ລມຕ ກະຊວງ ຜທ ຕ້ອນຮັບການເຂົ້າຢ້ຽມຄໍານັບຂອງຜູ້ອຳນວຍການປະຈຳພາກພື້ນຈາກທະນາຄານໂລກ

    ວັນທີ 3 ພຶດສະພາ 2022 ທີ່ກະຊວງແຜນການ ແລະ ການລົງທຶນ (ຜທ) ທ່ານ ຄຳເຈນ ວົງໂພສີ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ໄດ້ຕ້ອນຮັບການເຂົ້າຢ້ຽມຄໍານັບຂອງທ່ານ ນາງ ມາຣຽມ ເຊີແມນ ຜູ້ອຳນວຍການປະຈຳພາກພື້ນຈາກທະນາຄານໂລກ ແລະ ທ່ານ ອາເລັກຊານເດີ ເຄຣັມເມີ ຫົວໜ້າຫ້ອງການທະນາຄານໂລກ ປະຈຳ ສປປ ລາວ ພ້ອມຄະນະ.

    ທ່ານ ຄຳເຈນ ວົງໂພສີ ໄດ້ສະແດງຄວາມຍີນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ທ່ານນາງ ມາຣຽມ ເຊີ ແມນ ຜູ້ອຳນວຍການປະຈຳພາກພື້ນຈາກທະນາຄານໂລກ ທີ່ໄດ້ນຳພາຄະນະເດີນທາງມາຢ້ຽມຢາມໃນຄັ້ງນີ້ ພ້ອມທັງຂອບໃຈທີ່ທາງທະນາຄານໂລກໃຫ້ການສືບຕໍ່ສະໜັບສະໜູນ ແລະ ໃຫ້ການຊ່ວຍເຫຼືອຕະຫຼອດມາ ໂດຍສະເພາະແມ່ນການຜັນຂະຫຍາຍແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັັ້ງທີ IX ຂອງລັດຖະບານ ສປປ ລາວ ທີ່ສອດຄ່ອງ ແລະ ຕິດພັນກັບແຜນຍຸດທະສາດການຮ່ວມມືລະຫວ່າງລັດຖະບານ ສປປ ລາວ ແລະ ທະນາຄານໂລກ ໃນໄລຍະສົກປີ 2017-2021 ໂດຍມີແຜນໃນການສືບຕໍ່ ເຊິ່ງເປັນໄລຍະສົກປີ 2022-2026 ສໍາລັບພາລະບົດບາດຂອງກະຊວງແຜນການ ແລະ ການລົງທຶນ ໂດຍສະເພາະແມ່ນກົມຮ່ວມມືສາກົນ ໃນການຂົນຂວາຍ ແລະ ລະດົມທຶນຊ່ວຍເຫຼືອທາງການ ເພືີ່ອການພັດທະນາໃນຂົງເຂດຂະແໜງການຕ່າງໆ ກະຊວງແຜນການ ແລະ ການລົງທຶນ ພ້ອມ ແລະ ຍີນດີຈະປະສານງານ ແລະ ຮ່ວມເຮັດວຽກນໍາຄະນະທີມງານຂອງທະນາຄານໂລກ ເພືີ່ອປະສິດທິພາບ ແລະ ປະສິດທິຜົນທີ່ດີ ໃຫ້ແກ່ການຈັດຕັັ້ງປະຕິບັດບັນດາໂຄງການຕ່າງໆ. ໂອກາດກັນນີ້ ທ່ານ ນາງ ມາຣຽມ ເຊີແມນ ກໍໄດ້ສະແດງຄວາມຂອບໃຈຕໍ່ທ່ານ ຄຳເຈນ ວົງໂພສີ ທີ່ໄດ້ສະຫຼະເວລາອັນມີຄ່າໃຫ້ການຕ້ອນຮັບອັນອົບອຸ່ນໃນຄັ້ງນີ້ ພ້ອມທັງຢືນຢັນວ່າ ຈະສືບຕໍ່ເພີ່ມທະວີໃຫ້ການສະໜັບສະໜູນຮ່ວມມືຊ່ວຍເຫຼືອແກ່ ສປປ ລາວ ຕໍ່ໄປ.

# ຂ່າວ – ພາບ : ຊິລິການດາ

error: Content is protected !!