ຊາວໜຸ່ມ ແລະ ອົງການກາແດງແຂວງອັດຕະປື ຈັດກິດຈະກຳບໍລິຈາກເລືອດ

    ໂດຍປະຕິບັດຕາມບົດບັນທຶກການຮ່ວມມື ລະຫວ່າງຄະນະບໍລິຫານງານຊາວໜຸ່ມແຂວງ ແລະ ອົງການກາແດງແຂວງໃຫ້ປາກົດຜົນເປັນຈິງ ໃນວັນທີ 11 ພຶດສະພາ 2022 ຜ່ານມາ ຄະນະບໍລິຫານງານຊາວໜຸ່ມແຂວງ ແລະ ອົງການກາແດງແຂວງອັດຕະປື ໄດ້ຮ່ວມກັນຈັດກິດຈະກໍາບໍລິຈາກເລືອດຂຶ້ນທີ່ຫໍປະຊຸມໃຫຍ່ຂອງແຂວງອັດຕະປື ພາຍໃຕ້ຫົວຂໍ້ “ພວກເຮົາທຸກຄົນມີຄວາມເມດຕາຕໍ່ເພື່ອນມະນຸດດ້ວຍກັນ” ດ້ວຍຂະບວນການຊາວໜຸ່ມຮ່ວມໃຈບໍລິຈາກເລືອດ ເພື່ອຊ່ວຍເຫຼືອເພື່ອນມະນຸດດ້ວຍກັນ.

    ກິດຈະກຳດັ່ງກ່າວ ຈັດຂຶ້ນເພື່ອສະເຫຼີມສະຫຼອງວັນສ້າງຕັ້ງອົງການກາແດງ ແລະ ຊີກວົງເດືອນແດງສາກົນ ຄົບຮອບ 159 ປີ ໂດຍເປັນປະທານຂອງທ່ານ ດຣ ບໍລິສຸດ ພົມມະໂຄດ ຫົວໜ້າອົງການກາແດງແຂວງອັດຕະປື ມີທ່ານ ໄຊລະຄອນ ອິນທິວົງ ຮອງເລຂາຄະນະບໍລິຫານງານຊາວໜຸ່ມແຂວງອັດຕະປື ບັນດາຄະນະນໍາອົງການກາແດງແຂວງ ແລະ ຄະນະໜ່ວຍຊາວໜຸ່ມຮາກຖານ ສະມາຊິກຊາວໜຸ່ມອ້ອມຂ້າງແຂວງ ແລະ ຊາວໜຸ່ມຈາກກຳລັງປ້ອງກັນຄວາມສະຫງົບແຂວງເຂົ້າຮ່ວມເກືອບ 200 ຄົນ.

    ທ່ານ ດຣ ບໍລິສຸດ ພົມມະໂຄດ ໄດ້ຂຶ້ນນຳສະເໜີຜ່ານປະຫວັດຄວາມເປັນມາ 8 ພຶດສະພາ ວັນກາແດງ ແລະ ຊີກວົງເດືອນແດງສາກົນ ແລະ ຮັບຟັງການສະເໜີກ່ຽວກັບຄວາມໝາຍຄວາມສຳຄັນຂອງເລືອດ ການບໍລິຈາກເລືອດ ແລະ ສະໜອງເລືອດແບບປອດໄພ ຈາກຄະນະນຳອົງການກາແດງແຂວງ ໂອກາດທີ່ມີຄວາມໝາຍສຳຄັນຄັ້ງນີ້ ທ່ານ ໄຊລະຄອນ ອິນທິວົງ ກໍໄດ້ຮັບກຽດຂຶ້ນມີຄໍາເຫັນເພື່ອປຸກລະດົມສະມາຊິກຊາວໜຸ່ມມີຄວາມເມດຕາກະລຸນາ ມີນ້ຳໃຈມະນຸດສະທຳ ມີນ້ຳໃຈເສຍສະຫຼະ ຂານອາສາປະກອບສ່ວນບໍລິຈາກເລືອດຊ່ວຍເຫຼືອເພື່ອນມະນຸດດ້ວຍການ ຜ່ານຂະບວນການດັ່ງກ່າວ ໄດ້ມີສະມາຊິກຊາວໜຸ່ມໄດ້ຂານອາສາສະໝັກໃຈເຂົ້າຮ່ວມບໍລິຈາກເລືອດ 27 ສະຫາຍ ຍິງ 8 ສະຫາຍ ແລະ ສາມາດໄດ້ເລືອດຕົວຈິງ 23 ຖົງ.

# ຂ່າວ – ພາບ :  ຊິລິການດາ

error: Content is protected !!