ກອງປະຊຸມສຸດຍອດອາຊຽນ-ອາເມຣິກາ ເພື່ອສະເຫຼີມສະຫຼອງການພົວພັນ ຄົບຮອບ 45 ປີ

    ວັນທີ 12 ພຶດສະພາ 2022 ທີ່ນະຄອນຫຼວງວໍຊິງຕັນ ດີຊີ ສະຫະລັດອາເມຣິກາ ພະນະທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ນຳພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ-ສະຫະລັດ ສະໄໝພິເສດ ເພື່ອສະເຫຼີມສະຫຼອງການພົວພັນອາຊຽນ-ອາເມຣິກາ ຄົບຮອບ 45 ນັບແຕ່ສອງຝ່າຍໄດ້ສ້າງຕັ້ງສາຍພົວພັນຄູ່ເຈລະຈານຳກັນໃນປີ 1977.

    ກອງປະຊຸມຄັ້ງນີ້ ຈັດຂຶ້ນວັນທີ 12-13 ພຶດສະພາ 2022 ໃນກອງປະຊຸມ ທ່ານນາຍົກລັດຖະມົນຕີ ພັນຄຳ ວິພາວັນ ພ້ອມຜູ້ນຳບັນດາປະເທດສະມາຊິກອາຊຽນ ໄດ້ພົບປະກັບປະທານສະພາຕໍ່າ ແລະ ບັນດາຜູ້ແທນສະມາຊິກສະພາອາເມຣິກາ ແລະ ໄດ້ພົບປະກັບພາກທຸລະກິດຂອງອາເມຣິກາ.

    ໃນການພົບປະກັບຜູ້ແທນສະມາຊິກສະພາ ບັນດາຜູ້ນຳອາຊຽນໄດ້ສະແດງຄວາມຊົມເຊີຍບັນດາຜູ້ແທນສະມາຊິກສະພາອາເມຣິກາ ທີ່ໄດ້ຊຸກຍູ້ການພົວພັນຮ່ວມມືອາຊຽນ-ອາເມຣິກາ ຕະຫຼອດໄລຍະ 45 ປີຜ່ານມາ ພ້ອມທັງສະເໜີໃຫ້ສືບຕໍ່ການສະໜັບສະໜູນດັ່ງກ່າວ ທ່ານນາຍົກລັດຖະມົນຕີ ພັນຄຳ ວິພາວັນ ໄດ້ຕີລາຄາບົດບາດອັນສຳຄັນຂອງສະມາຊິກສະພາອາເມຣິກາ ໃນການຊຸກຍູ້ ແລະ ຮັບຮອງເອົາການຊ່ວຍເຫຼືອໃຫ້ແກ່ ສປປ ລາວ ໃນຫຼາຍໆດ້ານ ລວມທັງດ້ານສາທາລະນະສຸກ ການເກັບກູ້ລະເບີດທີ່ບໍ່ທັນແຕກ ແລະ ອື່ນໆ.

    ສໍາລັບການພົບປະກັບພາກທຸລະກິດ ບັນດາຜູ້ນຳ ແລະ ຜູ້ຕາງໜ້າຈາກປະເທດສະມາຊິກອາຊຽນ ກໍໄດ້ປຶກສາຫາລືກ່ຽວກັບຄວາມສຳຄັນຂອງພາກທຸລະກິດອາເມຣິກາ ທີ່ມີບົດບາດໃນການສົ່ງເສີມການຄ້າ ການລົງທຶນ ແລະ ການພັດທະນາເສດຖະກິດຂອງອາຊຽນ ແລະ ໄດ້ແລກປ່ຽນຄວາມຄິດເຫັນກ່ຽວກັບກາລະໂອກາດໃນການດຳເນີນທຸລະກິດຢູ່ອາຊຽນໃຫ້ຫຼາຍຂຶ້ນ ຊຶ່ງປັດຈຸບັນ ອາເມຣິກາເປັນຄູ່ຄ້າໃຫຍ່ອັນດັບ 2 ຂອງອາຊຽນ (ໃນປີ 2020 ການຄ້າສອງຝ່າຍ ລະຫວ່າງອາຊຽນ ແລະ ອາເມຣິກາ ບັນລຸໄດ້ 308,3 ຕື້ໂດລາສະຫະລັດ) ແລະ ເປັນຜູ້ລົງທຶນໃຫຍ່ອັນດັບໜຶ່ງຢູ່ໃນອາຊຽນ (ລວມມູນຄ່າທັງໝົດສະເລ່ຍສູງເຖິງ 34,7 ຕື້ໂດລາສະຫະລັດໃນປີ 2020).

