ປະທານສະພາຫວຽດນາມ ຢ້ຽມຢາມທະນາຄານຮ່ວມທຸລະກິດ ລາວ-ຫວຽດ

    ວັນທີ 15  ພຶດສະພາ 2022 ຜ່ານມານີ້ ທ່ານ ເວືອງ ດິງ ເຫວະ ກຳມະການກົມການເມືອງສູນກາງພັກກອມມູນິດຫວຽດນາມ ປະທານສະພາແຫ່ງຊາດຫວຽດນາມ ພ້ອມຄະນະ ໄດ້ໄປຢ້ຽມຢາມ ແລະ ເຮັດວຽກຮ່ວມກັບບັນດາຕົວແທນທຸລະກິດຂອງທະນາຄານຫຸ້ນສ່ວນ ລົງທຶນ ແລະ ພັດທະນາຫວຽດນາມ (BIDV) ຢູ່ທີ່ທະນາຄານຮ່ວມທຸລະກິດ ລາວ-ຫວຽດ ຈໍາກັດ ໃນໂອກາດເດີນທາງມາຢ້ຽມຢາມສັນຖະວະໄມຕີ ຢູ່ ສປປ ລາວ ລະຫວ່າງວັນທີ 15-17 ພຶດສະພາ ນີ້.

   ທ່ານ ຫງວຽນ ດຶກ ຫວູ ຜູ້ອໍານວຍການໃຫຍ່ທະນາຄານຮ່ວມທຸລະກິດລາວ-ຫວຽດ ຈຳກັດ ໄດ້ຕາງໜ້າໃຫ້ການນໍາ ແລະ ພະນັກງານທີ່ເປັນຕົວແທນທຸລະກິດຂອງທະນາຄານຫຸ້ນສ່ວນການຄ້າການລົງທຶນ ແລະ ການພັດທະນາຫວຽດນາມຢູ່ລາວໄດ້ລາຍງານໃຫ້ຊາບກ່ຽວກັບການດໍາເນີນທຸລະກິດຂອງທະນາຄານ ຕະຫຼອດໄລຍະ 23 ປີ ແຫ່ງການເຕີບໃຫຍ່ ແລະ ຂະຫຍາຍຕົວ ໄດ້ປະກອບສ່ວນເຂົ້າໃນການພັດທະນາພື້ນຖານເສດຖະກິດ ແລະ ສັງຄົມຂອງລາວ. ມາຮອດທ້າຍເດືອນເມສາ 2022 ທະນາຄານຮ່ວມທຸລະກິດລາວ-ຫວຽດ ມີຊັບສິນລວມທັງໝົດບັນລຸ 1,1 ຕື້ໂດລາສະຫະລັດ ແລະ ລວມຍອດລະດົມທຶນໄດ້ເກືອບ 1  ຕື້ໂດລາສະຫະລັດ, ສະໜອງແຫຼ່ງທຶນໃຫ້ບັນດາວິສາຫະກິດຫວຽດນາມທີ່ລົງທຶນຢູ່ລາວ ບັນລຸໄດ້ເກືອບ 600 ລ້ານໂດລາສະຫະລັດ ສຳລັບປີ 2021 ທະນາຄານ ໄດ້ປະກອບສ່ວນເຂົ້າງົບປະມານລັດຖະບານຫຼາຍກວ່າ 311 ຕື້ກີບ ແລະ ສ້າງວຽກເຮັດງານທຳໄດ້ເກືອບ 500  ຕໍາແໜ່ງງານ.

    ໃນໂອກາດນີ້ ສະຫາຍ ເວືອງ ດິງ ເຫວະ ໄດ້ສະແດງຄວາມຊົມເຊີຍທະນາຄານຮ່ວມທຸລະກິດ ລາວ-ຫວຽດ ຈຳກັດ ຜ່ານການໄດ້ຮັບລາງວັນ ແລະ ການຍ້ອງຍໍຂັ້ນຕ່າງໆຈາກພັກ-ລັດຖະບານລາວໃນໄລຍະຜ່ານມາ. ພ້ອມທັງໄດ້ຕີລາຄາສູງຕໍ່ຄວາມພະຍາຍາມຜ່ານຜ່າສິ່ງທ້າທາຍ ແລະ ຄວາມຫຍຸ້ງຍາກໃນໄລຍະທີ່ມີການລະບາດຂອງພະຍາດໂຄວິດ-19 ແຕ່ຫົວໜ່ວຍທຸລະກິດຫວຽດນາມທີ່ລົງທຶນຢູ່ລາວ ຍັງບັນລຸໄດ້ຜົນງານຫຼາຍດ້ານທີ່ການນໍາຂອງສອງພັກ ສອງລັດວາງອອກ. ພ້ອມດຽວກັນ ຍັງໄດ້ຊີ້ນໍາໃຫ້ພະນັກງານ ວິຊາການ ສືບຕໍ່ຮັກສາຕົວເລກການຂະຫຍາຍຕົວຢ່າງຕໍ່ເນື່ອງ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດຂອງລາວ. ພິເສດ ແມ່ນເປັນຂົວຕໍ່ໃນການສົ່ງເສີມການລົງທຶນ,ໃຫ້ບັນດາຫົວໜ່ວຍທຸລະກິດຫວຽດນາມທີ່ມີຄວາມສົນໃຈເຂົ້າມາລົງທຶນ ແລະ ການຄ້າຢູ່ລາວ.

error: Content is protected !!