ເມືອງຫົງສາ ສົມໂພດພະພຸດທະຮູບປາງສະມາທິຢູ່ພູທາດຫຼັກເມືອງ

    ພິທີສົມໂພດພະພຸດທະຮູບປາງສະມາທິ ຢູ່ພູທາດຫຼັກເມືອງ ເມືອງຫົງສາ ແຂວງໄຊຍະບູລີ ຈັດຂຶ້ນ ລະຫວ່າງວັນທີ 14-15 ພຶດສະພາ 2022 ພາຍຫຼັງໄດ້ສ້າງສໍາເລັດ ໄດ້ເຮັດໃຫ້ພູທາດຫຼັກເມືອງມີຄວາມສວຍສົດງົດງາມ ແລະ ເປັນສະຖານທີ່ທ່ອງທ່ຽວແຫ່ງໜຶ່ງທີ່ຈະສາມາດດຶງດູດນັກທ່ອງທ່ຽວພາຍໃນ ແລະ ຕ່າງເມືອງເຂົ້າມາທ່ຽວຊົມຢ້ຽມຢາມເມືອງຫົງສາຫຼາຍຂຶ້ນ.

    ໃນພິທີດັ່ງກ່າວ ມີທ່ານ ຄຳຫຼ້າ ຜີວວັນນາ ເຈົ້າເມືອງຫົງສາ ພ້ອມດ້ວຍຄອບຄົວທ່ານ ອ່ອນຕາ ພົມມະຈິດ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງໄຊຍະບູລີ ມີພະອາຈານ ສົມພອນ ຄຳຈະເລີນ ກຳມະການສູນກາງອົງການພຸດສາສະໜາສໍາພັນລາວ ຮອງປະທານອົງການພຸດສາສະໜາສໍາພັນລາວ ແຂວງໄຊຍະບູລີ ເຈົ້າຄະນະເມືອງຫົງສາ ພ້ອມດ້ວຍຄະນະສົງສາມະເນນ ພະນັກງານອາວຸໂສບຳນານ ພະນັກງານຫຼັກແຫຼ່ງຂອງເມືອງ ປະທານຮອງປະທານບໍລິສັດ ລັດວິສາຫະກິດ ອົງການປົກຄອງບ້ານ ເຖົ້າແກ່ຜູ້ຊົງຄຸນວຸດທິ ພໍ່ຄ້າຊາວຂາຍ ແລະ ເຈົ້າພາບ-ເຈົ້າສັດທາ ຊາວພຸດທະສາສະນິກະຊົນ ເຂົ້າຮ່ວມ.

    ວັນທີໜຶ່ງຂອງງານ ຊາວພຸດທະສາສະນິກະຊົນ ໄດ້ເຂົ້າບໍລິຈາກທານ ບູຊາເຄື່ອງມຸງຄຸນ ພ້ອມປ່ອນໃຈພະ ຈາກນັ້ນ ທ່ານ ຄຳຫຼ້າ ຜີວວັນນາ ກໍໄດ້ຈູດທູບທຽນບູຊາພະລັດຕະນະໄຕ ພ້ອມຕີຄ້ອງ 9 ບາດ ເພື່ອເປັນສິຣິມຸງຄຸນ. ຕອນຄ່ຳຄືນ ຄະນະສົງ ແລະ ພະຂາວ ໄດ້ໄຫວ້ພະຮັບສິນ ສູດປະລິຕະມຸງຄຸນ ຟັງພະເທດສະໜາທຳ ຖວາຍພະພຸດທະຮູບ ແລະ ວັດຖຸທານຕ່າງໆ ຈາກນັ້ນ ກໍໄດ້ປິດການປ່ອນໃຈພະ ຫຼືການປ່ອນວັດຖຸມຸງຄຸນ ແລະ ສູດສົມໂພດພະຕະຫຼອດຄືນ ສ່ວນວັນທີສອງຂອງງານ ສືບຕໍ່ໄຫວ້ພະສູດມົນ ສູດເບີກພະເນດ ຕັດສາຍຝ້າຍມຸງຄຸນ ແລະ ຕັກບາດຢາດນ້ຳໃຫ້ພອນຕາມປະເພນີ.

error: Content is protected !!