     ໃນທ່າມກາງສະພາບເສດຖະກິດຂອງພາກພື້ນ ແລະ ຂອງໂລກ ທີ່ມີທ່າອ່ຽງຖົດຖອຍ ອັນເນື່ອງມາຈາກການແຜ່​ລະ​ບາດຂອງພະຍາດໂຄວິດ-19 ບັນດາຜູ້ນຳອາຊຽນ ເຫັນວ່າການມີສ່ວນຮ່ວມຂອງພາກທຸລະກິດອາເມຣິກາ ໃນການຟື້ນຟູເສດຖະກິດ ແລະ ສ້າງຄວາມເຂັ້ມແຂງໃຫ້ຕ່ອງໂສ້ການຜະລິດ ໂດຍຜ່ານການຮ່ວມມືໃນດ້ານການເຊື່ອມຈອດ ການພັດທະນາຈຸນລະວິສາຫະກິດ ວິສາຫະກິດຂະໜາດນ້ອຍ ແລະ ກາງ ການຫັນເປັນດິຈິຕອນ ການສົ່ງເສີມນະວັດຕະກຳ ແລະ ເຕັກໂນໂລຊີ ການພັດທະນາຕົວເມືອງອັດສະລິຍະ ແລະ ອື່ນໆ ແມ່ນມີຄວາມສຳຄັນເປັນຢ່າງຍິ່ງ ສປປ ລາວ ໄດ້ສະແດງຄວາມຊົມເຊີຍຕໍ່ບັນດາໂຄງການຊ່ວຍເຫຼືອຂອງອາເມຣິກາ ເພື່ອສົ່ງເສີມການຂະຫຍາຍຕົວແບບກວມລວມຢູ່ໃນອາຊຽນ ໂດຍຜ່ານນະວັດຕະກຳ ການຄ້າ ແລະ ການຄ້າທາງເອເລັກໂຕຣນິກ ຫຼື ອິກໄນທ໌ (IGNITE) ແລະ ໂຄງການອື່ນໆ ທີ່ໄດ້ປະກອບສ່ວນສົ່ງເສີມການອໍານວຍຄວາມສະດວກທາງດ້ານການຄ້າ ການຈັດຕັ້ງປະຕິບັດລະບົບປະຕູດຽວອາຊຽນ ເສດຖະກິດດິຈິຕອນ ແລະ ການສ້າງຂີດຄວາມສາມາດໃນການນໍາໃຊ້ເຕັກໂນໂລຊີ ວິທະຍາສາດ ແລະ ນະວັດຕະກໍາ ເຂົ້າໃນການສົ່ງເສີມການຂະຫຍາຍຕົວດ້ານເສດຖະກິດຢູ່ໃນພາກພື້ນ.

   ພ້ອມນີ້ໃນວັນດຽວກັນ ບັນດາຜູ້ນຳອາຊຽນ ກໍໄດ້ເຂົ້າຮ່ວມງານລ້ຽງຕ້ອນຮັບຈັດໂດຍປະທານາທິບໍດີ ໂຈ  ໄບເດັນ ແຫ່ງສະຫະລັດອາເມຣິກາ ຢູ່ທີ່ທຳນຽບຂາວ ຊຶ່ງບັນດາຜູ້ນຳອາຊຽນ ແລະ ອາເມຣິກາ ກໍໄດ້ມີໂອກາດພົບປະສັງສັນ ແລະ ແລກປ່ຽນຄວາມຄິດເຫັນກ່ຽວກັບການຮ່ວມມືອາຊຽນ-ອາເມຣິກາ ໃນໄລຍະຜ່ານມາ ແລະ ທິດທາງການພົວພັນໃນອະນາຄົດ.

# ໄຊຍັນດິດ

error: Content is protected !!