ທູດລາວ ມອບໜັງສືຜ່ານແດນໃຫ້ແກ່ນັກກິລາເຊື້ອຊາດລາວ ເພື່ອເຂົ້າຮ່ວມແຂ່ງຂັນຊີເກມ

    ວັນທີ 27 ເມສາ 2022 ຜ່້ານມາ ໂດຍຕາງໜ້າໃຫ້ສະຫະພັນມວຍລາວ ແລະ ສະຫະພັນເທັນນິສ ແຫ່ງຊາດລາວ ສະຖານເອກອັກຄະລັດຖະທູດ ສປປ ລາວ ປະຈໍາປະເທດຝຣັ່ງ ທ່ານ ຄໍາອິນ ຄິດຈະເດດ ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມແຫ່ງ ສປປ ລາວ ປະຈໍາປະເທດຝຣັ່ງ ໄດ້ມອບປື້ມຜ່ານແດນ ( Passeport ) ໃຫ້ແກ່ທ່ານ ມິກ ເລຣດກວຽກ ສະເດັດຕັນ ນັກກິລາເທັນນິສ ອາຊີບທີ່ຕິດຢູ່ໃນອັນດັບທີ່ດີຂອງໂລກ ແລະ ທ່ານ ດີມີຕຣີ ກິດຕະນະ ສີລາລັກ ນັກກິລາຄິງບ໋ອກຊິງ ທີ່ຕິດອັນດັບຂອງປະເທດຝຣັ່ງ ເພື່ອກະກຽມເຂົ້າຮ່ວມຮັບໃຊ້ທີມຊາດລາວໃນຊີເກມ ຄັ້ງທີ 31 ທີ່ຈະຈັດຂື້ນທີ່ ສສ ຫວຽດ ນາມ ເປັນເຈົ້າພາບໃນເດືອນພຶດສະພານີ້.

    ທ່ານ ມິກ ເລຣດກວຽກ ສະເດັດຕັນ ແມ່ນລູກຫຼານວົງຄະນາຍາດເຊື້ອຊາດລາວເຮົາ ທີ່ດໍາລົງຊີວິດຢູ່ປະເທດຝຣັ່ງ ມິກ ເກີດເມື່ອວັນທີ 20/ 06/1993 ທີ່ເມືອງ champs-sur-marne ແລະ ໄດ້ເລີ່ມຕົ້ນຮຽນຫຼີ້ນກິລາເທັນນິສ ນັບແຕ່ອາຍຸພຽງ 5 ປີ ໂດຍໄດ້ຮັບການສະໝັບສະໝູນຈາກຜູ້ເປັນພໍ່ ແລະ ໄດ້ເຂົ້າໂຮງຮຽນຝຶກສອນເທັນນິສອາຊີບຈົນໄດ້ຕິດທີມຊາດຂອງປະເທດຝຣັ່ງ ຈົນກາຍເປັນນັກກິລາອາຊີບໃນປັດຈຸບັນ ແມ່ນມີການແຂ່ງຂັນຈັດອັນດັບຂອງໂຕເອງຕະຫຼອດໃນຂອບເຂດເອີຣົບ ແລະ ທະວີບອື່ນໆ. ນັບວ່າເປັນຄັ້ງທໍາອິດທີ່ ມິກ ເລຣດກວຽກ ສະເດັດຕັນ ໄດ້ຖຶກຄັດເລືອກເຂົ້າຮ່ວມສະຫະພັນເທັນນິສແຫ່ງຊາດ ເພື່ອເຂົ້າຮ່ວມແຂ່ງຂັນໃນງານມະຫາກໍາກິລາຊີເກມ ຄັ້ງທີ 31 ທີ່ ສສ ຫວຽດນາມ ໂດຍມີແຜນການຈະບີນເຂົ້າໄປ ສປປ ລາວ ຝຶກຊ້ອມຮ່ວມກັບສະຫະພັນເທັນນິສກ່ອນການແຂ່ງຂັນໃນ 1 ອາທິດກ່ອນການແຂ່ງຂັນ.

    ທ່ານ ດີມີຕຣີ ກິດຕະນະ ສີລາລັກ ແມ່ນລູກຫຼານວົງຄະນາຍາດເຊື້ອຊາດລາວເຮົາ ທີ່ດໍາລົງຊີວິດຢູ່ປະເທດຝຣັ່ງ ດີມີຕຣີ ກິດຕະນະ ສີລາລັກ ເກີດເມື່ອວັນທີ 7/ 11 /1991  ທີເມືອງ Roubaix  ຢູ່ທາງພາກເໝືອຂອງປະເທດຝຣັ່ງ ຜູ້ກ່ຽວແມ່ນນັກກິລາມວຍຄິງບ໋ອກຊິງ ອາຊີບໃນຮຸ່ນ 63 ກິໂລກຣາມ ຜູ້ກ່ຽວແມ່ນມີການເຄື່ອນໄຫວຝຶກຊ້ອມໃນການຫຼິ້ນກິລາຄິງບ໋ອກຊິງ ແມ່ນໄດ້ດໍາເນີນການຝືກຊ້ອມມາແຕ່ຕອນອາຍຸຍັງນ້ອຍໆ ແລະ ໄດ້ເຂົ້າຮ່ວມແຂ່ງຂັນເປັນກິລາອາຊີບ.

    ໃນໂອກາດດັ່ງກ່າວ ທ່ານເອກອັກຄະລັດຖະທູດ ຄໍາອິນ ຄິດຈະເດດ ໄດ້ກ່າວຍ້ອງຍໍຊົມເຊີຍຜູ້ເປັນພໍ່ແມ່ ແລະ ນັກກິລາທັງສອງທ່ານ ລວມໄປເຖິງຍາດຕິພີ່ນ້ອງ ທີ່ມີນໍ້າໃຈຮັກເຊື້ອແພງຊາດ ຍາກປະກອບສ່ວນເຂົ້າໃນຂົງເຂດທາງດ້ານກິລາເພື່ອພັດທະນາວົງການກິລາລາວ ອິກອັນໜື່ງ ເພື່ອປະກອບສ່ວນເປັນເຫື່ອແຮງອັນສໍາຄັນໃຫ້ສະຫະພັນ ແລະ ຖ່າຍທອດສັກສະປະສົບການຫຼາຍໆດ້ານໃຫ້ແກ່ເພື່ອນຮ່ວມສະຫະພັນດຽວກັນ ເພື່ອນໍາພາສະຫະພັນ ກໍຄືທີມຊາດລາວເຮົາກ້າວໄປໃນລະດັບທີ່ດີກ່າວເກົ່າ ຫຼັງຈາກນັ້ນ ທ່ານທູດກໍໄດ້ເຊີນຮ່ວມຮັບປະທານອາຫານທ່ຽງຮ່ວມກັນກັບພະນັກງານສະຖານທູດ ແລະ ພົບປະໂອ້ລົມກັນຕາມອັດທະຍາໄສແບບເປັນກັນເອງ.

error: Content is protected !!