ທ່ານຮອງນາຍົກ ລົງຕິດຕາມຊຸກຍູ້ວຽກງານການບໍລິການເຂົ້າ-ອອກເມືອງ

    ເພື່ອຕິດຕາມ ກວດກາ ແລະ ຊຸກຍູ້ການຈັດຕັ້ງປະຕິບັດບັນດາວຽກງານທີ່ຕິດພັນກັບການບໍລິການເຂົ້າ-ອອກເມືອງ ກໍຄືການຮອງຮັບຄົນເຂົ້າ-ອອກເມືອງ ໃນເງື່ອນໄຂທີ່ ສປປ ລາວ ເປີດປະເທດເຕັມຮູບແບບ ໃຫ້ມີຄວາມຄວາມຄ່ອງຕົວ ສະດວກ ວ່ອງໄວ ເປັນລະບຽບຮຽບຮ້ອຍ ປອດໄພ ມີປະສິດທິພາບ ແລະ ປະສິດທິຜົນສູງ ວັນທີ 13 ພຶດສະພາ 2022 ທ່ານ ກິແກ້ວ ໄຂຄໍາພິທູນ ຮອງນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຊຸກຍູ້ວຽກງານຢູ່ດ່ານສາກົນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ແລະ ສະໜາມບິນສາກົນວັດໄຕ.

    ທ່ານຮອງນາຍົກລັດຖະມົນຕີ ໄດ້ຮັບຟັງການລາຍງານໂດຍຫຍໍ້ ກ່ຽວກັບສະພາບການເຄື່ອນໄຫວວຽກງານຂອງດ່ານສາກົນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ເຫັນວ່າ: ໃນໄລຍະວັນທີ 9-12 ພຶດສະພາ 2022 ມີຄົນຜ່ານດ່ານຂາເຂົ້າ ຈຳນວນ 1.619 ຄົນ ຍິງ 675 ຄົນ ຂາອອກຈໍານວນ 2.101 ຄົນ ຍິງ 873 ຄົນ ມີລົດເຂົ້າ 260 ຄັນ ແລະ ລົດອອກ 956 ຄັນ ສໍາລັບ ຢູ່ສະໜາມບິນສາກົນວັດໄຕ ໃນປັດຈຸບັນ ມີສາຍການບິນເຂົ້າ-ອອກປະເທດ ຈຳນວນ 18 ຖ້ຽວຕໍ່ອາທິດ ບິນໄປ 6 ປະເທດຄື: ສ  ເກົາຫຼີ ໄທ ຫວຽດນາມ ສິງກະໂປ ຈີນ ແລະ ມາເລເຊຍ ໃນໄລຍະແຕ່ວັນທີ 9-12 ພຶດສະພາ 2022 ມີຜູ້ໂດຍສານຂາເຂົ້າຕ່າງປະເທດ ຈໍານວນ 691 ຄົນ ຍິງ 188 ຄົນ ຜູ້ໂດຍສານຂາອອກຕ່າງປະເທດ ຈຳນວນ 861 ຄົນ ຍິງ 282 ຄົນ ສະເພາະສາຍການບິນພາຍໃນ ມີສາຍການບິນລາວ ແລະ ສາຍການບິນລາວສະກາຍເວ ໃນນັ້ນ ສາຍການບິນລາວ ບິນໄປ 7 ແຂວງຄື: ແຂວງຈໍາປາສັກ ສະຫວັນນະເຂດ ຊຽງຂວາງ ຫຼວງພະບາງ ອຸດົມໄຊ ຫຼວງນໍ້າທາ ແລະ ແຂວງບໍ່ແກ້ວ ສາຍການບິນລາວສະກາຍເວ ບິນໄປ 9 ແຂວງຄື: ແຂວງຈຳປາສັກ ສະຫວັນນະເຂດ ຊຽງຂວາງ ຫົວພັນ ຫຼວງພະບາງ ອຸດົມໄຊ ຫຼວງນໍ້າທາ ບໍ່ແກ້ວ ແລະ ແຂວງຜົ້ງສາລີ.

# ຂ່າວ – ພາບ : ຊິລິການດາ

error: Content is protected !!