ຜູ້ຕາງໜ້າອົງການອາຫານ ແລະ ການກະເສດ ພົບປະກັບປະທານ ກສຕສ

    ທ່ານ ລິນຄຳ ດວງສະຫວັນ ກຳມະການຄະນະປະຈຳສະພາແຫ່ງຊາດ ປະທານກໍາມາທິການເສດຖະກິດ ເຕັກໂນໂລຊີ ແລະ ສິ່ງແວດລ້ອມ (ກສຕສ) ພ້ອມດ້ວຍທ່ານ ຄຳຈັນ ໂສຕາປະເສີດ ກຳມະການຄະນະປະຈຳສະພາແຫ່ງຊາດ ປະທານກຳມາທິການບັນດາເຜົ່າ ໄດ້ຕ້ອນຮັບການເຂົ້າພົບປະ ຂອງທ່ານ ນາຊາ ຮາຢາດ (Nasar Hayat) ຜູ້ຕາງໜ້າອົງການອາຫານ ແລະ ການກະເສດ (FAO) ພ້ອມດ້ວຍຄະນະ ເມື່ອ​ບໍ່​ດົນ​ມາ​ນີ້ ທີ່​ສະ​ພາ​ແຫ່ງ​ຊາດ.

    ໂອກາດດັ່ງກ່າວ ທ່ານ ປະທານ ກສຕສ ໄດ້ສະແດງຄວາມຂອບໃຈ ແລະ ຕີລາຄາສູງຕໍ່ການປະຕິບັດໜ້າທີ່ຜູ້ຕາງໜ້າອົງການອາຫານ ແລະ ການກະເສດຢູ່ ສປປ ລາວ ທີ່ໄດ້ປະກອບສ່ວນເຂົ້າໃນການຊຸກຍູ້ ແລະ ເສີມຂະຫຍາຍການຮ່ວມມືທີ່ດີ ລະຫວ່າງອົງການອາຫານ ແລະ ການກະເສດ ແລະ ສປປ ລາວ ກໍຄືກະຊວງກະສິກຳ ແລະ ປ່າໄມ້ ໃຫ້ໄດ້ຮັບການພັດທະນາຍິ່ງຂຶ້ນ ເຊິ່ງເຫັນວ່າໃນໄລຍະຜ່ານມາ ອົງການອາຫານ ແລະ ການກະເສດ ໄດ້ໃຫ້ການຊ່ວຍເຫຼືອແກ່ ສປປ ລາວ ໃນການພັດທະນາກະສິກຳ ເປັນຕົ້ນການຄົ້ນຄວ້າ ແລະ ສົ່ງເສີມການຜະລິດ ເພື່ອ​ຄ້ຳປະກັນສະບຽງອາຫານ ແລະ ໂພຊະນາການ ພ້ອມທັງການຕະຫຼາດ ຜະລິດຕະພັນກະສິກຳ ໃຫ້ແກ່ຊາວກະສິກອນ.

    ທ່ານປະທານ ກສຕສ ໄດ້ຕີລາຄາສູງຕໍ່ການສະໜັບສະໜູນຂອງອົງການອາຫານ ແລະ ການກະເສດ ຕໍ່ກະຊວງກະສິກຳ ແລະ ປ່າໄມ້ ຊຶ່ງມີບົດບາດສຳຄັນໃນການຄ້ຳປະກັນສະບຽງອາຫານ ການຜະລິດເປັນສິນຄ້າ ການປົກປັກຮັກສາສິ່ງແວດລ້ອມ ແລະ ການພັດທະນາຊົນນະບົດ ເພື່ອເປັນການເສີມຂະຫຍາຍການຮ່ວມມືໃນອະນາຄົດ.

    ທ່ານປະທານ ກສຕສ ຍັງ​ໄດ້ແລກປ່ຽນ​ທິດທາງແຜນການ​ການ​ພົວພັນ​ຮ່ວມ​ມືລະຫວ່າງອົງການອາຫານ ແລະ ການກະເສດ ແລະ ສະພາແຫ່ງຊາດ ກໍຄືກຳມາທິການເສດ​ຖະ​ກິດ ເຕັກ​ໂນ​ໂລ​ຊີ ແລະ ສິ່ງ​ແວດ​ລ້ອມ ແລະ ກຳມາທິການບັນດາເຜົ່າ ໂດຍສະເໜີໃຫ້ສະໜັບສະໜູນການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ຊ່ວຍສະໜັບສະໜູນດ້ວຍການເລັ່ງຊຸກຍູ້ ແລະ ສົ່ງເສີມການຜະລິດກະສິກຳເປັນສິນຄ້າ ເພື່ອຫຼຸດຜ່ອນການນຳເຂົ້າ ແລະ ​ຜະ​ລິດເປັນສິນຄ້າສົ່ງອອກ ພ້ອມທັງສ້າງຄວາມອາດສາມາດໃຫ້ແກ່ຜູ້ຜະລິດ ແລະ ພາກສ່ວນທີ່ກ່ຽວຂ້ອງ ເພື່ອເຊື່ອມໂຍງທາງການຄ້າ ແລະ ການຕະຫຼາດໃຫ້ເຂົ້າກັບບັນດາແລວເສດຖະກິດການຄ້າພາຍໃນ ແລະ ພາກພື້ນ ສົ່ງເສີມຊາວກະສິກອນຂະໜາດນ້ອຍທີ່ຢູ່ເຂດຊົນນະບົດ ໃຫ້ໄດ້ຮັບໂອກາດໃນການພັດທະນາດ້ານກະສິກຳ ໂດຍສະເພາະ ການຜະລິດກະສິກຳເປັນສິນ​ຄ້າ ເພື່ອປັບປຸງຊີ​ວິດ​ການ​ເປັນ​ຢູ່ຂອງເຂົາເຈົ້າ ໃຫ້ດີຂຶ້ນ.

    ທ່ານຜູ້ຕາງໜ້າອົງການອາຫານ ແລະ ການກະເສດ ປະຈຳ ສປປ ລາວ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ພ້ອມທັງລາຍງານການປະຕິບັດວຽກງານຂອງອົງການອາຫານ ແລະ ການກະເສດຢູ່ ສປປ ລາວ ໃນໄລຍະຜ່ານມາ ແລະ ຈະສືບຕໍ່ເສີມຂະຫຍາຍການຮ່ວມມືທີ່ດີ ລະຫວ່າງ ສປປ ລາວ ແລະ ອົງການ FAO ໃຫ້ໄດ້ຮັບໝາກຜົນຍິ່ງຂຶ້ນ.

# ບຸນມີ

error: Content is protected !!