ໄຊພູທອງ ຕັ້ງເປົ້າສອບເສັງຈົບຂັ້ນ ປ5 ໃຫ້ໄດ້ 95%

    ເມືອງໄຊພູທອງ ແຂວງສະຫວັນນະເຂດ ໄດ້ຈັດພິທີເປີດຂະບວນການສອບເສັງຈົບຊັ້ນປະຖົມສຶກສາ (ປ5) ສົກຮຽນ 2021-2022 ທົ່ວເມືອງ ລະຫວ່າງວັນທີ 11-12 ພຶດສະພາ 2022 ທີ່ສູນສອບເສັງໂຮງຮຽນປະຖົມສົມບູນ ບ້ານທ່າດ່ານ ພ້ອມກັບໂຮງຮຽນປະຖົມແຫ່ງຕ່າງໆໃນທົ່ວແຂວງ ໂດຍການເຂົ້າຮ່ວມຂອງທ່ານ ພົມມາ ສົງວິໄລ ຮອງເຈົ້າເມືອງໄຊພູທອງ ທັງເປັນຜູ້ຊີ້ນໍາວຽກງານວັດທະນະທໍາ-ສັງຄົມ ທ່ານ ອາໂນລາດ ພິມໂວຫານ ຫົວໜ້າຂະແໜງສາມັນສຶກສາ ພະແນກສຶກສາທິການ ແລະ ກີລາແຂວງ ທ່ານ ແສງທອງ ນັນທະວົງ ຫົວໜ້າຫ້ອງການສຶກສາທິການ ແລະ ກີລາເມືອງ ບັນດາຜູ້ອໍານວຍການໂຮງຮຽນ ຄູອາຈານ ແລະ ນັກຮຽນເຂົ້າຮ່ວມ.

    ໃນສົກຮຽນ 2021-2022 ການສອບເສັງຈົບ ປ5 ທົ່ວເມືອງໄຊພູທອງ ມີນັກສອບເສັງທັງໝົດ 721 ຄົນ ຍິງ 348 ຄົນ ໄດ້ແບ່ງສູນສອບເສັງອອກເປັນ 8 ສູນ ຕາມກຸ່ມບ້ານພາຍໃນເມືອງ ຈໍານວນ 33 ຫ້ອງສອບເສັງ ມີນັກສອບເສັງຕົວຈິງ 717 ຄົນ ຍິງ 346 ຄົນ ຂາດ 4 ຄົນ ຍິງ 2 ຄົນ ສາເຫດຍ້ອນປະລະການສອບເສັງ ມີຄູອາຈານຍາມຫ້ອງສອບທັງໝົດ 66 ຄົນ ຍິງ 35 ຄົນ ການສອບເສັງມີ 4 ວິຊາຫຼັກ ຄື: ວິຊາ ພາສາລາວ-ຫັດແຕ່ງ ຂຽນທວາຍ ໂລກອ້ອມຕົວ ແລະ ວິຊາຄະນິດສາດ ໂດຍໄດ້ວາງເປົ້າໝາຍສອບເສັງໃນຄັ້ງນີ້ໃຫ້ໄດ້ 95%.

    ທ່ານ ພູມີ ຫັດລະວົງສາ ຮອງຫົວໜ້າຫ້ອງການສຶກສາທິການ ແລະ ກີລາເມືອງ ໄດ້ກ່າວວ່າ: ການສອບເສັງຄັ້ງນີ້ ແມ່ນປະຕິບັດລະບຽບຂອງກະຊວງສຶກສາທິການ ແລະ ກີລາ ກໍຄືຫ້ອງການສຶກສາທິການ ແລະ ກີລາເມືອງໄຊພູທອງວາງອອກ ພ້ອມທັງເປັນການປະເມີນການຮຽນການສອນຂອງຄູ ແລະ ນັກຮຽນ ກໍຄືການທົດສອບຄວາມຮູ້ ແລະ ຄວາມເຂົ້າໃຈບົດຮຽນທີ່ໄດ້ຮໍ່າຮຽນແຕ່ ປ1-ປ5 ຂອງນ້ອງນັກຮຽນ ແລະ ເພື່ອແນໃສ່ປັບປຸງຄຸນນະພາບການສຶກສາຢູ່ພາຍໃນເມືອງໃຫ້ດີຂຶ້ນ ທັງເປັນການຄັດເລືອກ ແລະ ກະກຽມໃຫ້ເຂົ້າຮຽນຕໍ່ຊັ້ນມັດທະຍົມສຶກສາຕອນຕົ້ນໃນສົກຮຽນຕໍ່ໄປ.

error: Content is protected !!