ວາງສີລາລືກ ໂຄງການກໍ່ສ້າງສວນສາທາລະນະ ມິດຕະພາບ ລາວ-ຫວຽດນາມ

    ວັນທີ 15 ພຶດສະພາ 2022 ຜ່ານມານີ້ ສະຫາຍ ໄຊສົມພອນ ພົມວິຫານ ກຳມະການກົມການເມືອງສູນກາງພັກ ປະທານສະພາແຫ່ງຊາດແຫ່ງ ສປປ ລາວ ແລະ ສະຫາຍ ເວືອງ ດິງ ເຫວະ ກຳມະການກົມການເມືອງສູນກາງພັກກອມມູນິດຫວຽດນາມ ປະທານສະພາແຫ່ງຊາດແຫ່ງ ສສ.ຫວຽດນາມ ພ້ອມດ້ວຍການນຳຂັ້ນສູງຂອງສອງສະພາແຫ່ງຊາດລາວ-ຫວຽດນາມ ເຂົ້າຮ່ວມພິທີວາງສີລາລືກ ໂຄງການກໍ່ສ້າງສວນສາທາລະນະມິດຕະພາບ ລາວ-ຫວຽດນາມ ທີ່ບ້ານດົງໝາກຄາຍ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເຊິ່ງໂຄງການດັ່ງກ່າວ ເປັນໂຄງການໜຶ່ງທີ່ມີຄວາມໝາຍສຳຄັນພິເສດ ໂດຍພາຍໃຕ້ການຊີ້ນໍາໂດຍກົງຂອງສອງກົມການເມືອງສູນກາງພັກ ລາວ-ຫວຽດນາມ.

    ໂຄງການກໍ່ສ້າງສວນສາທາລະນະມິດຕະພາບ ລາວ-ຫວຽດນາມ ເປັນໂຄງການໜຶ່ງທີ່ມີຄວາມໝາຍສຳຄັນພິເສດ ໂດຍພາຍໃຕ້ການຊີ້ນໍາໂດຍກົງຂອງສອງກົມການເມືອງສູນກາງພັກ ລາວ-ຫວຽດນາມ ເປັນໂຄງການທີ່ມີຄວາມໝາຍທາງປະຫວັດສາດ-ການເມືອງຢ່າງເລິກເຊິ່ງ ລະຫວ່າງສອງພັກ-ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ຫວຽດນາມ- ລາວ ເປັນສັນຍະລັກແຫ່ງການເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່ ຄວາມສາມັກຄີພິເສດ ແລະການພົວພັນຮ່ວມມືຮອບດ້ານຂອງສອງຊາດ.

    ໂຄງການດັ່ງກ່າວ ມີເນື້ອທີ່ທັງໝົດ 3 ເຮັກຕາ ຕັ້ງຢູ່ເຂດນະຄອນຫຼວງວຽງຈັນ ເຊິ່ງບັນດາເນື້ອໃນ ກິດຈະການຕ່າງໆທີ່ຈະປະກອບເຂົ້າໃນໂຄງການ ແມ່ນລ້ວນແລ້ວແຕ່ສ່ອງແສງໃຫ້ເຫັນເອກະລັກ ວັດທະນະທຳ ມູນເຊື້ອອັນດີງາມຂອງການພົວພັນລະຫວ່າງສອງຊາດ.

    ພາຍຫລັງສຳເລັດ ສະຖານທີ່ດັ່ງກ່າວຈະກາຍເປັນບ່ອນພັກຜ່ອນ ອອກກໍາລັງກາຍ ທ່ອງທ່ຽວທາງດ້ານວັດທະນະທຳ ສະຖານທີ່ສຶກສາ ຮ່ຳຮຽນຂອງປະຊາຊົນລາວ ເວົ້າລວມ ເວົ້າສະເພາະແມ່ນຂອງຊາວນະຄອນຫລວງວຽງຈັນ ໄດ້ເຂົ້າມາທັດສະນະສຶກສາ ຄົ້ນຄວ້າ ເຄື່ອນໄຫວກິດຈະກໍາ ເສີມຂະຫຍາຍມູນເຊື້ອອັນດີງາມຂອງສອງພັກ-ສອງລັດ ແລະ ປະຊາຊົນສອງຊາດລາວ-ຫວຽດນາມ.

error: Content is protected !!