ສ້າງຄູເຝິກໃນການເປີດທຸລະກິດຄືນ ຫັນໄປສູວິຖີຊີວິດປົກກະຕິແບບໃໝ່

    ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດ ເປີດຊຸດເຝິກອົບຮົມການເປັນຄູເຝິກການເປີດທຸລະກິດຄືນ ຫັນໄປສູວິຖີຊີວິດປົກກະຕິແບບໃໝ່ ວັນທີ 4 ພຶດສະພາ 2022 ທີ່ໂຮງແຮມລາວພລາຊາ ເປັນປະທານຂອງທ່ານ ດຣ ໄຊບັນດິດ ຣາຊະພົນ ຮອງປະທານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດ ມີຕາງໜ້າຈາກກົມຄຸ້ມຄອງແຮງງານ ກົມປົກປ້ອງແຮງງານ ແລະ ຂະແໜງການກ່ຽວຂ້ອງເຂົ້າຮ່ວມ.

    ທ່ານ ດຣ ໄຊບັນດິດ ຣາຊະພົນ ກ່າວວ່າ ເພື່ອເປັນການແນະນຳ ແລະ ຖ່າຍທອດຄວາມຮູ້ ວິທີການຕອບໂຕ້ ຮັກສາ ແລະ ປ້ອງກັນພະຍາດໂຄວິດ-19 ຂັ້ນຕອນມາດຕະຖານ (SOP)  ການນຳໃຊ້ ການສົ່ງເສີມ  ແລະ ສະເໜີແຜນ SOP ປຶກສາຫາລືຍຸດທະສາດ ແຜນຈັດຕັ້ງປະຕິບັດ ເຝິກອົບຮົມຜູ້ອຳນວຍຄວາມສະດວກທີ່ໄດ້ຮັບການແຕ່ງຕັ້ງຈາກຄູ່ຮ່ວມສາມຝ່າຍ ນຳສະເໜີການຈັດຕັ້ງປະຕິບັດຂັ້ນຕອນມາດຕະຖານໃນບັນດາຂະແໜງທຸລະກິດ ທັງນີ້ກໍເພື່ອເຜີຍແຜ່ບັນດາແຜນການຕ່າງໆໃນການເປີດທຸລະກິດຄືນ ຫັນໄປສູວິຖີຊີວິດປົກກະຕິແບບໃໝ່ໃຫ້ກວ້າງຂວາງ ທົ່ວເຖິງ ສາມາາດເປັນຄູເຝິກໄດ້ໃນຕໍ່ໜ້າ ເຊິ່ງ SOP ເປັນເຄື່ອງມືໜຶ່ງທີ່ຈະສາມາດຟື້ນຟູບັນດາຂະແໜງທຸລະກິດທີ່ໄດ້ຮັບຜົນກະທົບຈາກການລະບາດຂອງພະຍາດໂຄວິດ-19 ໃຫ້ມີຄວາມປອດໄພ.

    ຊຸດເຝິກອົບຮົມຄັ້ງນີ້ ໄດ້ຮຽນຮູ້ການຕອບໂຕ້ກັບພະຍາດໂຄວິດ-19 ໃນສະຖານທີ່ເຮັດວຽກ ການນຳໃຊ້ ແລະ ສົ່ງເສີມຂັ້ນຕອນມາດຕະຖານ ຄວາມປອດໄພສຸຂະພາບແຮງງານ ການປ້ອງກັນພະຍາດໂຄວິດ-19 ຄວາມປອດໄພສຸຂະພາບແຮງງານຫຼັງການການລະບາດໂຄວິດ-19 ການປະເມີນຄວາມສ່ຽງ ແຜນການສືບຕໍ່ທຸລະກິດ ປະເມີນການເຝິກອົບຮົມ ແລະ ມອບໃບຢັ້ງຢືນໃຫ້ແກ່ສຳມະນາກອນອີກດ້ວຍ.

# ຂ່າວ – ພາບ : ອົ່ນ ໄຟສົມທອງ

error: Content is protected !!