ອາຊຽນ ຫາລືການພົວພັນຮ່ວມມືວຽກງານຕ່າງໆ

     ກອງປະຊຸມ ASEAN Consultative Meeting (ACM)  ຈັດຂຶ້ນວັນທີ 29 ເມສາ 2022 ຜ່ານມາ ທີ່ໂຮງແຮມ ແລນມາກ ນະຄອນຫຼວງວຽງຈັນ ໂດຍເປັນປະທານຂອງທ່ານ ເຈດສະດາ ກະຕະເວທິນ ເອກອັກຄະລາຊະທູດໄທປະຈຳ ສປປ ລາວ ທ່ານ ທອງຜ່ານ ສະຫວັດເພັດ ຮອງລັດຖະມົນຕີກະຊວງການຕ່າງປະເທດ ມີບັນດາເອກອັກຄະລັດຖະທູດ ແລະ ຜູ້ແທນປະເທດສະມາຊິກອາຊຽນປະຈຳ ສປປ ລາວ ເຂົ້າຮ່ວມ.

    ກອງປະຊຸມຄັ້ງນີ້ ໄດ້ແລກປ່ຽນຂໍ້ມູນ ແລະ ປືກສາຫາລືປະເດັນຕ່າງໆຮ່ວມກັນ ເປັນຕົ້ນ ຂະແໜງການພັດທະນາທີ່ສຳຄັນ ແລະ  ນະໂຍບາຍທາງເສດຖະກິດຂອງ ສປປ ລາວ ພາຍຫຼັງການແຜ່ລະບາດຂອງພະຍາດໂຄວິດ-19 ແລະ ການເປັນປະທານອາຊຽນຂອງກຳປູເຈຍ ນອກນີ້ ທ່ານ ເຈດສະດາ ກະຕະເວທິນ ຍັງໄດ້ກ່າວສະໜັບສະໜູນການເປັນປະທານອາຊຽນຂອງກຳປູເຈຍ ແລະ ໄດ້ຫາລືແນວທາງການແກ້ໄຂບັນຫາການຖືກຫຼອກລວງໄປເຮັດວຽກຢູ່ຕ່າງປະເທດຂອງແຮງງານບັນດາປະເທດອາຊຽນ. ພ້ອມທັງໄດ້ເນັ້ນໜັກເຖິງຄວາມສຳຄັນໃນການສົ່ງເສີມການພັດທະນາທີ່ຍືນຍົງ ໂດຍສະເພາະ ໃນບໍລິບົດຫຼັກການປະຕິບັດການຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19 ທີ່ສອດຄ່ອງກັບບົດບາດຂອງປະເທດໄທ ໃນຖານະຜູ້ປະສານງານຂອງອາຊຽນດ້ານການພັດທະນາທີ່ຍືນຍົງ ແລະ ການເປັນເຈົ້າພາບການປະຊຸມເອເປັກ ປີ 2022 ພາຍໃຕ້ຄຳຂວັນ “ເປີດກວ້າງສ້າງການພົວພັນ ເຊື່ອມໂຍງສູ່ສົມດຸນ” ເພື່ອແນໃສ່ໃຫ້ການຮ່ວມມືໃນລະດັບພາກພື້ນ ແລະ ສາກົນ ມີການພັດທະນາ ມີເສດຖະກິດເຂັ້ມແຂງ ແລະ ຈະເລີນກ້າວໜ້າ.

(ຂ່າວ-ພາບ: ເອກອັກຄະາຊະທູດໄທ ປະຈຳລາວ)

error: Content is protected !!