ມອບໃບຢັ້ງຢືນໃຫ້ 2 ກຸ່ມບ້ານທີ່ເປັນຄອບຄົວ ແລະ ບ້ານແບບຢ່າງໃນການປະຕິບັດກົດໝາຍ

    ກຸ່ມບ້ານໄຊ ແລະ ກຸ່ມສີວິໄລ ໄດ້ຮັບໃບຢັ້ງຢືນຄອບຄົວ ແລະ ບ້ານແບບຢ່າງໃນການປະຕິບັດກົດໝາຍ ພິທີມອບ-ຮັບໃບຢັ້ງຢືນດັ່ງກ່າວ ຈັດຂຶ້ນວັນທີ 12 ພຶດສະພາ 2022 ທີ່ສະໂມສອນເມືອງໄຊທານີ ມີທ່ານ ຄຳປະດິດ ເຂັມມານິດ ເຈົ້າເມືອງໄຊທານີ ທ່ານ ສັກດາ ອາດວາລີ ຮອງຫົວໜ້າພະແນກຍຸຕິທຳນະຄອນຫຼວງວຽງຈັນ (ນວ) ພ້ອມດ້ວຍຫ້ອງການກ່ຽວຂ້ອງເຂົ້າຮ່ວມ.

    ທ່ານນາງ ຄຳໄຜ່ ໄຊຍະວົງ ຫົວໜ້ຫ້ອງການຍຸຕິທຳເມືອງໄຊທານີ ໄດ້ຜ່ານບົດສະຫຼຸບການເຄື່ອນໄຫວສ້າງຄອບຄົບ ແລະ ບ້ານແບບຢ່າງການປະຕິບັດກົດໝາຍໃຫ້ຮູ້ວ່າ  ການສ້າງຄອບຄົວ ແລະ ບ້ານແບບຢ່າງປະຕິບັດກົດໝາຍ ແມ່ນວຽກງານໜຶ່ງທີ່ສໍາຄັນ ແລະ ແມ່ນເນື້ອໃນໜຶ່ງຂອງຂະບວນການກໍ່ສ້າງຮາກຖານການເມືອງ ການສ້າງບ້ານ ແລະ ກຸ່ມບ້ານ ຕາມຄໍາສັ່ງຂອງກົມການເມືອງສູນກາງພັກ ແລະ ຄໍາສັ່ງຂອງນາຍົກລັດຖະມົນຕີ ວຽກງານດັ່ງກ່າວ ແມ່ນຕິດພັນກັບການສ້າງບ້ານ ແລະ ກຸ່ມບ້ານພັດທະນາຮອບດ້ານ ແນ່ໃສ່ເຮັດໃຫ້ການພັດທະນາປະເທດຊາດໃຫ້ມີຄວາມເຂັ້ມແຂງເລີ່ມແຕ່ຂັ້ນຮາກຖານ ໂດຍການສ້າງລັດແຫ່ງກົດໝາຍເຂົ້າສູ່ຮາກຖານບ້ານ ແລະ ກຸ່ມບ້ານພັດທະນາ ຮັບປະກັນການປະຕິບັດຄວາມສະເໝີພາບບົນພື້ນຖານກົດໝາຍ ແລະ ສ້າງເງື່ອນໄຂໃຫ້ປະຊາຊົນໄດ້ມີໂອກາດຮຽນຮູ້ກ່ຽວກັບລະບຽບກົດໝາຍຢ່າງທົ່ວເຖິງ. ການປະເມີນຄອບຄົວມາດຖານ ເງື່ອນໄຂ 5 ມາດຖານໃນ 8 ບ້ານຂອງກຸ່ມບ້ານໄຊ ມີ 5.899 ຄອບຄົວ ສາມາດປະເມີນເປັນຄອບຄົວແບບຢ່າງປະຕິບັດກົດໝາຍໄດ້ 5.713 ຄອບຄົວ (ເທົ່າກັບ 96%) ຍັງ 186 ຄອບຄົວ ຍັງບໍ່ສາມາດເປັນຄອບຄົວແບບຢ່າງປະຕິບັດກົດໝາຍໄດ້ ການປະເມີນບ້ານແບບຢ່າງ ປະຕິບັດກົດໝາຍຕາມມາດຖານ ເງື່ອນໄຂ 6 ມາດຖານ ຂອງການສ້າງບ້ານແບບຢ່າງປະຕິບັດກົດໝາຍທັງໝົດ 8 ບ້ານ ສາມາດປະເມີນໄດ້ລວມຄະແນນຕາມ 6 ມາດຖານໄດ້ 578 ຄະແນນ ສະເລ່ຍເທົ່າກັບ 96 % ສ່ວນກຸ່ມບ້ານສີວິໄລ ໄດ້ປະເມີນຄອບຄົວຕາມມາດຖານ ເງື່ອນໄຂ 5 ມາຕຖານໃນຈໍານວນ 7 ບ້ານ ມີຄອບຄົວທັງໝົດ 7.844 ຄອບຄົວ  ປະເມີນເປັນຄອບຄົວແບບຢ່າງປະຕິບັດກົດໝາຍໄດ້ 7.697 ຄອບຄົວ (ເທົ່າກັບ 98%) ຍັງຈໍານວນ 147 ຄອບຄົວບໍ່ສາມາດຢັ້ງຢືນເປັນຄອບຄົວແບບຢ່າງປະຕິບັດກົດໝາຍໄດ້  ຜ່ານການປະເມີນລວມຄະແນນຕາມ  5  ມາດຖານໄດ້ 584  ຄະແນນສະເລ່ຍເທົ່າກັບ 97 % ສະນັ້ນ ຈຶ່ງໄດ້ການຮັບຮອງ ແລະ ປະກາດ 2 ກຸ່ມບ້ານດັ່ງກ່າວເປັນບ້ານແບບຢ່າງປະຕິບັດກົດໝາຍ ຈາກນັ້ນ ໃນພິທີໄດ້ມອບໃບຢັ້ງຢືນໃຫ້ 2 ກຸ່ມບ້ານທີ່ຖືຮັບຮອງຄັ້ງນີ້.

# ຂ່າວ – ພາບ : ອົ່ນ ໄຟສົມທອງ

error: Content is protected !!