ຮັບຮອງບ້ານນາແຄ ເປັນບ້ານວັດທະນະທຳແຫ່ງທີ 101 ຂອງເມືອງໄຊທານີ

    ພິທີປະກາດຮັບຮອງບ້ານນາແຄ ເປັນບ້ານວັດທະນະທຳແຫ່ງທີ 101 ຂອງເມືອງໄຊທານີ ແລະ ແຫ່ງທີ 477 ຂອງນະຄອນຫຼວງວຽງຈັນ (ນວ) ຈັດຂຶ້ນວັນທີ 13 ພືດສະພາ 2022 ຢູ່ວັດບ້ານດັ່ງກ່າວ ມີທ່ານ ຄໍາປະດິດ ເຂັມມານິດ ເຈົ້າເມືອງໄຊທານີ ທ່ານ ພັນທະນາສອນ ພິນພັກດີ ຮອງຫົວໜ້າກົມວັດທະນະທຳມະຫາຊົນ ກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ທ່ານ ຄໍາຄູນ ໃບລາຕຣິ ຮອງຫົວໜ້າພະແນກ ຖວທ ນວ ທ່ານ ຄູນມີ ຣາຊະພົນ ຫົວໜ້າຫ້ອງການ ຖວທ ເມືອງໄຊທານີ ພ້ອມດ້ວຍອຳນາດການປົກຄອງບ້ານ ແລະ ປະຊາຊົນເຂົ້າຮ່ວມ.

    ທ່ານ ບົວລຽນ ແສງມະນີ ເລຂາພັກບ້ານ ນາຍບ້ານແຄ ໄດ້ລາຍງານໂຄງການສ້າງຄອບຄົວ ແລະ ບ້ານວັດທະນະທໍາຢູ່ບ້ານນາແຄວ່າ: ບ້ານນາແຄ ແມ່ນໜຶ່ງໃນບັນດາບ້ານທີີ່ຂຶ້ນກັບກຸ່ມບ້ານໄຊ ມີ 548 ຄອບຄົວ ມີ 480 ຫຼັງຄາເຮືອນ ມີພົນລະເມືອງທັງໝົດ 2.085 ຄົນ ແບ່ງເປັນ 43 ໜ່ວຍ ແລະ ປະຊາຊົນສ່ວນຫຼາຍຖືສາສະໜາພຸດ 98% ມີທ່າແຮງ ແລະ ເງື່ອນໄຂເອື້ອອຳນວຍໃນການສ້າງເປັນບ້ານວັດທະນະທຳ ສະແດງອອກໃນດ້ານຈິດໃຈຂອງປະຊາຊົນພາຍໃນບ້ານ ແມ່ນມີຄວາມເຊື່ອໝັ້ນຕໍ່ການນຳພາຂອງພັກ ມີຄວາມຕື່ນຕົວ ປະຕິບັດລະບຽບກົດໝາຍຂອງລັດ ບຸກບືນສູ້ຊົນພັດທະນາຕົນເອງ ຄອບຄົວ ແລະ ບ້ານໃຫ້ມີທ່ວງທ່າດີຂຶ້ນ ສາມາດແກ້ໄຂປາກົດການຫຍໍ້ທໍ້ທີ່ເປັນພື້ນຖານຂອງບ້ານເຊັ່ນ: ອຸບັດເຫດ ຢາເສບຕິດ ຂີ້ລັກງັດແງະ ປຸ້ນຈີ້ ການຄ້າຂາຍໂສເພນີໄດ້ຫຼຸດລົງຢ່າງຈະແຈ້ງ ຊີວິດການເປັນຢູ່ທາງດ້ານວັດຖຸຂອງປະຊາຊົນບັນດາເຜົ່າ ໄດ້ຮັບການພັດທະນາ ນັບມື້ນັບດີຂຶ້ນເປັນກ້າວໆ.  

    ຜ່ານການປະເມີນຈັດຕັ້ງປະຕິດໂຄງການສ້າງຄອບຄົວ ແລະ ບ້ານວັດທະນະທໍາເລີ່ມແຕ່ປີ 2008 ເປັນຕົ້ນມາຮອດປັດຈຸບັນ ໂດຍອີງໃສ່ 5 ມາດຖານ ແລະ 5 ບາດກ້າວ ທີ່ກຳນົດໄວ້ຂອງຂັ້ນເທິງ ບ້ານນາແຄສາມາດປະຕິບັດໄດ້ຄື: ໃນບ້ານມີຈຳນວນຄອບຄົວທັງໝົດ 548 ຄອບຄົວ ໃນນີ້ ມີຄອບຄົວທີ່ໄດ້ຮັບໃບຢັ້ງຢືນ ຄອບຄົວວັດທະນະທໍາແລ້ວ 510 ຄອບຄົວ ເທົ່າກັບ 96%. ການເຄື່ອນໄຫວກິດຈະກຳທາງດ້ານວັດທະນະທໍາຢູ່ໃນບ້ານມີວັດວາອາຮາມ 1 ແຫ່ງ ເຊິ່ງເປັນບ່ອນເຕົ້າໂຮມຂອງພໍ່ແມ່ປະຊາຊົນ ໃນການຈັດຕັ້ງບຸນສິນ ກິນທານ ແລະ ບ່ອນສັກກະລະບູຊາ ເປັນທີ່ເພິ່ງທາງໃຈຂອງປະຊາຊົນ ບ້ານມີລະບົບໂທລະໂຄ່ງ ໜ່ວຍສິລະປະ ປະຊາຊົນຈຳນວນ 548 ຄອບຄົວ ໄດ້ຊົມໃຊ້ພາຫະນະສື່ມວນຊົນ ເປັນຕົ້ນ ວິທະຍຸ ໂທລະພາບ ໜັງສືພິມ ແລະ ວາລະສານຕ່າງໆການອະນຸຮັກ ຮັກສາ ແລະ ສົ່ງເສີມມູນເຊື້ອວັດທະນະທຳ ຮີດຄອງປະເພນີອັນດີງາມຂອງທ້ອງຖິ່ນ ແລະ ຂອງເຜົ່າ ເປັນຕົ້ນການເຮັດບຸນສິນກິນທານຂອງປະຊາຊົນ ປະຕິບັດຖືກຕ້ອງຕາມຮີດຄອງປະເພນີຂອງເຜົ່າຕ່າງໆ ພ້ອມນັ້ນ ຍັງສາມາດຕ້ານ ແລະ ລົບລ້າງການເຊື່ອຖືແບບງົມງວາຍ ເຊັ່ນ: ຜີນາງທຽມ ການເອົາຜົວຜີ ເມຍຜີ ແລະ ບັນຫາອື່ນໆກໍໄດ້ຮັບການປະຕິບັດຢ່າງຖືກຕ້ອງ ສອດຄ່ອງກັບຮີດຄອງປະເພນີອັນດີງາມຂອງຊາດກຳນົດໄວ້.

# ຂ່າວ – ພາບ : ລັດເວລາ

error: Content is protected !!