ລັດຖະບານ ສປປລາວ ອອກແຈ້ງການ ວ່າດ້ວຍ ທິດຊີ້ນຳກ່ຽວກັບມາດຕະການໃນການເຂົ້າ-ອອກ ສປປ ລາວ ແລະ ມາດຕະການຜ່ອນຜັນພາຍໃນ ປະເທດ ໃນໄລຍະມີການລະບາດຂອງພະຍາດໂຄວິດ-19.

ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ຂໍຖືເປັນກຽດແຈ້ງ ການຕົກລົງ ແລະ ຊີ້ນໍາ ຂອງລັດຖະບານ ມາຍັງທ່ານ ເພື່ອຊາບ ແລະ ຈັດຕັ້ງປະຕິບັດ ດັ່ງນີ້:

1. ເຫັນດີໃຫ້ຜ່ອນຜັນມາດຕະຄຽງຄູ່ກັບການເຝົ້າລະວັງ ການລະບາດຂອງພະຍາດໂຄວິດ-19ໃນການເຂົ້າ-ອອກ ສປປ ລາວ ດັ່ງນີ້:

1) ເປີດດ່ານສາກົນທຸກດ່ານ ສໍາລັບການເຂົ້າ-ອອກ ຂອງພົນລະເມືອງລາວ, ຄົນຕ່າງດ້າວ, ຄົນຕ່າງປະເທດ ແລະ ຄົນບໍ່ມີສັນຊາດ.

2) ອະນຸຍາດໃຫ້ພົນລະເມືອງຂອງບັນດາປະເທດທີ່ມີສັນຍາຍົກເວັ້ນວີຊາ (VISA) ກັບ ສປປ ລາວ ແບບສອງຝ່າຍຫຼື ຝ່າຍດຽວ ສາມາດເດີນທາງເຂົ້າ ສປປ ລາວ ໂດຍບໍ່ຈໍາເປັນຕ້ອງຂໍ VISA.

3) ສໍາລັບພົນລະເມືອງຂອງບັນດາປະເທດ ທີ່ບໍ່ມີສັນຍາຍົກເວັ້ນ VISA ກັບ ສປປ ລາວ ແມ່ນ ສາມາດຂໍ VISA ຈາກສະຖານທູດ, ສະຖານກົງສູນ ແຫ່ງ ສປປ ລາວ ທີ່ປະຈຳຢູ່ຕ່າງປະເທດ ຫຼື ຜ່ານລະບົບ E-VISA ຫຼື ຂໍ VISA ກັບດ່ານ ຢູ່ ດ່ານສາກົນ ທີ່ມີໜ່ວຍງານ VISA ກັບດ່ານ.

4) ພົນລະເມືອງລາວ, ຄົນຕ່າງດ້າວ, ຄົນຕ່າງປະເທດ ແລະ ຄົນບໍ່ມີສັນຊາດ ອາຍຸແຕ່ 12 ປີ ຂຶ້ນໄປ ທີ່ບໍ່ທັນມີ ໃບຢັ້ງຢືນສັກວັກຊີນຄົບໂດສ ແມ່ນໃຫ້ມີຜົນກວດເຊື້ອໂຄວິດ-19 ດ້ວຍເຄື່ອງກວດແບບໄວ (ATK) ພາຍໃນ 48 ຊົ່ວໂມງ ກ່ອນອອກຈາກປະເທດຕົ້ນທາງ. ເມື່ອເດີນທາງມາຮອດ ສປປ ລາວ ແລ້ວ ແມ່ນຈະບໍ່ມີການກວດຕົວຢ່າງຫາເຊື້ອໂຄວິດ-19 ຢູ່ສະໜາມບິນ ຫຼື ຢູ່ດ່ານຊາຍແດນສາກົນ ທາງບົກ ຫຼື ທາງເຮືອ ອີກ. ສ່ວນຜູ້ທີ່ມີ ໃບຢັ້ງຢືນການສັກວັກຊີນຄົບໂດສແລ້ວ ແມ່ນສາມາດເດີນທາງເຂົ້າມາ ສປປ ລາວ ໄດ້ປົກກະຕິ ໂດຍບໍ່ ຮຽກຮ້ອງໃຫ້ມີການກວດຫາເຊື້ອໂຄວິດ-19 ອີກ ທັງຈາກປະເທດຕົ້ນທາງ ແລະ ເມື່ອເດີນທາງມາຮອດ ສປປ ລາວ.

