ວັນທີ 11 ພຶດສະພາ 2022 ຜ່ານມາ ຢູ່ສະໂມສອນເມືອງຫົງສາ ແຂວງໄຊຍະບູລີ ຈັດກອງປະຊຸມທາບທາມຮ່າງຂໍ້ຕົກລົງຂອງທ່ານເຈົ້າແຂວງ ວ່າດ້ວຍການສ້າງຕັ້ງກອງທຶນເລືອດແຂວງໄຊຍະບູລີ ໂດຍການນຳສະ ເໜີິຂອງທ່ານ ວັນນະສິງ ມຸງຄຸນສະຫວັດ ຫົວໜ້າອົງການກາແດງແຂວງໄຊຍະບູລີ ມີທ່ານ ສົມມະນາ ປິ່ນທິບ ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 7 ແຂວງໄຊຍະບູລີ ປະທານຄະນະກໍາມະການຍຸຕິທໍາ ແລະ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທ່ານ ສົມສີ ພົມມະຈັນ ຮອງເລຂາພັກເມືອງ ປະທານກວດກາພັກ ຫົວໜ້າກວດກາລັດເມືອງ ສະມາຊິກສະພາປະຊາຊົນແຂວງປະຈຳເມືອງ ພະນັກງານຫຼັກແຫຼ່ງອ້ອມຂ້າງເມືອງ ແລະ ຂະແໜງການກ່ຽວຂ້ອງເຂົ້າຮ່ວມ.

ຈຸດປະສົງຂອງກອງຊຸມຄັ້ງນີ້ ເພື່ອທາບທາມເອົາຄຳຄິດຄຳເຫັນຈາກພາກສ່ວນຕ່າງໆທີ່ກ່ຽວຂ້ອງຢູ່ຂັ້ນເມືອງ ປະກອບໃສ່ໃນຮ່າງຂໍ້ຕົກລົງຂອງທ່ານເຈົ້າແຂວງ ໃຫ້ຖືກຕ້ອງສອດຄ່ອງ ສົມບູນ ແລະ ແທດເໝາະກັບສະພາບຕົວຈິງ ຈາກນັ້ນ ຈຶ່ງຈະນຳໄປຜ່ານກອງປະຊຸມຂອງສະພາປະຊາຊົນຂັ້ັ້ນແຂວງ ເພື່ອພິຈາລະນາຮັບຮອງເອົາ.

ຮ່າງຂໍ້ຕົກລົງສະບັບດັ່ງກ່າວ ປະກອບມີ 7 ໝວດ 27 ມາດຕາ ເຊິ່ງຂໍ້ຕົກລົງສະບັບນີ້ແມ່ນກຳນົດຫຼັກການ ລະບຽບການ ວິທີການ ມາດຕະການ ແລະ ລະບຽບການກ່ຽວກັບການນຳໃຊ້ກອງທຶນເລືອດ ເພື່ອປຸກລະດົມ ຂົນຂວາຍ ແລະ ສະສົມທຶນ ແນໃສ່ສ້າງໃຫ້ມີທຶນພຽງພໍ ເພື່ອພັດທະນາສົ່ງເສີມໃຫ້ມີຄວາມຍືນຍົງ ແລະ ສະໜອງເລືອດທີ່ປອດໄພໃຫ້ແກ່ປະຊາຊົນພາຍໃນແຂວງ ທີ່ເຈັບເປັນ ແລະ ປິ່ນປົວດ້ວຍເລືອດ ໃຫ້ໄດ້ຮັບການບໍລິການທີ່ພຽງພໍ ທັນກັບເວລາ ອີກທັງເປັນການປະກອບສ່ວນພັດທະນາເສດທະກິດ-ສັງຄົມຂອງແຂວງອີກດ້ວຍ..
