ການລົງທຶນຕ້ອງຮັບປະກັນ 3 ຜົນປະໂຫຍດ

    ໃນວັນທີ 3 ພຶດສະພາ 2022 ຜ່ານມາ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຢ້ຽມຢາມ ບໍລິສັດ ວັງຕັດ ຂຸດຄົ້ນບໍ່ແຮ່ ຈໍາກັດ ຢູ່ແຂວງອັດຕະປື ໂດຍການຕ້ອນຮັບຂອງທ່ານ ພົງໄຊ ໄຊສະນະ ໄຊຍະເສນາ ປະທານ ບໍລິສັດວັງຕັດ ຂຸດຄົ້ນບໍ່ແຮ່ຈໍາກັດ ພ້ອມດ້ວຍຄະນະ.

    ທ່ານ ປະທານ ບໍລິສັດວັງຕັດ ຂຸດຄົ້ນບໍ່ແຮ່ຈໍາກັດ ໄດ້ລາຍງານໃຫ້ຮູ້ວ່າ: ບໍລິສັດໄດ້ສ້າງຕັ້ງຂຶ້ນໃນປີ 2009 ຢູ່ເຂດບ້ານວັງຕັດໃຫຍ່-ບ້ານຢຽງດາກ ເມືອງຊານໄຊ ແຂວງອັດຕະປື ໄດ້ດຳເນີນໂຄງການຊອກຄົ້ນ ສຳຫຼວດ ແລະ ຂຸດຄົ້ນແຮ່ທາດທີ່ເຂດຈຸດສຸມວັງຕັດ ເມືອງຊານໄຊ ແລະ ໃນເນື້ອທີ່ຈໍານວນໜຶ່ງທີ່ເຂດດາກລຸກ ເມືອງດາກຈຶງ ແຂວງເຊກອງ ປັດຈຸບັນ ເນື້ອທີ່ຊອກຄົ້ນ ສຳຫຼວດທັງໝົດມີ 399,1 ກິໂລຕາແມັດ ແລະ ເນື້ອທີ່ໄດ້ຮັບອະນຸຍາດຂຸດຄົ້ນມີພຽງ 18 ກິໂລຕາແມັດ ໂຄງການດັ່ງກ່າວ ນອນໃນເຂດພູມສັນຖານເນີນພູ ສະພາບທາງດ້ານອາກາດ ແບ່ງອອກເປັນ 2 ໄລຍະ ຄື ລະດູແລ້ງ ແລະ ລະດູຝົນ ເງື່ອນໄຂທາງດ້ານເສດຖະກິດ-ສັງຄົມ ໃນພື້ນທີ່ແມ່ນພົບຄວາມຍຸ້ງຍາກ ແລະ ລະບົບພື້ນຖານໂຄງລ່າງແມ່ນຍັງບໍ່ທັນຮັບການພັດທະນາ ປີຜ່ານມາ ບໍລິສັດໄດ້ສຸມໃສ່ການສຳຫຼວດ ເປີດກວ້າງເນື້ອທີ່ໄດ້ຮັບອະນຸຍາດການຂຸດຄົ້ນ ເພື່ອແນໃສ່ປະເມີນລາຄາທີ່ແນ່ນອນທາງດ້ານຄຸນນະພາບ ແລະ ປະລິມານສະສົມແຮ່ທີ່ນໍາເຂົ້າການຜະລິດ ໄດ້ດຳເນີນການເຊັນສັນຍາກັບໜ່ວຍງານຊີເຈາະສຳຫຼວດທີ່ມີຊື່ສຽງລະດັບສາກົນ ໄດ້ດໍາເນີນການຊີເຈາະລວມໄດ້ບໍລິມາດ 60.000 ແມັດກ້ອນ.

    ໃນໂອກາດດຽວກັນ ທ່ານ ໄຊສົມພອນ ພົມວິຫານ ໄດ້ເນັ້ນໃຫ້ບໍລິສັດເອົາໃຈໃສ່ບາງບັນຫາ ເປັນຕົ້ນ ແມ່ນວຽກງານການປົກປັກຮັກສາສິ່ງແວດລ້ອມທໍາມະຊາດ ການຊົດເຊີຍຜົນກະທົບຕໍ່ບ່ອນຢູ່ອາໄສ ທີ່ດິນ ທໍາການຜະລິດຂອງປະຊາຊົນຢ່າງເໝາະສົມ ພ້ອມສະເໜີໃຫ້ບໍລິສັດເອົາໃຈໃສ່ປະຕິບັດໂຄງການລົງທຶນຕາມກົດໝາຍກໍານົດ ເອົາໃຈໃສ່ການປະຕິບັດພັນທະຕາມກົດໝາຍກໍານົດ ກໍຄືໃຫ້ຮັບປະກັນ 3 ຜົນປະໂຫຍດ ເປັນຕົ້ນ ຜົນປະໂຫຍດລວມຂອງປະເທດຊາດ ຜົນປະໂຫຍດຂອງຜູ້ລົງທຶນ ແລະ ຜົນປະໂຫຍດຂອງທ້ອງຖິ່ນ ບ່ອນບໍ່ແຮ່ຕັ້ງຢູ່ກໍໃຫ້ໄດ້ຮັບການພັດທະນາ.

error: Content is protected !!