5) ສໍາລັບຄົນຕ່າງປະເທດ ທີ່ເດີນທາງເຂົ້າມາ ສປປ ລາວ ກໍລະນີມີການຕິດເຊື້ອພະຍາດໂຄວິດ-19 ແມ່ນຕ້ອງ ຮັບຜິດຊອບຄ່າໃຊ້ຈ່າຍໃນການປິ່ນປົວດ້ວຍຕົນເອງ, ຊຶ່ງສາມາດນໍາໃຊ້ການບໍລິການປິ່ນປົວ ຢູ່ໂຮງໝໍລັດ, ໂຮງໝໍເອກະຊົນ ຫຼື ປິ່ນປົວຕິດຕາມຕົນເອງ ຢູ່ສະຖານທີ່ພັກ (Hore Isolation) ຕາມທີ່ໄດ້ກໍານົດໃນຄຳແນະນຳຂອງກະຊວງສາທາລະນະສຸກ.

 2. ເຫັນດີອະນຸຍາດໃຫ້ນໍາໃຊ້ພາຫະນະປະເພດຕ່າງໆ ເຂົ້າ-ອອກ ສປປ ລາວ ຄືກັນກັບໄລຍະກ່ອນການລະບາດຂອງພະຍາດໂຄວິດ-19. ມອບໃຫ້ກະຊວງໂຍທາທິການ ແລະ ຂົນສົ່ງ ອອກຄຳແນະນຳ ກ່ຽວກັບການນຳໃຊ້ພາຫະນະສ່ວນຕົວ, ໂດຍສານ ແລະ ທ່ອງທ່ຽວ ເຂົ້າ-ອອກ ສປປ ລາວ ໃຫ້ສອດຄ່ອງກັບສັນຍາສອງຝ່າຍ ແລະ ຫຼາຍຝ່າຍທີ່ ສປປ ລາວ ເປັນພາຄີ.

  3. ໃຫ້ບັນດາກະຊວງ, ອົງການທຽບເທົ່າ ແລະ ອົງການປົກຄອງທ້ອງຖິ່ນທຸກຂັ້ນ ຕະຫຼອດຮອດ ຜູ້ປະກອບການ ທຸລະກິດຕ່າງໆ ກະກຽມຄວາມພ້ອມທຸກດ້ານໃນການບໍລິການຕ້ອນຮັບນັກທ່ອງທ່ຽວ ໂດຍສະເພາະ ການປັບປຸງ ສະຖານທີ່ທ່ອງທ່ຽວ, ໂຮງແຮມ, ຮ້ານອາຫານ, ການບໍລິການຂົນສົ່ງ ແລະ ອື່ນໆ ທີ່ຕິດພັນກັບການບໍລິການ ແລະ ການທ່ອງທ່ຽວ ໃຫ້ໄດ້ມາດຕະຖານ ແລະ ມີຄຸນນະພາບດີກວ່າເກົ່າ ໂດຍໃຫ້ຖືວ່າວຽກງານບໍລິການ ແລະ ການທ່ອງທ່ຽວ ແມ່ນເປັນຄວາມຮັບຜິດຊອບລວມ ຂອງທຸກພາກສ່ວນໃນສັງຄົມ ເພື່ອເປັນການຟື້ນຟູເສດຖະກິດ ແລະ ປັບປຸງຊີວິດການ ເປັນຢູ່ຂອງປະຊາຊົນໃຫ້ດີຂື້ນ.

4. ເຫັນດີໃຫ້ເປີດຮ້ານບັນເທີງ ແລະ ຄາລາໂອເກະ, ແຕ່ໃຫ້ເອົາໃຈໃສ່ປະຕິບັດຕາມມາດຕະການ ປ້ອງກັນໂຄວິດ 10 ຢ່າງເຂັ້ມງວດ.

5. ມອບໃຫ້ຄະນະສະເພາະກິດ ເພື່ອປ້ອງກັນຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ ໂຄວິດ-19 ສົມທົບ ກັບຂະແໜງສາທາລະນະສຸກ ສືບຕໍ່ຕິດຕາມ ແລະ ເຝົ້າລະວັງ ການລະບາດຂອງພະຍາດໂຄວິດ-19 ສາຍພັນໃໝ່ ເພື່ອ ຮັບປະກັນໃຫ້ແກ່ການປ້ອງກັນ, ຄວບຄຸມ, ກວດວິເຄາະ ແລະ ປິ່ນປົວ ຢ່າງມີປະສິດທິພາບ ແລະ ປະສິດທິຜົນ. ພ້ອມທັງ ສຸມໃສ່ການຈັດຕັ້ງການສັກວັກຊີນ ໃຫ້ໄດ້ຕາມຄາດໝາຍທີ່ວາງໄວ້.

6. ມາດຕະການທີ່ໄດ້ລະບຸ ແຕ່ຂໍ້ທີ 1 ຫາ ຂໍ້ທີ 5 ຂ້າງເທິງ ແມ່ນໃຫ້ຈັດຕັ້ງປະຕິບັດ ເລີ່ມແຕ່ ວັນທີ 09 ພຶດສະພາ 2022 ເປັນຕົ້ນໄປ.

error: Content is protected !!