ສ້າງຄວາມເຂົ້າໃຈກ່ຽວກັບວຽກງານຄຸ້ມຄອງເຄື່ອງບັນທຶກການຂາຍສິນຄ້າໃຫ້ຫົວໜ່ວຍເປົ້າໝາຍ

    ກົມສ່ວຍສາອາກອນ ກະຊວງການເງິນ ຮ່ວມກັບສ່ວຍສາອາກອນປະຈຳນະຄອນຫຼວງ ແລະ ສ່ວຍສາອາກອນປະຈຳເມືອງ ຈັດກອງປະຊຸມການຂະຫຍາຍຖານອາກອນມູນຄ່າເພີ່ມ ວັນທີ 3 ພຶດສະພາ 2022 ທີ່ພະແນກການເງິນນະຄອນຫຼວງວຽງຈັນ ເປັນປະທານຂອງທ່ານ ສຸພັນ ວິລະວົງ ຮອງຫົວໜ້າກົມສ່ວຍສາອາກອນ ກະຊວງການເງິນ ມີບັນດາຫົວໜ້າ ຮອງຫົວໜ້າຂະແໜງຄຸ້ມຄອງອາກອນມູນຄ່າເພິ່ມ ສ່ວຍສາອາກອນປະຈຳເມືອງ ຫົວໜ່ວຍທຸລະກິດທີ່ຂຶ້ນກັບການຄຸ້ມຄອງຂອງສ່ວຍສາອາກອນປະຈຳເມືອງໄຊເສດຖາ ແລະ ເມືອງສີສັດຕະນາກເຂົ້າຮ່ວມ.

    ທ່ານ ສຸພັນ ວິລະພັນ ກ່າວວ່າ ເພື່ອເຜີຍແຜ່ບັນດາກົດໝາຍ ແລະ ນິຕິກຳຕ່າງໆທີ່ຕິດພັນກັບວຽກງານອາກອນມູນຄ່າເພິ່ມ ວຽກງານຄຸ້ມຄອງເຄື່ອງບັນທຶກການຂາຍສິນຄ້າ ແລະ ການບໍລິການ ການນຳໃຊ້ໃບເກັບເງິນ ແຈ້ງການປ່ຽນແປງລະບົບການເສຍອາກອນແບບມອບເໝົາຕາມສັັນຍາມາເປັນການແຈ້ງເສຍຕາມລາຍຮັບຕົວຈິງໃຫ້ກັບຫົວໜ່ວຍຈຸນລະວິສາຫະກິດທີ່ມີລາຍຮັບປະຈຳປີເກີນ 400 ລ້ານກີບຕໍ່ປີ ເຊິ່ງເປັນເປົ້າໝາຍໃນການຂະຫຍາຍຖານອາກອນມູນຄ່າເພິ່ມ ເປັນຕົ້ນແມ່ນກົດໝາຍວ່າດ້ວຍອາກອນມູນຄ່າເພີ່ມ (ສະບັບປັບປຸງ) ກົດໝາຍວ່າດ້ວຍການປັບປຸງບາງມາດຕາຂອງກົດໝາຍສ່ວຍສາອາກອນ ແຈ້ງການຂຶ້ນທະບຽນ ແລະ ຂໍອະນຸຍາດນຳໃຊ້ເຄື່ອງບັນທຶກການຂາຍສິນຄ້າ ແລະ ບໍລິການ ເພື່ອຫັນເອົາຫົວໜ່ວຍຈຸນລະວິສາຫະກິດທີ່ມີລາຍຮັບປະຈຳປີເກີນ 400 ລ້ານກິບໃຫ້ເຂົ້າຢູ່ໃນລະບົບອາກອນມູນຄ່າເພີ່ມ ຄຸ້ມຄອງການຖືບັນຊີ ແລະ ນຳໃຊ້ໃບເກັບເງິນໃຫ້ຖືກຕ້ອງຕາມລະບຽບກົດໝາຍໄດ້ກຳນົດໄວ້.

    ນອກຈາກນີ້ ກອງປະຊຸມໄດ້ຮັບຟັງການເຜີຍແຜ່ແນະນຳວຽກງານອາກອນມູນຄ່າເພິ່ມໃຫ້ກັບຫົວໜ່ວຍທຸລະກິດທີ່ເປັນເປົ້າາໝາຍຫັນເຂົ້າສູ່ລະບົບອາກອນມູນຄ່າເພິ່ມ ເເນະນຳການລົງທະບຽນ ແລະ ການອອກອະນຸຍາດການນຳໃຊ້ເຄື່ອງບັນທຶກການຂາຍສິນຄ້າ ແລະ ການບໍລິການ ຮັບຟັງການແນະນຳກ່ຽວກັບການນຳໃຊ້ລະບົບເຄື່ອງບັນທຶກການຂາຍສິນຄ້າ ແລະ ການບໍລິການຈາກບໍລິສັດຜູ້ພັດທະນາ.

# ຂ່າວ – ພາບ : ອົ່ນ ໄຟສົມທອງ

error: Content is protected !!