ຮອງລັດຖະມົນຕີ ສສກ ເຄື່ອນໄຫວພົບປະໂອ້ລົມພະນັກງານແຂວງວຽງຈັນ

ອາທິດຜ່ານມາ ທ່ານ ນາງ ຂັນທະລີ ສີຣິພົງພັນ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກີລາ (ສສກ) ພ້ອມຄະນະ ລົງເຄື່ອນໄຫວເຮັດວຽກທີ່ແຂວງວຽງຈັນ ໂດຍການພົບປະໂອລົມ ຊີ້ທິດເຍືອງທາງໃຫ້ແກ່ບັນດາພະນັກງານຫຼັກແຫຼ່ງນັບແຕ່ຂັ້ນພະແນກ ຫ້ອງການ ໂຮງຮຽນ ແລະ ພະນັກງານວິຊາການໃນຂະແໜງການສຶກສາ ແລະ ກີລາ ເພື່ອເປັນການສົ່ງເສີມວຽກງານຂອງຂະແໜງການດັ່ງກ່າວໃຫ້ເຂັ້ມແຂງ ຮັບປະກັນທາງດ້ານປະລິມານ ແລະ ຄຸນນະພາບສູງ.

    ເລີ່ມຈາກພະແນກສຶກສາທິການ ແລະ ກີລາແຂວງວຽງຈັນ ໂດຍມີທ່ານ ອ໋ອດ ແສງພິມ ຫົວໜ້າພະແນກສຶກສາທິການ ແລະ ກີລາ ແຂວງວຽງຈັນ ພ້ອມດ້ວຍຫົວໜ້າຫ້ອງການສຶກສາທິການ ແລະ ກີລາເມືອງວຽງຄຳ ໂພນໂຮງ ແກ້ວອຸດົມ ແລະ ເມືອງທຸລະຄົມ ຜູ້ອໍານວຍການໂຮງຮຽນ 5 ແຫ່ງ ແລະ ພະນັກງານພາຍໃນພະແນກສຶກສາທິການ ແລະ ກີລາ ແຂວງວຽງຈັນໃຫ້ການຕ້ອນຮັບ.

    ໂອກາດນີ້ ທ່ານ ອ໋ອດ ແສງພິມ ໄດ້ລາຍງານສະພາບການຈັດຕັ້ງປະຕິບັດແຜນການພັດທະນາການສຶກສາ ແລະ ກີລາ ປະຈໍາສົກຮຽນ 2021-2022 ໂດຍໄດ້ເນັ້ນໃສ່ການຈັດຕັ້ງປະຕິບັດ 15 ຄາດໝາຍຫຼັກ ແລະ ການຈັດຕັ້ງການຮຽນການສອນໃນໄລຍະການແຜ່ລະບາດຂອງພະຍາດໂຄວິດ-19 ຜ່ານມາ.

     ພ້ອມດຽວກັນນັ້ນ ທ່ານ ນາງ ຂັນທະລີ ສີຣິພົງພັນ ຍັງໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍຕໍ່ການຈັດຕັ້ງປະຕິບັດວຽກງານຂອງພະແນກສຶກສາທິການ ແລະ ກີລາແຂວງວຽງຈັນໃນໄລຍະຜ່ານມາ ແລະ ທ່ານຍັງມີຄໍາເຫັນຊີ້ນຳຕໍ່ບັນດາພະນັກງານທັງໝົດທີ່ເຂົ້າຮ່ວມ ເປັນຕົ້ນແມ່ນດ້ານການເມືອງແນວຄິດ ການຫັນປ່ຽນຮອບດ້ານ ການຈັດຕັ້ງປະຕິບັດ 15 ຄາດໝາຍ ການແກ້ໄຂບັນຫາຄູເຫຼືອ-ບໍ່ພໍ ບັນຫາງົບປະມານການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ວຽກງານປະສານງານ ເພີ່ມທະວີການຕ້ານ ແລະ ສະກັດກັ້ນປາກົດການຫຍໍ້ທໍ້ໃນຂະແໜງການສຶກສາ ແລະ ກີລາ ວິທີເຮັດວຽກຂອງຜູ້ບໍລິຫານ-ຄູສອນ ແລະ ການປ້ອງກັນໃນໄລຍະການແຜ່ລະບາດຂອງພະຍາດໂຄວິດ-19.

    ໂອກາດດຽວກັນ ທ່ານຮອງລັດຖະມັນຕີ ສສກ ໄດ້ນໍາເອົາອຸປະກອນປ້ອງກັນໂຄວິດ-19 ເຊັ່ນ: ຜ້າປິດປາກ ແລະ ເຈວລ້າງມືຈໍານວນໜຶ່ງມາມອບໃຫ້ພະແນກສຶກສາທິການ ແລະ ກີລາແຂວງ ຫ້ອງການສຶກສາທິການ ແລະ ກີລາເມືອງວຽງຄໍາ ເມືອງທຸລະຄົມ ເມືອງແກ້ວອຸດົມ ເມືອງໂພນໂຮງ ແລະ ເມືອງວັງວຽງ.

    ນອກຈາກນັ້ນ ທ່ານຮອງລັດຖະມົນຕີ ສສກ ຍັງໄດ້ລົງພົບປະໂອ້ລົມບັນດາຜູ້ອຳນວຍການໂຮງຮຽນອະນຸບານ ປະຖົມ ແລະ ມັດທະຍົມ ທັງພາກລັດ ແລະ ເອກະຊົນບາງແຫ່ງທີ່ຂຶ້ນກັບ 5 ເມືອງເປົ້າໝາຍ ແລະ ໄດ້ມອບອຸປະກອນປ້ອງກັນໂຄວິດ-19 ເຊັ່ນ: ຜ້າປິດປາກ ແລະ ເຈວລ້າງມືຈໍານວນໜຶ່ງໃຫ້ ເພື່ອນໍາໃຊ້ຢູ່ຫ້ອງການ ແລະ ໂຮງຮຽນອີກດ້ວຍ.

# ບຸນມີ

error: Content is protected !!