ພິທີໄຂຂະບວນການສ້າງຄອບຄົວ ແລະ ບ້ານປ້ອງກັນຊາດເຂັ້ມແຂງຢູ່ບ້ານທົ່ງຂັນຄໍາ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈັດຂຶ້ນວັນທີ 6 ພຶດສະພາ 2022 ຢູ່ຫ້ອງການປົກຄອງບ້ານດັ່ງກ່າວ ໂດຍມີທ່ານ ດວງຕາ ສຸລິວົງ ເຈົ້າເມືອງຈັນທະບູລີ ພ້ອມດ້ວຍຄະນະພັກ-ຄະນະບັນຊາ ກອງບັນຊາການທະຫານເມືອງຈັນທະບູລີ ພະນັກງານວິຊາການ ອໍານາດການປົກຄອງບ້ານ ແລະ ປະຊາຊົນ ເຂົ້າຮ່ວມ.

ທ່ານ ພັນໂທ ພົມມາ ວັນນະທຸມ ຫົວໜ້າພະແນກການເມືອງກອງບັນຊາການທະຫານເມືອງຈັນທະບູລີ ໄດ້ຜ່ານແຜນການສ້າງເປັນຄອບຄົວ ແລະ ບ້ານປ້ອງກັນຊາດເຂັ້ມແຂງ ຂໍ້ຕົກລົງຂອງເຈົ້າເມືອງ-ເມືອງທົ່ງຂັນຄໍາ ສະບັບເລກທີ 1430/ຈມ ຈລ ລົງວັນທີ 23 ສິງຫາ 2017 ວ່າດ້ວຍການອະນຸມັດໃຫ້ກອງບັນຊາການທະຫານເມືອງຈັນທະບູລີ ດຳເນີນການສ້າງຄອບຄົວ ແລະ ບ້ານປ້ອງກັນຊາດເຂັ້ມແຂງ ຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບຊີ້ນຳລວມ ແລະ ພະນັກງານທີ່ລົງເຮັດວຽກກັບບ້ານແຕ່ລະໜ່ວຍໃນ 10 ຫຼັງຄາເຮືອນ ເພື່ອເກັບກຳຂໍ້ມູນແຕ່ລະຄອບຄົວ ໃນການສ້າງເປັນຄອບຄົວ ແລະ ບ້ານປ້ອງຊາດເຂັ້ມແຂງຢູ່ບ້ານທົ່ງຂັນຄໍາ ໂດຍແຜນການເຄື່ອນໄຫວວຽກງານສ້າງຄອບຄົວ ແລະ ບ້ານປ້ອງກັນຊາດເຂັ້ມແຂງ ໄດ້ນຳເອົາເອກະສານລົງເຜີຍແຜ່ພາຍໃນບ້ານ ເພື່ອເຮັດໃຫ້ປະຊາຊົນຮັບຮູ້ ເຊື່ອມຊຶມຢ່າງເລິກເຊິ່ງ ເປັນຕົ້ນເອກະສານປະເທດລາວ ຄົນລາວເປັນເຈົ້າຂອງ ເອກະສານໃນຂົງເຂດປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານ ເອກະສານທີ່ຕັ້ງ ພາລະບົດບາດ ໜ້າທີ່ຂອງອຳນາດການປົກຄອງບ້ານ ແລະ ເອກະສານວິທີການສ້າງພະນັກງານຫຼັກແຫຼ່ງ ເພື່ອຊຸກຍູ້ຂະບວນການຂອງປະຊາຊົນຢູ່ຮາກຖານ ແລະ ຂໍ້ຕົກລົງວ່າດ້ວຍການຈັດຕັ້ງ ແລະ ເຄື່ອນໄຫວຂອງອຳນາດການປົກຄອງ ພ້ອມນີ້ ຍັງໄດ້ຮັບຟັງການຜ່ານບົດລາຍງານກ່ຽວກັບສະພາບລວມໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານຂອງບ້ານໃນໄລຍະຜ່ານມາ ຈາກທ່ານນາຍບ້ານ ຕື່ມອີກ.

ເພື່ອຈັດຕັ້ງປະຕິບັດແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານຂອງພັກ ແລະ ສືບຕໍ່ປັບປຸງບ້ານປ້ອມໝັ້ນ-ກຸ່ມບ້ານສູ້ຮົບຕິດລຽນ ທັງເປັນການປຸກລະດົມກຳລັງແຮງສັງລວມທົ່ວປວງຊົນ ເຂົ້າຮ່ວມວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໂດຍຖືເອົາກຳລັງປະກອບອາວຸດເປັນຫຼັກແຫຼ່ງ ເພື່ອສຶກສາອົບຮົມການເມືອງ-ແນວຄິດໃຫ້ປະຊາຊົນ ແລະ ທຸກຂະແໜງການຈັດຕັ້ງ ໂດຍຍົກສູງສະຕິລະວັງຕົວຕໍ່ກົນອຸບາຍຫັນປ່ຽນໂດຍສັນຕິຂອງສັດຕູ ເປັນເຈົ້າການສະກັດກັ້ນການແຊກແຊງຂອງສັດຕູລີ້ຊ້ອນຢູ່ຂອບເຂດຮັບຜິດຊອບຂອງບ້ານ ເຮັດໃຫ້ຄອບຄົວ ແລະ ບ້ານສາມາດປ້ອງກັນຕົວເອງໄດ້ໂດຍພື້ນຖານ ສ້າງສະມາຊິກໃນທຸກຄອບຄົວຂອງບ້ານໃຫ້ມີນ້ຳໃຈຮັກຊາດ ຮັກລະບອບໃໝ່ ຮັກບ້ານເກີດເມືອງນອນຂອງຕົນ ປຸກລະດົມການເຂົ້າຮ່ວມເຊື່ອມຊຶມແນວທາງ ແຜນນະໂຍບາຍ ຂໍ້ກຳນົດ ກົດໝາຍແຜນການ ແລະ ມະຕິຄຳສັ່ງຕ່າງໆຂອງພັກ-ລັດ ເວົ້າສະເພາະ ແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບຢ່າງເລິກເຊິ່ງ ເຮັດວຽກງານເປັນກະບອກສຽງໃຫ້ວຽກງານດັ່ງກ່າວ ໂດຍກຳແໜ້ນທຸກສະພາບການເຄື່ອນໄຫວ ເພື່ອຮັບປະກັນຕີຕ້ານການຕົວະຍົວະຫຼອກລວງຂອງສັດຕູ ແລະ ກຸ່ມຄົນບໍ່ຫວັງດີ ທີ່ຈະເຂົ້າມາກໍ່ຄວາມບໍ່ສະຫງົບຢູ່ໃນຂອບເຂດຮັບຜິດຊອບຂອງຕົນໃຫ້ມີຄວາມປອດໄພ ພ້ອມທັງເຮັດໃຫ້ຄອບຄົວ ແລະ ບ້ານມີວຽກເຮັດງານທຳຢ່າງຖືກຕ້ອງ ມີການດຳລົງຊີວິດແບບປອດໃສ ຂາວສະອາດ ມີຄວາມສາມັກຄີປອງດອງ ຮັກແພງຊ່ວຍເຫຼືອເຊິ່ງກັນ ແລະ ກັນ ເພື່ອພ້ອມກັນແກ້ໄຂປາກົດການຫຍໍ້ທໍ້ພາຍໃນບ້ານໃຫ້ຫຼຸດລົງເທື່ອລະກ້າວ.

# ຂ່າວ – ພາບ : ສະບາໄພ