາໂຮງແຮມ ແລະ ຮ້ານອາຫານກໍໄດ້ສ້າງຕັ້ງຂຶ້ນຫຼາຍ ຈຶ່ງມີຄວາມເໝາະສົມແກ່ການພັດທະນາຊັບພະຍາກອນມະນຸດໃນຂະ  3 ແໜງການດັ່ງກ່າວ.

    ປີ 2019 ວິທະຍາໄລເຕັກນິກແຂວງວຽງຈັນ ໄດ້ຮັບທຶນຊ່ວຍເຫຼືອເພື່ອກໍ່ສ້າງໂຮງແຮມເຝິກປະຕິບັດ ຈາກລັດຖະບານປະເທດລຸກຊໍາບວກ ແລະ ລັດຖະບານປະເທດສະວິດ ໂດຍໄດ້ຈັດພິທີມອບ-ຮັບວັນທີ 28 ພະຈິກ 2021 ແລະ ເດືອນມັງກອນ 2022 ເປັນຕົ້ນມາ ກໍໄດ້ເປີດນໍາໃຊ້ເປັນທາງການ ເພື່ອຮັບແຂກເຂົ້າພັກ ຈັດກອງປະຊຸມ ພ້ອມທັງໄດ້ຈັດການຮຽນ-ການສອນໃຫ້ນັກຮຽນ-ນັກສຶກສາ ໃນພາກປະຕິບັດຕົວຈິງ ເຊິ່ງຜ່ານການການຮຽນ-ການສອນພາກທິດສະດີ ແລະ ພາກປະຕິບັດຕົວຈິງ ເຮັດໃຫ້ເຂົາເຈົ້າມີຄວາມຮັບຮູ້ ແລະ ສາມາດເຮັດພາກປະຕິບັດຕົວຈິງຫຼາຍຂຶ້ນ ສະແດງອອກເວລາລົງໄປເຝິກງານຕົວຈິງ ໄປສະໝັກວຽກຕົວຈິງຕາມໂຮງແຮມ ຮ້ານອາຫານ ສະຖານທີ່ທ່ອງທ່ຽວຕ່າງໆ ແມ່ນໄດ້ຮັບການຍ້ອງຍໍວ່ານັກຮຽນ-ນັກສຶກສາຂອງພວກເຮົາສາມາດປະຕິບັດຕົວຈິງໄດ້ ພ້ອມນີ້ ສະຖານທີ່ປະກອບການຕ່າງໆກໍມີຄວາມຕ້ອງການຮັບນັກຮຽນ-ນັກສຶກສາຂອງພວກເຮົາເຂົ້າເຮັດວຽກນໍາເຂົາເຈົ້ານັບມື້ຫຼາຍຂຶ້ນ.

# ຂ່າວ – ພາບ : ສະບາໄພ

error: Content is protected !!