ມອບປື້ມແບບຮຽນ ແລະ ໃຫ້ທຶນຊ່ວຍເຫຼືອການສຶກສາໃຫ້ໂຮງຮຽນປະຖົມສົມບູນນາໄຮ່ດຽວ

    ພິທີມອບ-ຮັບປື້ມແບບຮຽນ ແລະ ປະກາດທຶນຊ່ວຍເຫຼືອການສຶກສາ ໃຫ້ໂຮງຮຽນປະຖົມສົມບູນນາໄຮ່ດຽວ ນະຄອນຫຼວງວຽງຈັນ ຈັດຂື້ນວັນທີ 13 ພຶດສະພາ 2022 ທີ່ໂຮງຮຽນປະຖົມສົມບູນນາໄຮ່ດຽວ ໂດຍການເປັນປະ ທານຂອງທ່ານ ປອ ນາງ ສີສຸກ ວົງວິຈິດ ຮອງລັດຖະມົນຕີກະຊວງສຶກສາທິການແລະກິລາ ທ່ານ ປອ. ນາງອິສໂຊເບວໂຄແມນ ຮອງຜູ້ບໍລິຫານດ້ານນະໂຍບາຍ ແລະ ໂຄງການ ອົງການ USAID ແລະ ທ່ານ ປອ ນາງເພຍຣິເບັນ ໂລບຣິດໂຕ້ ຜູ້ຕາງໜ້າອົງການອຸຍນີເຊັບປະຈຳ ສປປ ລາວ.

    ພາຍໃຕ້ການຮ່ວມມືຄັ້ງໃໝ່ນີ້ ອົງການ USAID ຈະສະໜັບສະໜູນທຶນຈໍານວນ 2.600.000 ໂດລາສະຫະລັດ ໃຫ້ແກ່ແຜນງານການສຶກສາຂອງອົງການອຸຍນີເຊັບ ເພື່ອຮັບປະກັນໃຫ້ເດັກນ້ອຍ ໂດຍສະເພາະແມ່ນຜູ້ດ້ອຍໂອກາດ ແລະ ກຸ່ມເດັກທີ່ມີຄວາມສ່ຽງຂອງ ສປປ ລາວ ໄດ້ກຽມຄວາມພ້ອມໃນການເຂົ້າໂຮງຮຽນ ແລະ ສຶບຕໍ່ການຮຽນຢູ່ໃນໂຮງຮຽນ ເພື່ອປັບປຸງຄວາມສາມາດດ້ານພາສາລາວ ແລະການຄິດເລກ ໄດ້ມີທັກສະ ແລະຄວາມຮູ້ ການເຫັນຄຸນຄ່າ ແລະ ທັດສະນະຄະຕິທີ່ຈຳເປັນເພື່ອການພັດທະນາ ແລະ ຈະເລີ່ມເຕີບໂຕຕາມອາຍຸຂອງຕົນ.

    ທ່ານ ປອ ນາງ ສີສຸກ ວົງວິຈິດ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ກ່າວໃນພິທີວ່າ: ເດັກນ້ອຍໃນມື້ນີ້ ແມ່ນຜູ້ໃຫຍ່ໃນມື້ໜ້າ ການໃຫ້ຄວາມເອົາໃຈໃສ່ ແລະ ລົງທືນໃສ່ການສຶກສາຂອງເດັກ ແມ່ນການປູພື້ນຖານທີ່ແໜ້ນໜາສຳລັບເຂົາເຈົ້າ ໃຫ້ກາຍເປັນຜູ້ໃຫຍ່ທີ່ມີຄຸນນະພາບ ການສະຫນອງການສຶກສາແກ່ເດັກ ແມ່ນການພັດທະນາທືນມະນຸດ ແລະ ກຽມຄວາມພ້ອມສຳລັບການພັດທະນາເສດຖະກິດ ແລະ ສັງຄົມຂອງປະເທດໃນອານາຄົດ.ເມື່ອເຫັນຄວາມສໍາຄັນຄືແນວນັ້ນ ແນວທາງນະໂຍບາຍການພັດທະນາຂະແຫນງການສຶກສາ ຂອງກະຊວງສຶກສາທິການ ແລະ  ກິລາ ສປປ ລາວ ເວລາໃດກໍຍັງໃຫ້ບຸລິມະສິດແກ່ການພັດທະນາການສຶກສາຂັ້ນພື້ນຖານ ເພື່ອເຮັດໃຫ້ເດັກນ້ອຍລາວມີພື້ນຖານເພື່ອການຮຽນຮູ້ ແລະ ພັດທະນາຕົນເອງໃນລະດັບຕໍ່ໄປ ແລະ ຕະຫຼອດຊີວິດ.

