ຄົ້ນຄວ້າໂຄງປະກອບ ແລະ ເນື້ອໃນຮ່າງກົດໝາຍວ່າດ້ວຍການກວດສອບແຫ່ງລັດ

ກອງປະຊຸມຄົ້ນຄວ້າໂຄງປະກອບ ແລະ ເນື້ອໃນຮ່າງກົດໝາຍວ່າດ້ວຍການກວດສອບແຫ່ງລັດ ທີ່ຈະສະເໜີຜ່ານກອງປະຊຸມສະໄໝສາມັນປະຈໍາປີຂອງສະພາແຫ່ງຊາດ ຈັດຂຶ້ນວັນທີ 3 ພຶດສະພາ 2022 ຢູ່ແຂວງວຽງຈັນ ໂດຍເປັນປະທານຂອງທ່ານ ບຸນເລີດ ເທບວົງສາ ຮອງປະທານອົງການກວດສອບແຫ່ງລັດ ຜູ້ຊີ້ນໍາຄະນະປັບປຸງກົດໝາຍ ມີທ່ານຫົວໜ້າກົມກົດໝາຍ ສະພາແຫ່ງຊາດ ແລະ ຫົວໜ້າກົມນິຕິກຳ ອົງການກວດສອບແຫ່ງລັດ ພ້ອມດ້ວຍບັນດາຫ້ອງການ ກົມ ຫົວໜ້າພະແນກ ແລະ ວິຊາການຂອງສະ ພາແຫ່ງຊາດ ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ອົງການກວດສອບແຫ່ງລັດ ແລະ ກະຊວງຍຸຕິ ທໍາ ເຂົ້າຮ່ວມ.

    ຈຸດປະສົງຂອງກອງປະຊຸມຄັ້ງນີ້ ເພື່ອປຶກສາຫາລືກ່ຽວກັບໂຄງປະກອບ ແລະ ເນື້ອໃນບາງໝວດ ບາງມາດຕາຂອງຮ່າງກົດໝາຍວ່າດ້ວຍການກວດສອບແຫ່ງລັດ ເຊິ່ງປະກອບມີມາດຕາທີ່ໄດ້ປັບປຸງ 42 ມາດຕາ ມາດຕາທີ່ສະເໜີຕັດອອກ 3 ມາດຕາ ແລະ ມາດຕາທີ່ສະເໜີເພີ່ມໃໝ່ 9 ມາດຕາ ເພື່ອແນໃສ່ເຮັດໃຫ້ການປັບປຸງກົດໝາຍດັ່ງກ່າວມີຄວາມຄົບຖ້ວນ ຮອບດ້ານ ຖືກຕ້ອງຕາມຂັ້ນຕອນການສ້າງ ແລະ ປັບປຸງນິຕິກໍາ ມີຄວາມຮັບປະກັນ ມີຄຸນນະພາບ ແລະ ສາມາດນໍາໄປຈັດຕັ້ງປະຕິບັດໃຫ້ມີປະສິດທິຜົນ.

# ສະບາໄພ

error: Content is protected !!