ມື້ນີ້ ທົ່ວປະເທດກວດພົບພະຍາດໂຄວິດ-19 ຈຳນວນ 78 ຄົນ ເສຍຊີວິດ 2 ຄົນ

    ຄະນະສະເພາະກິດ ເພື່ອປ້ອງກັນຄວບຄຸມ ແລະ ແກ້ໄຂການລະບາດພະຍາດໂຄວິດ-19 ໄດ້ລາຍງານກ່ຽວກັບສະພາບການລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ ລວມທັງຕົວເລກການຕິດເຊື້ອພະຍາດໂຄວິດ-19 ໃນທົ່ວໂລກ ປະຈໍາວັນທີ 13 ພຶດສະພາ 2022 ທີ່ກະຊວງສາທາລະນະສຸກ ນະຄອນຫຼວງວຽງຈັນ. ວັນທີ 12 ພຶດສະພາ 2022 ທົ່ວປະເທດໄດ້ກວດວິເຄາະຫາເຊື້ອພະຍາດໂຄວິດ-19 ທັງໝົດ 1.021 ຕົວຢ່າງ ໃນນັ້ນ ກວດພົບຜູ້ຕິດເຊື້ອໂຄວິດ-19 ທັງໝົດ 78 ຄົນ ເຊິ່ງຕິດເຊື້ອພາຍໃນຈຳນວນ 78 ຄົນ ແລະ ບໍ່ມີກໍລະນີນໍາເຂົ້າ ສຳລັບ ຜູ້ຕິດເຊື້ອພາຍໃນໃໝ່ໃນປະເທດຈຳນວນ 78 ຄົນ ມີລາຍລະອຽດດັ່ງນີ້:

  • ນະຄອນຫຼວງວຽງຈັນ 49 ຄົນ
  • ເຊກອງ ວຽງຈັນ ແລະ ຄຳມ່ວນ ແຂວງລະ 4 ຄົນ
  • ໄຊຍະບູລີ 3 ຄົນ
  • ສະຫວັນນະເຂດ ສາລະວັນ ຊຽງຂວາງ ບໍລິຄຳໄຊ ບໍ່ແກ້ວ ແລະ ຫົວພັນ ແຂວງລະ 2 ຄົນ
  • ຫຼວງພະບາງ ແລະ ອຸດົມໄຊ ແຂວງລະ 1 ຄົນ.

    ຮອດປັດຈຸບັນ ຢູ່ ສປປ ລາວ ມີຜູ້ຕິດເຊື້ອໂຄວິດ-19 ທັງໝົດ 209.321 ຄົນ (ຕິດເຊື້ອພາຍໃນ 193.259 ຄົນ ແລະ ນໍາເຂົ້າ 16.062 ຄົນ) ອອກໂຮງໝໍວັນທີ 12 ພຶດສະພາ 2022 ຈຳນວນ 34 ຄົນ ກຳລັງປິ່ນປົວ 223 ຄົນ ແລະ ເສຍຊີວິດສະສົມທັງໝົດ 754 ຄົນ (ຜູ້ເສຍຊີວິດໃໝ່ 2 ຄົນ ຈາກແຂວງຫຼວງພະບາງ 1 ຄົນ ແລະ ນະຄອນຫຼວງວຽງຈັນ 1 ຄົນ).

    ປັດຈຸບັນ ໃນທົ່ວໂລກຍັງສືບຕໍ່ມີລາຍງານຄົນຕິດເຊືື້ອໃໝ່ ແລະ ເສຍຊີວິດໃໝ່ທຸກວັນ ກໍລະນີຢັ້ງຢືນຕິດເຊື້ອທັງໝົດ 519.558.094 ຄົນ (ໃໝ່ 537.459 ຄົນ) ເສຍຊິວິດທັງໝົດ 6.283.775 ຄົນ (ໃໝ່1.552 ຄົນ) ແລະ ປີ່ນປົວຫາຍດີ 474.339.933 ຄົນ (ໃໝ່ 483.580 ຄົນ).

error: Content is protected !!