    ໃນໄລຍະຜ່ານມາ ກະຊວງສຶກສາທິການ ແລະ ກິລາໄດ້ເອົາໃຈໃສ່ໃນການຍົກສູງການເຂົ້າເຖີງການສຶກສາທີ່ມີຄຸນນະພາບໃຫ້ແກ່ເດັກ ໂດຍສະເພາະແມ່ນຜູ້ດ້ອຍໂອກາດ ແລະ ຜູ້ທີ່ຢູ່ຊົນນະບົດຫ່າງໄກສອກຫຼີກ ໂດຍຜ່ານຫຼາຍແຜນງານ ແລະ ໂຄງການ ຊື່ງໄດ້ຮັບການສະໜັບສະໜູນທາງດ້ານວິຊາການ ແລະ ງົບປະມານຈາກອົງການຈັດຕັ້ງສາກົນ ແລະ ຄູ່ຮ່ວມພັດທະນາ.

    ໂຄງການຮຽນອ່ານທີ່ໄດ້ຮັບການສະໜັບສະໜູນທືນຈາກອົງການ USAID ແລະ ໂຄງການຕອບໂຕ້ການແຜ່ລະບາດຂອງພະຍາດໂຄວິດ-19 ຕໍ່ກັບການສຶກສາໃນ ສປປ ລາວ ກໍລ້ວນແລ້ວແຕ່ແມ່ນໂຄງການທີ່ໄດ້ປະກອບສ່ວນເຂົ້າອັນສຳຄັນເຂົ້າໃນວຽກງານພັດທະນາການສຶກສາຂັ້ນພື້ນຖານຢູ່ ສປປ ລາວ ໃນສະພາບທີ່ມີການປ່ຽນແປງຄືປັດຈຸບັນ.

     ທ່ານ ປອ. ນາງໂຄນແມນ ຮອງຜູ້ບໍລິຫານດ້ານນະໂຍບາຍ ແລະ ໂຄງການ ອົງການ USAID ໄດ້ກ່າວ ສະແດງຄວາມຂອບໃຈຕໍ່ກະຊວງສຶກສາທິການ ແລະ ກິລາ ແລະ ອົງການອຸຍນີເຊັບ ທີ່ໄດ້ໃຫ້ການຮ່ວມມືກັບອົງການ USAID ໃນການປັບປຸງການສຶກສາຂັ້ນພື້ນຖານຢູ່ ສປປ ລາວ.

     ທ່ານ ປອ. ນາງໂຄນແມນ ກ່າວອີກວ່າ “ກ່ານຮ່ວມມືອັນໃໝ່ນີ້ ແມ່ນເນັ້ນໃຫ້ເຫັນຄວາມມຸ່ງໝັ້ນຂອງ ສ. ອາເມລິກາ ທີ່ມີຕໍ່ປະຊາຊົນລາວ ຕໍ່ການຈະເລີນເຕີບໂຕຂອງເດັກນ້ອຍລາວ ແລະ ຄວາມຝັນຂອງພວກເຂົາ ແລະການສະໜັບສະໜູນລັດຖະບານລາວ ໃນການບັນລຸເປົ້າໝາຍການພັດທະນາ ” .

     “ການຮ່ວມມືໃນຄັ້ງນີ້ຈະສະໜັບສະໜູນຄວາມພະຍາຍາມໃນການສ້າງສັງຄົມແບບມີສ່ວນຮ່ວມ ແລະ ປະກອບສ່ວນເຂົ້າໃນການພັດທະນາຊັບພະຍາກອນມະນຸດຂອງ ສປປ ລາວ.” ແຜນງານການສຶກສາຂອງອົງການອຸຍນິເຊັບ ມີຄວາມສອດຄ່ອງກັບບູລິມະສິດໃນແຜນການພັດທະນາຂະແໜງການສຶກສາຂອງກະຊວງສຶກສາທິການ ແລະ ກິລາ ທີ່ສຸມໃສ່ການຂະຫຍາຍການເຂົ້າເຖິງການສຶກສາກ່ອນໄວຮຽນທີ່ມີຄຸນນະພາບ ແລະ ການກ້າວໄປສູ່ການຮຽນຈົບຊັ້ນປະຖົມຂອງເດັກຢູ່ໃນເຂດຫ່າງໄກສອກຫຼີກ ເດັກຊົນເຜົ່າ ແລະ ເດັກທີ່ມີຄວາມພິການ. ແຜນງານດັ່ງກ່າວຍັງຈະສະໜັບສະໜູນຕໍ່ການຕອບໂຕ້ກັບການລະບາດຂອງພະຍາດໂຄວິດ-19 ຢ່າງຕໍ່ເນື່ອງ ກໍຄືການຮັບປະກັນໃຫ້ເດັກນ້ອຍສາມາດສືບຕໍ່ການຮຽນຮູ້ໃນສະພາບແວດລ້ອມພາຍໃນໂຮງຮຽນທີ່ປອດໄພ ພໍ່ແມ່ຍັງຈະມີສ່ວນຮ່ວມ ເພື່ອໃຫ້ເຂົາເຈົ້າມີຄວາມຮູ້ ແລະ ທັກສະສໍາລັບສະໜັບສະໜູນການພັດທະນາລູກຕົນເອງ.

.

# ໄຊຍັນດິດ

error: Content is protected !!