ສາມາດເກັບກຳຂໍ້ມູນດ້ານໂຮງງານ ແລະ ຄວາມຕ້ອງການໄມ້ປ້ອນເຂົ້າໂຮງງານປຸງແຕ່ງໄມ້ ສຳເລັດແລ້ວ 86 ໂຮງງານ

    ທ່ານ ສີເມືອງ ສຸທິວົງນໍລາດ ຫົວໜ້າຂະແໜງປ່າໄມ້ ພະແນກກະສິກໍາ ແລະ ປ່າໄມ້ ນະຄອນຫຼວງວຽງຈັນ (ນວ) ໄດ້ລາຍງານໂດຍຫຍໍ້ ການຈັດຕັ້ງປະຕິບັດວຽກງານຄຸ້ມຄອງ ຊຸກຍູ້ ສົ່ງເສີມ ແລະ ພັດທະນາໂຮງງານປຸງແຕ່ງໄມ້ ແລະ ເຄື່ອງປ່າຂອງດົງ ຕໍ່ກອງປະຊຸມປຶກສາຫາລື ແລະ ເຜີຍແຜ່ເອກະສານກ່ຽວກັບວຽກງານການຄຸ້ມຄອງໂຮງງານປຸງແຕ່ງໄມ້ ແລະ ເຄື່ອງປ່າຂອງດົງ ວັນທີ 4 ພຶດສະພາ 2022 ທີ່ສະໂມສອນເມືອງໄຊທານີ ວ່າ:

    ການຄຸ້ມຄອງໂຮງງານປຸງແຕ່ງໄມ້ ໂຮງງານເຟີນີເຈີ ແລະ ໂຮງງານຫັດຖະກຳແກະສະຫຼັກ ໃນໄລຍະຜ່ານມາ ທົ່ວ ນວ ມີໂຮງງານປຸງແຕ່ງໄມ້ ໂຮງງານເຟີນີເຈີ ແລະ  ໂຮງງານຫັດຖະກຳແກະສະຫຼັກໄມ້ທັງໝົດ 132 ແຫ່ງ (ສະຖິຕິຂອງຂະແໜງປ່າໄມ້ ປີ 2020) ໃນນັ້ນ ມີໂຮງງານປຸງແຕ່ງໄມ້ 16 ແຫ່ງ ໂຮງງານເຟີນີເຈີ ແລະ ໂຮງງານຫັດຖະກຳແກະສະຫຼັກໄມ້ 126 ແຫ່ງ ໃນໄລຍະ 3 ເດືອນຕົ້ນປີ 2022 ໄດ້ສົມທົບກັບພະແນກອຸດສາຫະກຳ ແລະ ການຄ້າ ນວ ແລະ ພາກສ່ວນທີ່ກ່ຽວຂ້ອງ ລົງດັດສົມ-ກວດກາ ການຂໍອະນຸຍາດສືບຕໍ່ດໍາເນີນກິດຈະການ ແລະ ການຍົກຍ້າຍໂຮງງານຈໍານວນ 4 ແຫ່ງ ໃນນັ້ນ ຂໍອະນຸຍາດສືບຕໍ່ດຳເນີນກິດຈະການໂຮງງານ 3 ແຫ່ງ ແລະ ຂໍຍົກຍ້າຍ 1 ແຫ່ງ. ນັບແຕ່ເດືອນມັງກອນເປັນຕົ້ນມາ ທາງຂະແໜງປ່າໄມ້ ນວ ໄດ້ສົມທົບກັບຫ້ອງການກະສິກຳ ແລະ ປ່າໄມ້ເມືອງ ໂດຍສະເພາະໜ່ວຍງານປ່າໄມ້ ລົງເກັບກຳຂໍ້ມູນດ້ານໂຮງງານ ແລະ ຄວາມຕ້ອງການໄມ້ປ້ອນເຂົ້າໂຮງງານປຸງແຕ່ງໄມ້ ແລະ ໂຮງງານເຟີນິເຈີພາຍໃນ ນວ ໂດຍນໍາໃຊ້ແບບຟອມຂອງກົມປ່າໄມ້ບັນທຶກ ແລະ ສັງລວມຂໍ້ມູນ ເຊິ່ງຜ່ານການລົງຈັດຕັ້ງປະຕິບັດຕົວຈິງໃນປັດຈຸບັນ ສາມາດລົງໂຮງງານສຳເລັດແລ້ວ 86 ໂຮງງານ ໃນນັ້ນ ໂຮງງານປຸງແຕ່ງໄມ້ 12 ແຫ່ງ ແລະ ໂຮງງານເຟີນີເຈີ 74 ແຫ່ງ ມີຄວາມຕ້ອງການໄມ້ປ້ອນເຂົ້າໂຮງງານຈຳນວນທັງໝົດ 63.737 ແມັດກ້ອນ ສ່ວນຫຼາຍແມ່ນສະເໜີຂໍນໍາໃຊ້ໄມ້ປູກ ປັດຈຸບັນຍັງສືບຕໍ່ລົງເກັບກໍາຂໍ້ມູນດ້ານໂຮງງານ ແລະ ຄວາມຕ້ອງການວັດຖຸດິບປ້ອນເຂົ້າໂຮງງານອີກ 41 ແຫ່ງ ພາຍໃນ 2 ເມືອງ.

    ສ່ວນການຄຸ້ມຄອງໂຮງງານປຸງແຕ່ງເຄື່ອງປ່າຂອງດົງ ທົ່ວ ນວ ມີຫົວໜ່ວຍທຸລະກິດພາຍໃນ ແລະ ຕ່າງປະເທດທີ່ໄດ້ລົງທຶນເຄື່ອນໄຫວກ່ຽວກັບເຄື່ອງປ່າຂອງດົງຊະນິດໄມ້ປ່ອງ ແລະ ໄມ້ຕິ້ວ 14 ບໍລິສັດ ໂຮງງານ ໃນນັ້ນ ໂຮງງານຜະລິດໄມ້ປ່ອງ ເປັນຜະລິດຕະພັນ 8 ໂຮງງານ ແລະ ໂຮງງານທີ່ຜະລິດຖ່ານຂາວເພື່ອສົ່ງອອກ 6 ໂຮງງານ.

# ຂ່າວ – ພາບ : ຂັນທະວີ

   

   

error: Content is protected !!