ມອບຫຼຽນລາງວັນອັນດັບ 3 ແກ່ນັກກີລາບານເຕະ U-23 ທີມຊາດລາວ

ສະຫະພັນບານເຕະແຫ່ງຊາດລາວ (ສຕລ) ໄດ້ຈັດພິທີມອບຫຼຽນລາງວັນອັນດັບ 3 ໃຫ້ແກ່ນັກເຕະ U-23 ທີມຊາດລາວ ໃນການແຂ່ງຂັນບານເຕະ ຊີງແຊັມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ປະຈຳປີ 2022 ຢູ່ປະເທດກຳປູເຈຍ ວັນທີ 3 ພຶດສະພາ 2022 ຢູ່ຫ້ອງປະຊຸມ ສຕລ ບ້ານຫ້ວຍຫົງ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ໂດຍການມອບຂອງທ່ານ ວີເພັດ ສີຫາຈັກ ປະທານ ສຕລ ທ່ານ Khiev Sameth ປະທານສະຫະພັນບານເຕະອາຊຽນ ທ່ານ Winston Lee ເລຂາທິການສະຫະພັນບານເຕະອາຊຽນ ພ້ອມດ້ວຍຄະນະບໍລິຫານງານສະຫະພັນບານເຕະອາຊຽນ ຄະນະບໍລິຫານງານ ສຕລ ແລະ ສື່ມວນຊົນ ເຂົ້າຮ່ວມ.

    ສຳລັບຜົນງານການແຂ່ງຂັນບານເຕະຊາຍ ຊີງແຊັມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ປະຈຳປີ 2022 ທີ່ຜ່ານມາ ໃນຮອບແບ່ງກຸ່ມ ນັດທີ 1 ທີມຊາດລາວ ຊະນະ ທີມຊາດມາເລເຊຍ 2-1 ແລະ ນັດທີ 2 ທີມຊາດລາວ ຊະນະ ທີມຊາດມາເລເຊຍ 2-0 ສ່ວນຮອບຮອງຊະນະເລີດ ທີມຊາດລາວ ເສຍໃຫ້ ທີມຊາດໄທ 0-2 ແລະ ນັດຊີງອັນດັບ 3 ທີມຊາດລາວ ບໍ່ສາມາດລົງແຂ່ງຂັນໄດ້ ເນື່ອງຈາກມີນັກກີລາຈໍານວນຕິດເຊື້ອພະຍາດໂຄວິດ-19 ແລະ ຈໍານວນໜຶ່ງມີອາການບາດເຈັບ ແນວໃດກໍຕາມ ທີມຊາດ ຕີມໍ ເລສເຕ ໄດ້ສະເໜີໃຫ້ທີມຊາດລາວ ແລະ ທີມຊາດ ຕີມໍ ເລສເຕ ຮັບອັນດັບ 3 ຮ່ວມກັນ ແລະ ການສະເໜີດັ່ງກ່າວ ແມ່ນໄດ້ຮັບການເຫັນດີ ແລະ ຮັບຮອງຈາກສະຫະພັນບານເຕະອາຊຽນ ຫຼື AFF.

    ສະນັ້ນ ຖືວ່າທີມຊາດລາວ ໄດ້ຮັບອັນດັບ 3 ຮ່ວມກັບທີມຊາດ ຕີມໍ ເລສເຕ ໃນລາຍການແຂ່ງຂັນບານເຕະຊາຍ ຊີງແຊັມອາຊຽນຮຸ່ນອາຍຸບໍ່ເກີນ 23 ປີ ປະຈຳປີ 2022.

# ຂ່າວ – ພາບ : ສີພອນ ຈັນທະດາລາ

error: Content is protected !!