ເຊີນທ່ຽວງານວາງສະແດງປຸງແຕ່ງອາຫານນາໆຊາດລ້ານຊ້າງ-ແມ່ນໍ້າໃນເດືອນໜ້າ

         ກົມສົ່ງເສີມການຄ້າ ກະຊວງອຸດສາຫະກຳ ແລະ ການຄ້າ ຮ່ວມກັບສະມາຄົມຫັດຖະກຳລາວຈັດງານວາງສະແດງປຸງແຕ່ງອາຫານນາໆຊາດລ້ານຊ້າງ-ແມ່ນໍ້າ ປະຈຳປີ 2022 ໂດຍຈະມີ 5 ປະເທດເຂົ້າຮ່ວມຄື ລາວ ຫວຽດນາມ ກຳປູເຈຍ ມຽນມາ ແລະ ປະເທດໄທ ເຊິ່ງຈະມີສິນຄ້າຫຼາຍປະເພດເຂົ້າຮ່ວມເຊັ່ນ ສິນຄ້າກະສິກຳ ອາຫານພື້ນເມືອງ ສິນຄ້າຫັດຖະກຳປະກອບມີ 7 ຂະແໜງການຄື ແຜ່ນແພ ຈັກສານ ສິລະປະໂລຫະ ຜະລິດຕະພັນວັດທະນະທຳ ປະຍຸກພັນສີ ເສັ້ນໃຍ ແລະ ພືດໃຫ້ສີທຳມະຊາດ ແລະ ການປູກມອນລ້ຽງມ້ອນ ນອກຈາກນີ້ພາຍໃນງານຍັງຫຼາຍກິດຈະກຳ ງານດັ່າງກ່າວຈະຈັດຂຶ້ນລະຫວ່າງວັນທີ 11-19 ມິຖຸນາ 2022 ທີ່ສູນການຄ້າລາວ-ໄອເຕັກ (ຕຶກເກົ່າ).

         ສຳລັບທ່ານໃດສົນໃຈເຂົ້າຮ່ວມວາງຂາຍ ແລະ ສະແດງສິນຄ້າຂອງຕົນສາມາດຈັບຈອງໄດ້ໂດຍມີຂະໜາດກວ້າງ 3 ແມັດ ຍາວ 3 ແມັດ ລາຄາ 900.000 ກີບຕໍ່ຫ້ອງ ຖ້າເປັນສະມາຊິກສະມາຄົມຫັດຖະກຳລາວຈະໄດ້ຮັບສ່ວນຫຼຸດ 20% ຫຼື ຕິດຕໍ່ພົວພັນໄດ້ທີເບີໂທລະສັບ 021 452 956 ແລະ 020 5581 9587.

         ພິທີຖະແຫຼງຂ່າວຈັດງານວາງສະແດງປຸງແຕ່ງອາຫານນາໆຊາດລ້ານຊ້າງ-ແມ່ນໍ້າຈັດຂຶ້ນວັນທີ 16 ພຶດສະພາ 2022 ທີ່ສູນການຄ້າລາວ-ໄອເຕັກ ມີທ່ານ ໄຊສົມເພັດ ນໍລະສິງ ຫົວໜ້າກົມສົ່ງເສີມການຄ້າ ທ່ານ ພູທອງ ໄຊຊະນິດ ຮອງປະທານສະມາຄົມຫັດຖະກຳລາວ ທ່ານ ວັນຍຸງ ຮວງວັນ ຜູ້ຈັດການທົ່ວໄປສູນງານສະແດງ ແລະ ງານລ້ຽງ ງານປະຊຸມ ບໍລິສັດລາວເວີນ ມີພະນັກງານກ່ຽວຂ້ອງເຂົ້າຮ່ວມ.

# ຂ່າວ – ພາບ : ອົ່ນ ໄຟສົມທອງ

error: Content is protected !!