ກຽມຄວາມພ້ອມໃຫ້ຄູເຝິກຫຼັກແຫຼ່ງ ຫຼັກສູດຊັ້ນປະຖົມຂັ້ນ ປ4

    ກະຊວງສຶກສາທິການ ແລະ ກີລາ ແລະ ລັດຖະບານອົດສະຕຣາລີ ເປີດການເຝິກອົບຮົມຄູສອນຊັ້ນປະຖົມສຶກສາຂັ້ນ ປ4 ກ່ຽວກັບຫຼັກສູດສະບັບປັບປຸງໃໝ່ ຮູບແບບປະສົມປະສານລະຫວ່າງຮູບແບບທາງ ໄກ ແລະ ແບບເຊິ່ງໜ້າ ລະຫວ່າງວັນທີ 16-21 ພຶດສະພາ 2022 ທີ່ຮ້ານອາຫານຄົວລາວ ນະຄອນຫຼວງວຽງຈັນ ໂດຍມີທ່ານ ປອ ອ່ອນແກ້ວ ນວນນະວົງ ຜູ້ອຳນວຍການສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ (ສວສ) ກະຊວງສຶກສາທິການ ແລະ ກີລາ ທ່ານ ແດນ ເຮວເດິນ ຮອງເອກອັກຄະລັດຖະທູດ​ອົດ​ສະ​ຕຣາ​ລີປະຈຳລາວ ພ້ອມດ້ວຍຄູເຝິກຫຼັກແຫຼ່ງຈໍານວນ 63 ທ່ານຈາກສູນກາງ ແລະ ທ້ອງຖິ່ນເຂົ້າຮ່ວມ.

    ການເຝິກອົບຮົມຄູເຝິກຫຼັກແຫຼ່ງ ຈະໄດ້ຮັບຄໍາແນະນໍາກ່ຽວກັບເນື້ອໃນຫຼັກສູດຂັ້ນ ປ4 ສະບັບປັບປຸງໃໝ່ ມີ 3 ວິຊາເຊັ່ນ: ວິຊາພາສາລາວ ພາສາອັງກິດ ແລະ ວິຊາວິທະຍາສາດ ແລະ ສິ່ງແວດລ້ອມ ມີໂອກາດໃນການສໍາຫຼວດ ທົດສອບ ແລະ ສະທ້ອນຄືນບັນດາກິດຈະກໍາຕ່າງໆໃນຫ້ອງຮຽນທີ່ໄດ້ຮັບການສ້າງຂຶ້ນ ໂດຍອີງໃສ່ຮູບແບບການຮຽນ ໂດຍເອົານັກຮຽນເປັນໃຈກາງໃນການຮຽນຜ່ານກິດຈະກໍາການທົດລອງການສອນ ນອກນີ້ ຍັງຈະໄດ້ຮັບຄໍາແນະນໍາກ່ຽວກັບວິທີການປະເມີນແບບໃໝ່ ແລະ ຮ່າງການແຕ່ງບົດສອນຊັ້ນປະຖົມແບບໃໝ່ນໍາອີກ ໃນພາກສຸດທ້າຍຂອງການອົບຮົມ ຈະໄດ້ສຸມໃສ່ການຮຽນແນວທາງທີ່ຄູເຝິກ ແລະ ຄູສອນຈະສາມາດສືບຕໍ່ຮຽນຮູ້ ພັດທະນາ ຊອກຫາ ແລະ ໃຫ້ການສະໜັບສະໜູນການນໍາໃຊ້ຫຼັກສູດສະບັບປັບປຸງໃໝ່ໃນລະຫວ່າງສົກຮຽນອີກດ້ວຍ.

