ເປີດທຸລະກິດຄືນ ຫັນໄປສູ່ວິຖີຊີວິດປົກກະຕິໃໝ່

    ງານເປີດໂຕປື້ມຂັ້ນຕອນມາດຕະຖານການເປີດທຸລະກິດຄືນ ຫັນໄປສູ່ວິຖີຊີວິດປົກກະຕິໃໝ່ (SOP for Business Reopening in the New Normal) ຈັດຂຶ້ນໃນວັນທີ 3 ພຶດສະພາ 2022 ຢູ່ໂຮງແຮມລາວພລາຊາ ນະຄອນຫຼວງວຽງຈັນ ໂດຍມີທ່ານ ດຣ. ໄຊບັນດິດ ຣາຊະພົນ ຮອງປະທານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສອຄຊ) ທ່ານ ພົງສະຫວັນ ໄຊໂກສີ ຫົວໜ້າກົມຄຸ້ມຄອງແຮງງານ ທ່ານ ບົວວັນ ວິລະວົງ ຫົວໜ້າກົມອຸດສາຫະກຳ ແລະ ຫັດຖະກຳ ມີຜູ້ຕາງໜ້າຈາກສູນກາງສະຫະພັນກຳມະບານລາວ ອົງການແຮງງານສາກົນ ພາກທຸລະກິດ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

    ທ່ານ ດຣ. ໄຊບັນດິດ ຣາຊະພົນ ກ່າວວ່າ: ສຄອຊ ໃນນາມອົງການຕາງໜ້າຜູ້ໃຊ້ແຮງງານ ຕາງໜ້າແກ່ສະມາຄົມກຸ່ມທຸລະກິດທັງນັກລົງທຶນພາຍໃນ ແລະ ຕ່າງປະເທດທີ່ລົງທຶນຢູ່ ສປປ ລາວ ໂດຍເປັນໜຶ່ງໃນອົງການພາຄີແບບ 3 ຝ່າຍຄື: ສຄອຊ ໃນນາມຕາງໜ້າຜູ້ໃຊ້ແຮງງານ ແລະ ກະຊວງແຮງງານ ແລະ ສະຫວັດດີການ-ສັງຄົມ ໃນນາມຕາງໜ້າລັດຖະບານ ສູນກາງສະຫະພັນກຳມະບານລາວ ຕາງໜ້າຜູ້ອອກ ແຮງງານ ກະຊວງອຸດສາຫະກຳ ແລະ ການຄ້າ ກະຊວງສາທາລະນະສຸກ ບໍລິສັດ SSI ແລະ ອົງການແຮງງານສາກົນ ໄດ້ຮ່ວມມືກັນຈັດງານເປີດໂຕຂັ້ນຕອນມາດຕະຖານ (SOP) ການເປີດທຸລະກິດຄືນ ຫັນໄປສູ່ວິຖີຊີວິດປົກກະຕິໃໝ່ ເພື່ອເປັນແນວທາງໃຫ້ແກ່ທຸລະກິດໃນການກັບມາເປີດຄືນ ແລະ ຟື້ນຟູ ລວມທັງແຜນການສືບຕໍ່ທຸລະກິດ ຫັນໄປສູ່ວິຖີຊີວິດປົກກະຕິໃໝ່ໃຫ້ມີຄວາມຍືດຍຸ່ນຫຼາຍຂຶ້ນສໍາລັບທຸລະກິດໃນຂະນະທີ່ຫຼຸດຜ່ອນຄວາມສ່ຽງຂອງການແຜ່ລະບາດຂອງໂຄວິດ-19.

.

# ຂ່າວ – ພາບ : ສີພອນ ຈັນທະດາລາ

error: Content is protected !!