ນາຍົກລັດຖະມົນຕີ ສປປ ລາວ ພົບປະກັບນາຍົກລັດຖະມົນຕີ ສສ ຫວຽດນາມ

   ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ-ອາເມຣິກາ ສະໄໝພິເສດ ວັນທີ 13 ພຶດສະພາ 2022  ທີ່ ວໍຊິງຕັນ ດີຊີ ສະຫະລັດອາເມຣິກາ ທ່ານນາຍົກລັດຖະມົນຕີ ພັນຄຳ ວິພາວັນ ໄດ້ພົບປະສອງຝ່າຍກັບທ່ານ ຟ້າມ ມິງ ຈິງ ນາຍົກລັດຖະມົນຕີແຫ່ງ ສສ ຫວຽດນາມ ເພື່ອປຶກສາຫາລືການເສີມຂະຫຍາຍສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່ ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງປະເທດ ກໍຄືລະຫວ່າງຂອງສອງພັກ ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ອ້າຍນ້ອງ ທ່າມກາງບັນຍາກາດແຫ່ງການສະເຫຼີມ ສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ລາວ-ຫວຽດນາມ ຄົບຮອບ 60 ປີ ແລະ ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ລາວ-ຫວຽດນາມ ຄົບຮອບ 45 ປີ. 

    ສອງຝ່າຍ ໄດ້ຕີລາຄາສູງຕໍ່ຜົນການພົບປະຂອງສອງນາຍົກໃນເດືອນມັງກອນ ແລະ ການໂອ້ລົມທາງໂທລະສັບ ໃນເດືອນເມສາ 2022 ຜ່ານມາ ສອງຝ່າຍໄດ້ທົບທວນຄືນຜົນການຈັດຕັ້ງປະຕິບັດບັນດາຂໍ້ຕົກລົງທີ່ໄດ້ເຫັນດີຮ່ວມກັນໃນເດືອນມັງກອນ ແລະ ໄດ້ພ້ອມກັນວາງທິດທາງໃນການເສີມຂະຫຍາຍການຮ່ວມມືໃນຕໍ່ໜ້າໃຫ້ແຕກດອກອອກຜົນຍິ່ງໆຂຶ້ນ ໂດຍເຫັນດີສືບຕໍ່ຈັດຕັ້ງປະຕິບັດບັນດາໜ້າວຽກທີ່ທັງສອງຝ່າຍຕົກລົງຮ່ວມກັນແລ້ວ ເປັນຕົ້ນແມ່ນ: ຜົນກອງປະຊຸມສອງກົມການເມືອງ ຂໍ້ຕົກລົງວ່າດ້ວຍແຜນການຮ່ວມມືປະຈຳປີ 2022 ຂອງຄະນະກໍາມະການຮ່ວມມື ລະຫວ່າງສອງລັດຖະບານ ລາວ-ຫວຽດນາມ ຂໍ້ຕົກລົງຮ່ວມມືລະຫວ່າງບັນດາກະຊວງ ຂະ ແໜງການ ໂດຍສະເພາະແມ່ນຍຸດທະສາດຮ່ວມມືໄລຍະ 10 ປີ (2021-2030), ສັນຍາຮ່ວມມື 05 ປີ (2021-2025); ສືບຕໍ່ເພີ່ມທະວີການຮ່ວມມືດ້ານການເມືອງ ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ດ້ານເສດ ຖະກິດ ການຄ້າ ແລະ ການລົງທຶນໃຫ້ແໜ້ນແຟ້ນ ແລະ ເລິກເຊິ່ງກວ່າເກົ່າ ຕາມທິດຊີ້ນໍາຂອງພັກ ການນໍາພາຂອງລັດ ເພີ່ມທະວີການຮ່ວມມືດ້ານເສດຖະກິດ-ສັງຄົມ ສືບຕໍ່ຮ່ວມມື ແລະ ຊ່ວຍເຫຼືອຊຶ່ງກັນແລະກັນ ໃນເວທີພາກພື້ນ ແລະ ສາກົນ ເພີ່ມທະວີການສຶກສາອົບຮົມມູນເຊື້ອຄວາມສາມັກຄີພິເສດ ລາວ-ຫວຽດນາມ ໃນຖັນແຖວພະນັກງານ ແລະ ປະຊາຊົນ ເປັນຕົ້ນ ແມ່ນຖັນແຖວຊາວໜຸ່ມ-ເຍົາວະຊົນຂອງສອງປະເທດ. ການພົບປະສອງຝ່າຍຄັ້ງນີ້ ໄດ້ດຳເນີນໄປດ້ວຍບັນຍາກາດທີ່ເຕັມໄປດ້ວຍໄມຕີຈິດມິດຕະພາບ ແລະ ຄວາມສະໜິດສະໜົມ ອັນໄດ້ສ່ອງແສງໃຫ້ເຫັນເຖິງສາຍພົວພັນມິດຕະພາບອັນຍິ່ງໃຫຍ່ ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລາວ-ຫວຽດນາມ ຫວຽດນາມ-ລາວ ທີ່ນັບມື້ໄດ້ຮັບການເພີ່ມພູນຄູນສ້າງໃຫ້ຂະຫຍາຍຕົວຂຶ້ນຢ່າງບໍ່ຢຸດຢັ້ງ.

error: Content is protected !!