    ທ່ານ ປອ ອ່ອນແກ້ວ ນວນນະວົງ ໄດ້ກ່າວວ່າ: ຮູ້ສຶກເປັນກຽດທີ່ໄດ້ເປີດການເຝິກອົບຮົມຄູເຝິກຫຼັກແຫຼ່ງໃນຄັ້ງນີ້ ເປັນຈຸດເລີ່ມຕົ້ນຂອງຂະບວນການເຝິກອົບຮົມຄູສອນຊັ້ນປະຖົມສຶກສາຂັ້ນ ປ4 ເພື່ອໃຫ້ຄູທຸກຄົນມີທັກສະ ເຕັກນິກ ຄວາມຮູ້ໃນພາກປະຕິບັດທີ່ຈຳເປັນ ເຂົ້າໃນການນຳໃຊ້ອຸປະກອນສື່ການຮຽນ-ການສອນແບບໃໝ່ໃນຫ້ອງຮຽນຂອງພວກເຂົາ ແລະ ເປັນການປັບປຸງຜົນ​ການ​ຮຽນ​ຂອງ​ນັກ​ຮຽນໃຫ້ດີຂຶ້ນ​ ຂໍ​ສະແດງຄວາມຂອບ​ໃຈຕໍ່​ລັດຖະບານ​ອົດ​ສະ​ຕຣາ​ລີ​ ທີ່ສືບຕໍ່​ໃຫ້ການ​ສະໜັບສະໜູນ​ຢ່າງ​ຕໍ່ເນື່ອງ ​ໃນ​ການ​ພັດທະນາ ​ແລະ ການ​ຈັດຕັ້ງປະຕິບັດ​ຫຼັກສູດສະບັບປັບປຸງ​ໃໝ່.​

    ທ່ານ ແດນ ເຮວເດິນ ​ໄດ້​ກ່າວ​ວ່າ: ລັດຖະບານອົດ​ສະ​ຕຣາ​ລີ ​ແລະ ລັດຖະບານ ສປປ ລາວ ມີ​ເປົ້າໝາຍຮ່ວມກັນ ​ເພື່ອຮັບປະກັນ​ການ​ສຶກສາ​ໃຫ້ເຂົ້າເຖິງໄດ້ສໍາລັບທຸກ​ຄົນ ພວກເຮົາມຸ່ງໝັ້ນຮ່ວມກັນທີ່ຈະສົ່ງເສີມຄວາມເທົ່າທຽມ ແລະ ຄວາມສະເໝີພາບໃນທຸກໆກິດຈະກໍາທີ່ພວກເຮົາໃຫ້ການສະໜັບສະໜູນ ເນັ້ນໜັກໃສ່ວຽກງານບົດບາດ​ຍິງ-​ຊາຍ ​ແລະ ເພື່ອເປັນການອໍານວຍຄວາມສະດວກໃນການຮຽນຮູ້ດ້ວຍຕົນເອງ ການກະກຽມບົດຮຽນ ການທົບທວນເຕັກນິກການສອນ ການສ້າງວິດີໂອຫຼາຍຮູບແບບໃຫ້ກັບຄູສອນ ແລະ ຄູຝຶກໄດ້ເບິ່ງ ພ້ອມມີຟາຍສຽງສໍາລັບວິຊາພາສາອັງກິດຂັ້ນ ປ4 ຈຳນວນ 105 ຟາຍ ຈະນຳໃຊ້ໃນໄວໆນີ້.

   ການຈັດການຝຶກອົບຮົມໃຫ້ກັບຄູສອນຂັ້ນ ປ.4 ແລະ ຄູສຶກສານິເທດປະມານ 9.700 ຄົນ ໃນເດືອນກໍລະກົດ ຫາເດືອນສິງຫາ ປີ 2022. ຂ້າພະເຈົ້າຫວັງວ່າທຸກທ່ານຈະປະສົບຜົນສຳຜົນສຳເລັດໄປດ້ວຍດີ ຄວາມພາກພຽນ ແລະ ພະຍາຍາມຂອງພວກທ່ານ ຈະຊ່ວຍໃຫ້ເດັກນ້ອຍຊັ້ນປະຖົມໃນປະເທດລາວໄດ້ຮຽນຮູ້ດີຂຶ້ນ ແລະ ປະສົບຜົນສຳເລັດຫຼາຍຂຶ້ນ.”

# ຂ່າວ – ພາບ : ບຸນມີ

error: Content is protected !!