ແຫ່ຮູບຫຼໍ່ເໝືອນ ຍາປູ່ ບຸນທາ ຈັນທະລາດ ປະດິດສະຖານໄວ້ທີ່ວັດແກ້ວປ່າສາມັກຄີທໍາ

    ພິທີແຫ່ຮູບຫຼໍ່ເໝືອນ ແລະ ສູດປະຣິຕະມຸງຄຸນ ຍາປູ່ ບຸນທາ ຈັນທະລາດ (ອະວຸທະປັນໂຍ) ອະດີດເຈົ້າອະທິການວັດແກ້ວປ່າສາມັກຄີທໍາ ບ້ານຊຽງຄວນ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ເພື່ອມາສະຖິດໄວ້ທີ່ພຸດທະສິມມາວັດດັ່ງກ່າວ ໃນວັນທີ 13 ພຶດສະພາ 2022 ໂດຍມີພະເຖລານຸເຖລະ ທ່ານ ມົນຕຣີ ຊົມສະໝຸດ + ທ່ານ ນາງ ອິນແປງ ຊາມຸນຕີ ອໍານວຍການບໍລິສັດປາກຊ່ອງພັດທະນາຂາເຂົ້າ-ຂາອອກ ຈໍາກັດ ພ້ອມດ້ວຍລູກຫຼານ ຍາດຕິພີ່ນ້ອງ ແລະ ພໍ່ແມ່ປະຊາຊົນເຂົ້າຮ່ວມ.

    ຍາປູ່ ບຸນທາ ຈັນທະລາດ (ອະວຸທະປັນໂຍ) ອະດີດເຈົ້າອະທິການວັດແກ້ວປ່າສາມັກຄີທໍາ ບ້ານຊຽງຄວນ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ໄດ້ມໍລະນະພາບແຕ່ວັນທີ 26 ກັນຍາ 2022 ເວລາ 10:09 ນາທີ ລວມສິຣິໄດ້ 104 ປີ 25 ພັນສາ ເຊິ່ງຕະຫຼອດໄລຍະການບໍາເພັນກຸສົນ ຢາປູ່ເປັນຜູ້ໜຶ່ງທີ່ໄດ້ຮັກສາສິນພາວັນນານໍາພາອອກຕົນຍາດໂຍມ ກໍຄືພໍ່ແມ່ປະຊາຊົນ ສືບສານປະເພນີອັນດີງາມຂອງຊາດລາວເຮົາຕະຫຼອດມາ ພ້ອມນັ້ນ ຍັງໄດ້ນໍາພາພໍ່ແມ່ປະຊາຊົນສ້າງ ແລະ ບູລະນະວັດແກ້ວປ່າສາມັກຄີທໍາ ເພື່ອເປັນບ່ອນເຕົ້າໂຮມຄວາມສາມັກຄີຂອງປະຊາຊົນຈໍານວນຫຼາຍໃຫ້ມີຈິດໃຈເຫຼື້ອມໃສສັດທາໃນພະພຸດທະສາສະໜາ ພ້ອມກັນຮັກສາວັດທະນະທໍາ ຮີດຄອງປະເພນີອັນດີງາມຂອງຊາດລາວໃຫ້ມີຄວາມຍືນຍົງ ດັ່ງນັ້ນ ເພື່ອເປັນການຈາລຶກຄຸນງາມຄວາມດີຂອງຍ່າປູ່ໄວ້ໃຫ້ລູກຫຼານໄດ້ເຫັນ ແລະ ສືບທອດ ພາຍຫຼັງທີ່ຍ່າປູ່ໄດ້ມໍລະນະພາບແລ້ວ ຄອບຄົວລູກຫຼານເຈົ້າສັດທາ ປະກອບມີ ພະອາຈານເພັດ ພຸດທະປັນຍາ ພໍ່ມົນຕຣີ ຊົມສະໝຸດ ແລະ ແມ່ອິນແປງ ຊາມຸນຕີ ຄອບຄົວຈັນທະລາດ ຄອບຄົວ ຊາມຸນຕີ ຄອບຄົວສີຫາລາດ ຄອບຄົວວົງໄຊ ຄອບຄົວວັນນາສີ ຄອບຄົວແສງສຸລິເດດ ແລະ ຄອບຄົວທ່ານ ສິງທະວອນ ດາລາວົງ ໄດ້ພ້ອມກັນສ້າງຮູບເໝືອນຂອງຍາປູ່ ບຸນທາ ຈັນທະລາດ (ອະວຸທະປັນໂຍ) ມາສະຖິດໄວ້ ພຸດທະສິມມາວັດປ່າສາມັກຄີທໍາ ບ້ານຊຽງຄວນ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ເພື່ອໃຫ້ລູກຫຼານ ແລະ ພໍ່ແມ່ປະຊາຊົນທີ່ເຄົາລົບນັບຖືໄດ້ສັກກາລະບູຊາ.

# ຂ່າວ – ພາບ : ຂັນທະວີ

error: Content is protected !!